ຄຳຄົມ ແລະ ຜະຫຍາ ຂອງສະເດັດເຈົ້າສຸພານຸວົງ ທີ່ຝາກໄວ້ໃຫ້ຄົນລາວໄດ້ສຶກສາ

ຮູບ ແລະ ສຳເນົາ ຈາກເອກສານ ຂອງ ສະເດັຈເຈົ້າ ສຸພານຸວົງ

ຄຳຜະຫຍາ ຂອງສເດັຈເຈົ້າ ສຸພານຸວົງ

(ລາຍມືຂຽນ ຂອງ ສະເດັຈເຈົ້າ ສຸພານຸວົງ ປີ 1950)

❤️1
ເວລາ ຊາດລວຍ ຊາດຕ້ອງຊ່ວຍຄົນ
ເວລາ ຊາດຈົນ ຄົນຕ້ອງຊ່ວຍຊາດ

❤️2
ຢ່າເອົາຄົນຕ່າງແດນ ມາເປັນທ້າວ
ຢ່າເອົາຄົນ ຕ່າງດ້າວມາເປັນນາຍ

❤️3
ເກົ້າອົດເກົ້າເຍື້ອນ ຫາກຈະໄດ້ທ່ອນຄຳ

❤️4
ເຮົາຕ້ອງຊ່ວຍ ເຮົາເອງກ່ອນ
ຟ້າຈິ່ງຈະຊ່ວຍເຮົາທີຫລັງ

❤️5
ຫົວໃຈຄົນໂງ່ ຢູ່ທີ່ປາກ
ແຕ່ປາກຄົນສະຫລາດ ຢູ່ທີ່ຫົວໃຈ

❤️6
ຄິດແລ້ວຈິ່ງເຮັດ ດີກວ່າເຮັດແລ້ວຈິ່ງຄິດ

❤️7
ໃນເມື່ອວິບັຕ ຈະເຫັນໃຈມິຕຣ
ຍາມເສິກປະຊິດ ຈະເຫັນໃຈທະຫານ
ໃນເວລາໃຫ້ກູ້ຊັບ ສານຈະເຫັນໃຈ ຜູ້ຊື່ສະອາດ
ໃນຍາມສົມບັດ ວິນາດ ຈະເຫັນໃຈ ພະຣະຍາ
ໃນຄາວອະນາຖາ ຈະເຫັນໃຈຍາດ

❤️8
ຮັກຊາດ ຂາດ ຄວາມເສຍສລະ
ຄືຕຶກເບັດປາ ບໍ່ສຽບເຫຍື່ອ

❤️9
ອາຣະຍະຊົນ ສະຫລະຕົນ ເພື່ອຊາດ
ອະນາຣະຍະຊົນສລະຊາດ ເພື່ອຕົນ

❤️10
ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ

❤️11
ສາມັກຄີກັນນີ້ ເປັນກຳລັງກ້າແກ່ນ
ຄວາມສະຫລາຍແຕກມ້າງ ພາໃຫ້ອ່ອນແອລົງ

❤️12
ບ້ານເມືອງດີ ຕ້ອງບຳຣຸງສາສະຫນາ ຍິ່ງກວ່າຊາດ
ບ້ານເມືອງຍາກ ຕ້ອງບຳຣຸງຊາດ ຍິ່ງກວ່າສາສະຫນາ

❤️13
ຄວາມຮັກຊາດ ຮັກແຕ່ປາກ ຮັກມາກ ກໍໄຮ້ຜົລ
ເປັນນິສັຍ ຍົກຕົນ ເລ່ຫ໌ຫລ່ຽມ ມີດີ ແຕ່ລະຄົນ 
ວ່າຮັກແລ້ວ ຕ້ອງທຳແທ້ ຢ່າມີ ແງ່ທາງປະຈົບ
ນັ້ນຈິ່ງ ຄວນເຄົາຣົພ ຍົກຍໍ ເປັນພໍ່ຄົນ

ແຫຼ່ງຂໍ້ມູນ: Prince SOUPHANOUVONG

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...