ລັດຖະບານຈະສູ້ຊົນ ເຮັດໃຫ້ GDP ປີ 2020 ເຕີບໂຕສະເລ່ຍ 6,7-7%

ລັດຖະບານຈະສືບຕໍ່ສູ້ຊົນ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫລື (GDP) ປີ 2020 ເຕີບໂຕສະເລ່ຍ 6,7-7% ໃນທ່າມກາງທີ່ສະພາບພາຍໃນ ເສດຖະກິດມະຫາພາກ ອາດຈະຍັງສືບຕໍ່ພົບຄວາມຫຍຸ້ງຍາກ ແລະ ຍັງອ່ອນໄຫວ.

ເພື່ອສູ້ຊົນໃຫ້ໄດ້ຕາມແຜນ 5 ປີ ເຫັນວ່າແຜນປີ 2020 ເປັນແຜນທີ່ຈະຕ້ອງໄດ້ບຸກບືນສູຊົນ ຫລື ບຸກທະລຸກ ແລະ ຕ້ອງມີການລິເລີ່ມຫັນປ່ຽນໂຄງປະກອບເສດຖະກິດ ຈຶ່ງຈະໄປເຖິງເປົ້າໝາຍໄດ້, ໃນນັ້ນຈິດໃຈຕົ້ນຕໍແມ່ນ ຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນໄດ້ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ສັງຄົມມີຄວາມປອດໄພ, ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍໂຕ ດ້ວຍຈັງຫວະທີ່ໝັ່ນທ່ຽງ, ມີຄຸນນະພາບສູງ ແລະ ເຂັ້ມແຂງເທື່ອງລະກ້າວ, ຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ, ຮັບປະກັນການ ພັດ ທະນາທີ່ສົມດຸນ ທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ, ພ້ອມຍົກສູງ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ແກ້ໄຂ ກົນໄກລະບຽບການທີ່ອຸດຕັນ ການສ້າງສາ ພັດ ທະນາເສດຖະກິດ-ສັງຄົມໃຫ້ຫລຸດລົງ.

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ໃນວັນທີ 26 ມິຖຸນາ 2019 ຜ່ານມານີ້ວ່າ: ປີ 2020 ແມ່ນມີຄວາມສຳຄັນຫລາຍ ເພາະເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020), ຊຶ່ງການປະຕິບັດແຜນໃນໄລຍະ 4 ປີ ຜ່ານມາ ແມ່ນຍັງຫລຸດແຜນການ 0,5%, ໂດຍ GDP ປີ 2016 ເຕີບໂຕ 7%, ປີ 2017 ຫລຸດລົງມາຢູ່ 6,9%, ປີ 2018 ເຕີບໂຕພຽງ 6,3% ແລະ ປີ 2019 ຄາດ ຄະເນ 6,5-6,7%.

ທ່ານ ສຸພັນ ແກ້ວມີໄຊ ກ່າວຕື່ມວ່າ: ສຳລັບ 2020 ການເຕີບໂຕຂະແໜງກະສິກຳ ຄາດວ່າຈະຂະຫຍາຍຕົວ 2,9% ຍ້ອນພື້ນຖານໂຄງລ່າງດ້ານກະສິກໍາ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ໃນຊຸມປີຜ່ານມາ ໄດ້ຮັບການພື້ນຟູສຳເລັດ, ໃນຂະນະຂະແໜງອຸດສາຫະກຳ ຄາດວ່າ ຈະຂະຫຍາຍຕົວ ເພີ່ມຂຶ້ນ 7,7% ເນື່ອງມາຈາກການກໍ່ສ້າງໂຄງການໃຫຍ່ໆລະດັບຊາດ ເຊັ່ນ:

ໂຄງການກໍ່ສ້າງທາງດ່ວນ, ການຜະລິດໄຟຟ້າຈາກເຂື່ອນໄຊຍະບູລີ, ເຂື່ອນດອນສະໂຮງ, ເຂື່ອນໄຟຟ້າອື່ນໆ ແລະ ຂະແໜງບໍລິການຄາດວ່າ ຈະຂະຫຍາຍຕົວ ເພີ່ມຂຶ້ນ 6,7% ເນື່ອງຈາກວ່າ ຂະແໜງການຄ້າ ຂາຍຍົກ-ຍ່ອຍຍັງສືບຕໍ່ຂະຫຍາຍຕົວ, ລວມທັງວຽກງານ ການທ່ອງທ່ຽວກໍຈະສືບຕໍ່ຊຸກຍູ້ຂະແໜງ ບໍລິການທີ່ພັກອາໄສ ແລະ ອາ ຫານ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...