ຄົ້ນພົບວັດຖຸບູຮານ ເຄື່ອງປະດັບຂອງຄົນສະໄໝກ່ອນ ຢູ່ບ້ານໂພນ ເມືອງລະມາມ ແຂວງເຊກອງ

ພາຍຫຼັງໄດ້ຮັບການລາຍງານຂອງພົນລະເມືອງດີປະຊາຊົນບ້ານໂພນ ເມືອງລະມາມ ແຂວງເຊກອງ ຜູ້ຄົ້ນພົບວັດຖຸບູຮານປະເພດເຄື່ອງປະດັບຂອງຄົນສະໄໝກ່ອນ, ມາທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະ ແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງເຊກອງ ພ້ອມດ້ວຍຂະແໜງທີ່ກ່ຽວຂ້ອງ ແລະ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງລະມາມ ໄດ້ລົງເກັບກໍາຂໍ້ມູນຕົວຈິງວັດຖຸພັນດັ່ງກ່າວ ເພື່ອນໍາມາເກັບຮັກສາໄວ້ຢູ່ຫໍພິພິທະພັນມູນເຊື້ອຂອງແຂວງເຊກອງເປັນມໍລະດົກຂອງຊາດຕາມລະບຽບກົດໝາຍ.

ທ່ານ ວັນນາ ປະຊາຊົນບ້ານໂພນ ເມືອງລະມາມ ແຂວງເຊກອງໄດ້ລາຍງານໃຫ້ຮູ້ວ່າ:

ໄດ້ຄົ້ນພົບວັດຖຸພັນຈໍານວນດັ່ງກ່າວໃນບໍລິເວນພື້ນທີ່ດິນນາຂອງຕົນເອງ ຂະນະທີ່ຕົນກໍາລັງຂຸດດິນໂພນເພື່ອບຸກເບີກເນື້ອທີ່ດິນນາ ໃນລະຫວ່າງຕົ້ນເດືອນ ກຸມພາ ປີ 2019 ຜ່ານມາເຊິ່ງປະກອບມີ: ປອກແຂນຊະນິດແປ 2 ອັນ, ຊະນິດກົມຕັນ 1 ອັນ, ຊະນິດກົມໂກນກາງ 5 ອັນ, ກະດິ່ງຊະນິດຕ່າງໆທັງນ້ອຍ ແລະ ໃຫຍ່ທັງໝົດ ຈໍານວນ 53 ອັນ.

ວັດຖຸພັນຈໍານວນດັ່ງກ່າວພົນລະເມືອງດີຜູ້ຄົ້ນພົບຄື: ທ່ານ ວັນາ ມີຄວາມຍິນດີມອບໃຫ້ການຈັດຕັ້ງພະແນກ ຖວທ ແຂວງ ເພື່ອນໍາມາເກັບຮັກສາໄວ້ຢູ່ຫໍພິພິທະພັນມູນເຊື້ອຂອງແຂວງເປັນມໍລະດົກຂອງຊາດ, ກ່າວຮັບໂດຍແມ່ນທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງ, ອົງການປົກຄອງບ້ານ ແລະ ຄອບຄົວຜູ້ກ່ຽວ ເຊິ່ງມີບົດບັນທຶກມອບ-ຮັບຢ່າງເປັນທາງການ, ໃນດ້ານນະໂຍບາຍຕໍ່ຜູ້ທີ່ຄົ້ນພົບນັ້ນ ຈະໄດ້ຄົ້ນຄວ້າປະຕິບັດຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້ ຢ່າງຖືກຕ້ອງ ແລະ ເໝາະສົມ.

ຕາມການສັນນິຖານເປື້ອງຕົ້ນຂອງວິຊາການຫໍພິພິທະພັນມູນເຊື້ອ ແຂວງເຊກອງໃຫ້ຮູ້ວ່າ:

ວັດຖຸພັນດັ່ງກ່າວ ແມ່ນເຄື່ອງປະດັບຂອງຄົນຍົກສະໄໝລ້ານຊ້າງ ຜະລິດດ້ວຍທອງສໍາລິດ ແຕ່ແນວໃດກໍ່ຕາມ ເພື່ອຄວາມຊັດເຈນ ຈະໄດ້ເຊີນວິຊາການຈາກກົມມໍລະດົກລົງມາວິໄຈຂໍ້ມູນ ແລະ ຂຽນປະຫວັດໃຫ້ລະອຽດຈະແຈ້ງ, ພ້ອມທັງຈົດທະບຽນ ຂື້ນບັນຊີວັດຖຸພັນດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບຫຼັການ ແລ້ວນໍາມາວາງສະແດງຢູ່ຫໍພິພິທະພັນມູນເຊື້ອຂອງແຂວງ ເຊກອງ ເພື່ອໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ແລະ ສຶກສາຄົ້ນຄ້ວາຕໍ່ໄປ.

ແຫຼ່ງຂໍ້ມູນ: o ຂ່າວ-ພາບ: ສົມບູນ. Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...