“ຊາລາວ” ທີ່ດັງໄກໄປທົ່ວໂລກ

ຜ່ານໄປຫຼາຍຍຸກ ຫຼາຍສະໄໝ “ຊາ” ກໍຍັງເປັນທີ່ນິຍົມ ແລະ ມີຂາຍໃນຫຼາຍໆ ບ່ອນທົ່ວໂລກ ແຕ່ຊາທີ່ດີ, ມີຣົດຊາດເປັນເອກະລັກ ແລະ ປອດສານພິດນັ້ນ ຫາໄດ້ທີ່ປະເທດລາວ.

ປະເທດລາວເຮົາມີ “ຊາ” ຫຼາຍຊະນິດ ປູກຢູ່ໃນຫຼາຍແຂວງ ໂດຍສະເພາະພາກເໜືອ ເປັນຕົ້ນແມ່ນ “ຊາພັນປີ” ເນື່ອງຈາກຕົ້ນຊາທຳມະຊາດແມ່ນມີອາຍຸປະມານ 1000 ປີ. ເປັນອີກຜະລິດຕະພັນໜຶ່ງທີ່ເປັນເອກະລັກ ເນື່ອງຈາກມັນເຕີບໂຕໃນເຂດພູສູງ (ປະມານ 1900 – 2000 ມ) ເຊິ່ງມີສະພາບແວດລ້ອມທີ່ດີຕໍ່ການກໍ່ຕົວຂອງ ສານແທນນີນ ໃນຕົ້ນຊາ ເຊິ່ງເຮັດໃຫ້ຊາ ມີຣົດຊາດທີ່ເຂັ້ມຂຸ້ນກວ່າຍອດຊາຈາກແຫ່ງອື່ນໆ.

ເມື່ອເວົ້າເຖິງ “ຊາ” ແລ້ວ ທີ່ຮູ້ຈັກກັນດີທີ່ສຸດກໍແມ່ນ “ຊາຜົ້ງສາລີ” ເພາະມີຕາມຕຳນານທີ່ເລົ່າສືບທອດກັນມາໄດ້ຫຼາຍຮຸ່ນຄົນ ເຊັ່ນ: “ຊາ 400 ປີ” ທີ່ໄດ້ຮັບລາງວັນ ຫຼຽນຄໍາ ຈາກການແຂ່ງຂັນ ຊາໂລກ (Teas of the World) ຢູ່ ນະຄອນຫຼວງ ປາຣີ, ປະເທດຝຣັ່ງ ໃນປີທີ່ຜ່ານມາ. ນອກຈາກນີ້ “ຊາກໍແມນ” ຍັງໄດ້ຮັບຫຼຽນເງິນ ແລະ ຫຼຽນທອງ ຕື່ມອີກ ໃນປະເພດ ອາຫານເຄື່ອງດື່ມ.

ນີ້ສະແດງໃຫ້ເຫັນເຖິງຄຸນນະພາບຂອງ “ຊາລາວ” ແລະ ຍັງເປັນການສົ່ງເສີມ ຊາລາວ ໃຫ້ມີຊື່ສຽງດັງກ້ອງໄປທົ່ວໂລກ.

ເຮົາມາເບິ່ງເລື່ອງລາວຂອງ “ຊາກໍແມນ” ເພີ່ມຕື່ມ “ຊາກໍແມນ” ນີ້ແມ່ນມີຕົ້ນກຳເນີດຢູ່ ບ້ານກໍແມນ, ແຂວງຜົ້ງສາລີ ເຊິ່ງເປັນບ້ານທີ່ສ້າງຕັ້ງມາໄດ້ ປະມານ 400 ກວ່າປີ ແລ້ວ ແລະ ຕົ້ນຊາ ຊາວບ້ານກໍໄດ້ປູກຕັ້ງແຕ່ເລີ່ມຕັ້ງບ້ານ ສະນັ້ນ, ຊາວບ້ານຈຶ່ງເອີ້ນຊານີ້ວ່າ “ຊາ 400 ປີ” ປັດຈຸບັນ ຊາວບ້ານໄດ້ຖືເອົາການປູກຊາ ແລະ ຂາຍຊາ ເປັນອາຊີບຫຼັກ..

ຊາກໍແມນ ຈາກຕຳນານເລົ່າສືບທອດກັນມາໄດ້ຫຼາຍລຸ້ນຄົນ ໄດ້ເລົ່າກ່ຽວກັບຕົ້ນກຳເນີດຂອງຊາ 400 ປີ ທີ່ແຕກຕ່າງກັນ ບາງຄົນກໍບອກວ່າ: ໃນເມື່ອກ່ອນ ໄດ້ມີປະຊາຊົນຖາງປ່າເຮັດໄຮ່ ຫຼັງຈາກນັ້ນພວກເຂົາກໍໄດ້ນັ່ງພັກຜ່ອນກ້ອງຕົ້ນໄມ້ ແລະ ຕົ້ມນ້ຳກິນ ໂດຍເຂົາເຈົ້າໄດ້ເດັດເອົາໃບໄມ້ທີ່ຢູ່ໃກ້ເຂດນັ້ນມາຕົ້ມໃສ່ກັບນ້ຳກິນ, ພາຍຫຼັງດື່ມແລ້ວຮູ້ສຶກວ່າ ນ້ຳທີ່ຕົ້ມໃສ່ກັບໃບໄມ້ນັ້ນແຊບ ແລະ ມີຄວາມຮູ້ສຶກແຕກຕ່າງ ຈຶ່ງເຮັດໃຫ້ຫຼາຍຄົນສຳຜັດໄດ້ເຖິງຄຸນປະໂຫຍດຂອງໃບໄມ້ທີ່ພວກເຂົາດື່ມ. ຈາກນັ້ນ ຈຶ່ງໄດ້ຂະຫຍາຍພັນຕົ້ນໄມ້ດັ່ງກ່າວ ຈົນເປັນຈຸດເລີ່ມຕົ້ນຂອງການເຮັດສວນຊາ.

ໃນນັ້ນ, ມີພູໜ່ວຍໜຶ່ງສາມາດແນມເຫັນໄດ້ຢູ່ເໜືອບ້ານ ເຊິ່ງເອີ້ນວ່າ: “ລະເຕພຸບ” ເຊິ່ງພາສາຜູ້ນ້ອຍແປວ່າ “ພູສວນຊາ”. ຊາວບ້ານພົບເຫັນຕົ້ນຊາຕົ້ນທໍາອິດ ຢູ່ບ່ອນນັ້ນ ແລະ ຕັ້ງຊື່ເປັນພູຊາ ເມື່ອເຂົາເຈົ້າມາຕັ້ງບ້ານທີ່ພັກອາໄສ, ສວນຊາບູຮານ ຢູ່ເທິງພູນັ້ນມີບາງຄົນບອກວ່າມີ ອາຍຸໄດ້ 400 ປີ.

ປັດຈຸບັນ “ຊາ” ກໍເປັນອີກໜຶ່ງຜະລິດຕະພັນທີ່ສົ່ງອອກໄປຂາຍຕ່າງປະເທດ ສາມາດສ້າງຊື່ສຽງ, ສ້າງວຽກເຮັດງານທຳ ແລະ ລາຍຮັບແກ່ປະຊາຊົນ ປະເທດຊາດໄດ້ເປັນຈຳນວນຫຼວງຫຼາຍ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...