Thursday, March 20, 2025

ຕ້ອນຮັບກິລານ້ອງໃໝ່! ສະຫະພັນຄິກບ໋ອກຊີງແຫ່ງຊາດລາວ

ທີ່ໂອແລມປິກແຫ່ງຊາດລາວ ໄດ້ປະກາດການແຕ່ງຕັ້ງ ຄະນະບໍລິຫານສະຫະພັນ ຄິກບ໋ອກຊີງແຫ່ງຊາດລາວ ເຊິ່ງ ທ່ານ ວັນນະເດດ ແກ້ວວຽງຄໍາ ເປັນປະທານ ເປັນປະທານ ສະຫະພັນຄິກບ໋ອກຊີງແຫ່ງຊາດລາວ ຢ່າງເປັນທາງ ການ, ທ່ານ ສຸລິ ມີລະໄມ ເປັນຮອງປະທານ, ທ່ານ ທະນຸສອນ ແກ້ວວຽງຄໍາ ຮອງປະທານ, ທ່ານ ນາງ ມະນິຈິດ ໄຊຍະວົງ ເປັນຮອງປະທານ ແລະ ນາຍຄັງ. 

ທ່ານ ສອນເພັດ ຈັນດານຸວົງ ເລຂາສະຫະພັນ ຄິກບ໋ອກຊີງ ແຫ່ງຊາດລາວ ໄດ້ກ່າວວ່າ: ກິລາຄິກບ໋ອກຊີງ ເປັນກິລາຕໍ່ສູ້ປ້ອງກັນຕົວປະເພດໜຶ່ງ ທີ່ມີຫລັກການຝຶກຊ້ອມ, ການສະແດງ ແລະ ການແຂ່ງຂັນມີເຕັກນິກ ແລະ ຍຸດທະວິທີຄ້າຍຄື ແລະ ມີຄວາມແຕກຕ່າງກັບມວຍລາວ, ຄາຣາເຕ, ເທຄວັນໂດ ໃນປະເພດຟ້ອນ ແລະ ຕໍ່ສູ້ເປັນປະເພດກິລາມີສະຫະພັນ ຄິກບ໋ອກຊີງໂລກທີ່ເປັນອົງກອນໜຶ່ງເອີ້ນວ່າ:

WAKO (world association of kickboxing organization) ແລະ ສະຫະພັນຄິກບ໋ອກຊີງອາຊີທະວີບ (continental WAKO), ສ່ວນສະຫະພັນຄິກບ໋ອກຊີງອາຊີເອີ້ນວ່າ WAKO ASIA ໄດ້ຈົດທະບຽນກັບ sport accord ແລະ ຮັບຮູ້ໂດຍຄະນະກໍາມະການໂອແລມປິກສາກົນ ເຊິ່ງກິລາປະເພດນີ້ ໄດ້ມີ 7 ລາຍ ການແຂ່ງຂັນ, ລາຍການທີ່ໂດດເດັ່ນທີ່ສຸດ ແລະ ມີຊື່ສຽງແມ່ນລາຍການ K-1 ທີ່ຢີ່ປຸ່ນເປັນຜູ້ສ້າງຂຶ້ນ ແລະ ໃນປີ 2013 ໄດ້ຖືກບັນຈຸເຂົ້າໃນການແຂ່ງຂັນກິລາອາຊຽນເກມ ແລະ ໃນປີ 2019 ໄດ້ຖືກບັນຈຸເຂົ້າການແຂ່ງຂັນກິລາຊີເກມທີ່ປະເທດຟີລິບປິນ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່