ຂໍຂອບໃຈນຳຜູ້ສະໜັບສະໜູນ

ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ (ກວ​ຕ) ແລະ ມະ­ຫາ­ວິ­ທະ­ຍາ­ໄລ​ສັບ­ພະ​ວິ­ຊາ​ຮ່າ​ໂນ້ຍ ສສ ຫວຽດ­ນາມ ຮ່ວມ​ກັນ​ລົງ​ນາມ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ວ່າ​ດ້ວຍ​ການ​ຮ່ວມ​ມື​ໃນ​ຂົງ­ເຂດ​ຄອມ​ພິວ​ເຕີ ແລະ ເອ​ເລັກ​ໂຕຣ​ນິກ ທີ່ ກວ​ຕ ຮ່ວມ​ລົງ​ນາມ​ຂອງ​ທ່ານ ຄຳ​ເພັດ ວົງ​ດາ­ລາ ຫົວ­ໜ້າ​ກົມ​ແຜນ­ການ ແລະ ການ​ຮ່ວມ​ມື ແລະ ທ່ານ ຫວຽນ ວັນ ຄ໋າງ ຮອງ​ຜູ້­ອຳ­ນວຍ­ການ​ມະ­ຫາ­ວິ­ທະ­ຍາ­ໄລ​ສັບ­ພະ​ວິ­ຊາ​ຮ່າ​ໂນ້ຍ ມີ​ທ່ານ ບໍ່​ວຽງ​ຄຳ ວົງ​ດາ­ລາ ລັດ­ຖະ­ມົນ­ຕີ ກວ​ຕ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ບົດ​ບັນ­ທຶກ​ສະ­ບັບ​ນີ້ ສອງ​ຝ່າຍ​ເຫັນ​ດີ​ຈະ​ຮ່ວມ​ມື​ກັນ​ໃນ​ຫຼາຍ​ດ້ານ ເຊັ່ນ: ການ​ພັດ­ທະ­ນາ​ອິນ​ເຕີ​ເນັດ​ແຫ່ງ​ຊັບ​ພະ​ສິ່ງ (IoT) ຮ່ວມ​ກັນ​ຄົ້ນ­ຄວ້າ ແລະ ພັດ­ທະ­ນາ​ລະ­ບົບ​ການ​ຄົມ­ມະ­ນາ­ຄົມ​ອັດ​ສະ​ລິ​ຍະ ເພື່ອ​ຮັບ​ໃຊ້​ການ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງ ບົນ​ພື້ນ­ຖານ​ເຕັກ​ໂນ​ໂລ​ຊີ​ອິນ​ເຕີ​ເນັດ​ແຫ່ງ​ຊັບ​ພະ​ສິ່ງ ຂົງ­ເຂດ​ປັນ­ຍາ​ປະ­ດິດ (AI) ທັງ​ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ໃນ​ການ​ຄົ້ນ­ຄວ້າ ແລະ ພັດ­ທະ­ນາ​ລະ­ບົບ​ແປ​ພາ­ສາ ລາວ-ຫວຽດ­ນາມ ແລະ ຫວຽດ­ນາມ-ລາວ ດ້ວຍ​ສຽງ​ເວົ້າ (Lao-Vietnam Vietnam-Lao Speech translation system) ລະ­ບົບ​ຂໍ້​ມູນ​ພູມ​ສາດ (GIS) ທັງ​ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ຄົ້ນ­ຄວ້າ ແລະ ພັດ­ທະ­ນາ​ເວັບ​ໄຊ GIS ເພື່ອ​ການ​ວາງ​ແຜນ ແລະ ພັດ­ທະ­ນາ​ການ​ຈັດ​ສັນ​ບ້ານ​ລະ­ບົບ​ການ​ບໍ­ລິ­ການ​ສາ­ທາ­ລະ­ນະ (Public service) ຈະ​ໄດ້​ຮ່ວມ​ກັນ​ຄົ້ນ­ຄວ້າ ແລະ ພັດ­ທະ­ນາ​ການ​ຫັນ​ການ​ໃຫ້​ບໍ­ລິ­ການ​ວຽກ​ງານ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ​ຂອງ​ກະ­ຊວງ​ໃຫ້​ສັງ­ຄົມ​ດ້ວຍ​ລະ­ບົບ​ອອນ​ລາຍ ພ້ອມ​ນັ້ນ ຍັງ​ຈະ​ໄດ້​ມີ​ການ​ແລກ­ປ່ຽນ​ບົດ­ຮຽນ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ທາງ​ດ້ານ​ວິ­ຊາ​ການ​ໃນ​ລະ­ດັບ​ປະ­ລິນ­ຍາ​ໂທ ປະ­ລິນ­ຍາ​ເອກ ເຝິກ­ອົບ­ຮົມ​ໄລ­ຍະ​ສັ້ນ ແລະ ໄລ­ຍະ​ຍາວ​ໃຫ້​ພະ­ນັກ­ງານ ກວ​ຕ ແລະ ຂົງ­ເຂດ​ອື່ນໆ​ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ­ໃຈ​ໃນ​ການ​ຮ່ວມ​ມື.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້