ລວມລາຍລະອຽດເບື້ອງຕົ້ນ ເຫດການນ້ຳຖ້ວມ ຢູ່ເມືອງນານ ແຂວງຫຼວງພະບາງ

ສະພາບນໍ້າຖ້ວມກະທັນຫັນ ຢູ່ 9 ບ້ານ ຢູ່ລຽບຕາມແມ່ນໍ້ານານ, ເມືອງນານ ແຂວງຫລວງພະບາງຈາກຝົນຕົກໜັກແຕ່ຄືນວັນທີ 29 ຕໍ່ໃສ່ຮຸ່ງເຊົ້າວັນທີ 30 ກໍລະກົດ 2019 ຍັງຫນ້າເປັນຫ່ວງ ຖ້າວ່າຝົນສືບຕໍ່ຕົກໜັກຕື່ມ ຍ້ອນບ້ານເຮືອນຢູ່ໃກ້ແມ່ນໍ້າ ເຊິ່ງມີລາຍງານຫລ້າສຸດໃນຕອນຄໍ່ານີ້ວ່າ ມີປະຊາຊົນ 500 ກວ່າຄອບຄົວ ໄດ້ຮັບຜົນກະທົບ ໃນ 9 ບ້ານ, ໜັກໜ່ວງກວ່າໝູ່ແມ່ນ 8 ບ້ານ ຄື:

ບ້ານສີບຸນເຮືອງ, ສີມຸງຄຸນ, ໂພນຫີນ, ປ່າໄຜ່, ນາເລົາ, ນາຝາຍ, ນາເຄີນ ແລະບ້ານທາດ.

ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ເມືອງນານ ແຈ້ງໃຫ້ຮູ້ວ່າວ່າງ ຊົ່ວໂມງຜ່ານມາວ່າ ຍັງບໍ່ມີລາຍງານຕົວເລກການເສຍຊີວິດ, ແຕ່ເຮືອນຊານ, ວັດ , ເນື້ອທີ່ນາ, ສວນ ຖືກນໍ້າຊຸເສຍຫາຍຫລາຍສົມຄວນ ເຊິ່ງອຳນາດການປົກຄອງ ແລະຫລາຍພາກສ່ວນກ່ຽວຂ້ອງ ໄດ້ຊ່ວຍເຫລືອສຸກເສີນຕໍ່ຜູ້ປະສົບໃຫ້ຢູ່ໃນບ່ອນປອດໄພແລ້ວ.

ວັນດຽວກັນນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ເຕືອນໃຫ້ປະຊາຊົນກະກຽມຮັບມືກັບສະພາບຝົນຕົກໜັກ ແລະ ລົມພັດແຮງໃນຫລາຍທ້ອງຖິ່ນລະຫວ່າງວັນທີ 31 ກໍລະກົດ ຫາ 4 ສິງຫາ2019 ນີ້, ເພາະຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ບໍລິເວນທະເລຈີນໃຕ້ຈະມີທ່າອ່ຽງເພີ່ມກໍາລັງແຮງຂຶ້ນກາຍເປັນພະຍຸດີເພຣຊັນ ແລະ ຄາດວ່າຈະເຄື່ອນຜ່ານດອນໄຫໜານເຂົ້າສູ່ພາກເໜືອຂອງປະເທດຫວຽດນາມ. 

ວົງລັດສະໝີຂອງພະຍຸຫົວດັ່ງກ່າວ ຈະກວມເອົາພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້ຂອງປະເທດລາວ ເຊິ່ງຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສຽງໃຕ້ ຈະເພີ່ມກໍາລັງແຮງພັດປົກຄຸມ ແລະ ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຕໍ່ສະພາບອາກາດດັ່ງກ່າວ, ອຳນາດການປົກຄອງ ແລະ ປະຊາຊົນໃນຂອບເຂດທົ່ວປະເທດ ຈົງມີສະຕິລະວັງຕົວ ແລະຕິດຕາມການລາຍງານສະພາບອາກາດ ຈາກກົມອຸຕຸນິຍົມ ແລະອຸທົກກະສາດ ຜ່ານຊ່ອງທາງຕ່າງໆຢ່າງໃກ້ຊິດ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.