ຄັດໄດ້ແລ້ວ 2 ທີມຊະນະເລີດ Lao ICT Award 2019

ຜະລິດຕະພັນ Goteddy ຄອງຊະນະເລີດ ທີມໝວດທົ່ວໄປ, ໃນຂະນະທີ່ ຜະລິດຕະພັນ Lao Emergency Rescue ຄອງຊະນະເລີດທີມໝວດນັກສຶກສາ ໃນການແຂ່ງຂັນ Lao ICT Award 2019 ພ້ອມໄດ້ສິດໄປແຂ່ງຂັນລະດັບອາຊຽນ.

ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ ສານ (ປທສ) ຮ່ວມກັບສະມາຄົມ ໄອຊີທີລາວ (LICA) ຈັດ ງານແຂ່ງຂັນ ໄອຊີທີລາວອະວອດ 2019 ຫຼື Lao ICT Award 2019 ຂຶ້ນໃນວັນທີ 30 ມິຖຸນາຜ່ານມານີ້ ທີ່ໂຮງແຮມດອນຈັນພາເລດ. ງານດັ່ງກ່າວ ເປັນກິດຈະກໍາໜຶ່ງຂອງງານວາງສະແດງ Lao ICT Expo 2019 ໂດຍມີທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີກະຊວງ ປທສ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງການແຂ່ງ ຂັນຄັ້ງນີ້, ເພື່ອສົ່ງເສີມໃຫ້ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ຕະຫຼອດຮອດທຸກຂະ ແໜງການທັງພາກລັດ-ເອກະຊົນ ໃນທົ່ວສັງຄົມລາວ ໄດ້ມີໂອກາດສະແດງຄວາມສາມາດໃນການພັດທະນາເຕັກໂນໂລຊີ ດ້ານໄອຊີທີ ບໍ່ວ່າຈະເປັນຜະລິດຕະພັນ, ການບໍລິການ ແລະ ນະວັດຕະກໍາດ້ານ ໄອຊີທີ.

ພ້ອມນັ້ນ ກໍເປັນການສ້າງຊື່ສຽງໃຫ້ຜະລິດຕະພັນຂອງຕົນ ໃຫ້ສາມາດບໍລິການອອກສູ່ສັງຄົມ ແລະ ສາກົນໄດ້, ທັງເປັນການສົ່ງເສີມໃຫ້ຄົນລາວໄດ້ນໍາໃຊ້ການບໍລິການໄອຊີທີຂອງຄົນລາວ; ການແຂ່ງຂັນດັ່ງກ່າວ ໄດ້ແບ່ງ ອອກເປັນ 2 ໝວດໃຫຍ່ຄື:

ໝວດທົ່ວໄປ ແລະ ໝວດນັກສຶກສາ. ຜົນການແຂ່ງຂັນປະກົດວ່າ: ທີມຊະນະເລີດ Lao ICT Award 2019 ໝວດທົ່ວໄປ ຊື່ຜະລິດຕະພັນ Goteddy; ໃນຂະນະທີ່ທີມຊະນະເລີດ Lao ICT Award 2019 ໝວດນັກສຶກສາ ຊື່ຜະລິດຕະພັນ Lao Emergency Rescue. 

ການແຂ່ງຂັນຄັ້ງນີ້, ເປັນການແຂ່ງຂັນລະດັບປະເທດ ຄັ້ງທີ 3 ຊຶ່ງ (ຄັ້ງທໍາອິດ ແມ່ນໄດ້ຈັດຂຶ້ນໃນປີ 2016 ແລະ ຄັ້ງທີ 2 ປີ 2018) ທີ່ຜ່ານມາບັນດາຜູ້ໄດ້ຮັບລາງວັນຈາກເວທີດັ່ງກ່າວ ແມ່ນໄດ້ເປັນຕົວແທນໃຫ້ແກ່ ປະເທດລາວ ໄປເຂົ້າຮ່ວມແຂ່ງຂັນລະດັບອາຊຽນ ຫຼື ASEAN ICT Award. 

ແຫຼ່ງຂໍ້ມູນ: ໜັງສືພິມປະຊາຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...