ຄວາມຄືບໜ້າແຜນວຽກອຳນວຍຄວາມສະດວກທາງການຄ້າ ປີ 2017-2022 ໄລຍະ 6 ເດຶອນ ຕົ້ນປີ 2019

ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ (ກຄອຄ) ໄດ້ຈັດກອງປະຊຸມ ສະຫຼຸບແຜນດຳເນີນວຽກງານອຳນວຍຄວາມສະດວກທາງການຄ້າ ຂອງ ສປປ ລາວ 2017-2022 ໄລຍະ 6 ເດືອນ ຕົ້ນປີ 2019.

ທີ່ໂຮງແຮມ ຄຮາວພາຊາ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານ ໂດຍ ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີຜູ້ເຂົ້າຮ່ວມຈາກຂະແໜງ ການກ່ຽວຂ້ອງ, ອົງການຈັດຕັ້ງສາກົນ, ແລະ ພາກສ່ວນທຸລະກິດ ລວມທັງໝົດ 50 ທ່ານ.

ກອງປະຊຸມ ໄດ້ລາຍງານຄວາມຄຶບໜ້າໃນການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02/ນຍ ແລະ ແຜນຍູຸດທະສາດ ອໍານວຍຄວາມສະດວກທາງການຄ້າ ຂອງ ສປປ ລາວ ໄລຍະປີ 2017-2022. ນອກນັ້ນ, ຍັງໄດ້ປຶກສາຫາລືຮ່າງຄໍາສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ – ສົົ່ງອອກ, ການຜ່ານແດນ, ການນໍາເຂົ້າເພືີ່ອສົົ່ງອອກຕໍໍ່ ແລະ ການເຄືີ່ອນຍ້າຍສິນຄ້າພາຍໃນ ຢູ່ ສປປ ລາວ.

ທີ່ ໂຮງແຮມ ຄຮາວພາຊາ, ນະຄອນຫຼວງວຽງຈັນ ກຄອຄ ໄດ້ຈັດກອງປະຊຸມເພື່ອລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ ແຜນດຳເນີນວຽກງານອຳນວຍຄວາມສະດວກທາງການຄ້າ ຂອງ ສປປ ລາວ 2017-2022 ໄລຍະ 6 ເດືອນ ຕົ້ນປີ 2019 ໃຫ້ກຽດເປັນປະທານ ໂດຍ ທ່ານ ບຸນມີ ມະນີວົງ, ຮອງ ລມຕ ກະຊວງ ອຸດສາຫະກໍາ ແລະ ການຄ້າ.

ກອງປະຊຸມ ໄດ້ສະຫຼຸບ ແລະ ຕີລາຄາການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02/ນຍ ແລະ ແຜນຍູຸດທະສາດ ອໍາ ນວຍຄວາມສະດວກທາງການຄ້າ ຂອງ ສປປ ລາວ ໄລຍະປີ 2017-2022 ພ້ອມທັງປຶກສາຫາລືຮ່າງຄໍາສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ – ສົົ່ງອອກ, ການຜ່ານແດນ, ການນໍາເຂົ້າເພືີ່ອສົົ່ງອອກຕໍໍ່ ແລະ ການເຄືີ່ອນຍ້າຍສິນຄ້າພາຍໃນ ຢູ່ ສປປ ລາວ.

ການຈັດຕັ້ງປະຕິບັດ ແຜນດຳເນີນວຽກງານ ອຳນວຍຄວາມສະດວກທາງດ້ານການຄ້າ:

ໃນ 7 ຍຸດທະສາດ ປະກອບມີ 28 ກິດຈະກໍາຫຼັກ ຄື:

1)ປັບປຸງກົນໄກການຈັດຕັ້ງເພື່ອເຮັດໃຫ້ການປະສານງານລະຫວ່າງຂະແໜງການການກ່ຽວຂ້ອງໃຫ້ມີປະສິດທິຜົນ 3 ກິດຈະກໍາ (ສໍາເລັດ 1 ກໍາລັງດໍາເນີນງານ 2),

2) ສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຈັດ ຕັ້ງຂັ້ນທ້ອງຖິ່ນເພື່ອເພີ່ມທະວີການປະສານງານ, ການຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດບັນດາມາດຕະການ ວຽກງານ ອຄ 2 ກິດຈະກໍາ (ສໍາເລັດ 1 ກໍາລັງດໍາເນີນງານ 1),

3) ມາດຕະການບູລິມະສິດເພື່ອປັບປຸງມາດຖານການບໍລິການ ການສ້າງຄວາມງ່າຍດາຍຕໍ່ກັບຂັ້ນຕອນທີ່ດ່ານຊາຍແດນ ເຊັ່ນ: ການຂະຫຍາຍເວລາໃຫ້ບໍລິການ, ກວດກາຈຸດດຽວ, ຊຳລະເງິນບ່ອນດຽວ, ແລະ ສ້າງຕັ້ງລະບົບແຈ້ງພາສີປະຕູດຽວ 6 ກິດຈະກໍາ (ສໍາເລັດ 0 ກໍາລັງດໍາເນີນງານ 5 ບໍ່ທັນດໍາເນີນງານ 1),

4) ລົບລ້າງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ທີ່ບໍ່ຈໍາເປັນ 2 ກິດຈະກໍາ (ສໍາເລັດ 0 ກໍາລັງດໍາເນີນງານ 2),

5) ການເຊື່ອມໂຍງກັບພາກພື້ນ-ສາກົນ ແລະ ຮ່ວມມືກັບປະເທດທີ່ມີຊາຍແດນຕິດຈອດກັນ 3 ກິດຈະກໍາ (ສໍາເລັດ 0 ກໍາລັງດໍາເນີນງານ 2 ລ່າຊ້າ 1), 6)ການຮ່ວມມືປະສານງານກັບພາກທຸລະກິດ 3 ກິດຈະກໍາ (ສໍາເລັດ 0 ກໍາລັງດໍາເນີນງານ 3), ແລະ 7)ການຈັດຕັ້ງປະຕິບັດສັນຍາອຳນວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກຢ່າງເຕັມສ່ວນ 9 ກິດຈະກໍາ (ສໍາເລັດ 4 ກໍາລັງດໍາເນີນງານ 5).

ວຽກງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ:

ການປະເມີນຜົນກະທົບຂອງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ສາມາດສັງລວມການຈັດປະເພດ NTMs ໄດ້ທັງໝົດ 314 ມາດຕະການ ຈາກຫຼາຍກວ່າ 100 ນິຕິກໍາ ທີ່ 13 ກະຊວງ ເປັນຜູ້ວາງອອກ. ໃນນີ້ ມາດຕະການທີ່ຮຽກຮ້ອງໃຫ້ມີການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກສິນຄ້າ ມີ 101 ມາດຕະການ ກວມເອົາ 32% ຂອງມາດຕະການທັງໝົດ.

ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ທຸລະກິດ ໃນການຈັດກອງປະຊຸມເຜີຍແຜ່ ແລະ ປຶກສາຫາລື ຢ່າງເປັນປົກກະຕິ ພາຍໃນໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTM-WG) ໂດຍສະເພາະການປັບປຸງບັນດາລະບຽບ ການ, ຂັ້ນຕອນ, ເວລາ ແລະ ເອກະສານປະກອບ ໃຫ້ກະທັດ ແລະ ວ່ອງໄວຂຶ້ນ.

ວຽກງານແກ້ໄຂບັນຫາພາກທຸລະກິດ:

ນອກຈາກນັ້ນ, ກອງເລຂາ ອຄ ​ຍັງມີບົດບາດ​ສໍາຄັນ ​ໃນ​ການ​ເຮັດ​ໃຫ້ຂັ້ນ​ຕອນ​ການ​ຄ້າມີຄວາມກະທັດຮັດ, ງ່າຍດາຍ, ໂປ່ງໃສ, ສະດວກວ່ອງໄວ ແລະ ກົມກຽວກັນ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງຂອງພາກທຸລະກິດ ຜ່ານການສະເໜີ ບັນຫາຫຍຸ້ງຍາກທີ່ຕິດພັນກັບການນຳເຂົ້າ-ສົ່ງອອກ ແລະ ຜ່ານແດນໃນ​ໄລຍະ 6 ເດືອນຜ່ານມາ, ​ພາກ​ທຸ​ລະ​ກິດ ໄດ້ສະເໜີ ທັງ​ໝົດ 02 ບັນຫາຄື:

  1. ການສົ່ງອອກເຫຼັກເສດ ໄປຕ່າງປະເທດ ຢູ່ບາງແຂວງມີຄວາມຫຍຸ້ງຍາກ (ແຂວງ ບໍລິຄໍາໄຊ ແລະ ຄໍາມ່ວນ) ເນື່ອງຈາກມີແຈ້ງການ ເລກທີ 0339/ອຄ.ຄພນ, ລົງວັນທີ 11 ມີນາ 2008 ທີ່ກໍານົດຫ້າມການສົ່ງອອກເຫຼັກເສດໄປຕ່າງປະເທດ ເຮັດໃຫ້ມີຄວາມສັບສົນໃນການຈັດຕັ້ງປະຕິບັດ,

2) ປັບປຸງການເກັບຄ່າກວດສອບຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ຢູ່ ສປປ ລາວ (ປະຈຸ ບັນ, ທົດລອງຢູ່ດ່ານຂົວມິດຕະພາບ 1) ເຊັ່ນ: ຕູ້ເຢັນ, ເຄື່ອງປັບອາກາດ, ປ້ານໍ້າ, ໝໍ້ແປງ, ລໍາໂພງ ແລະ ອື່ນໆ ທີ່ມີຄ່າໃຊ້ຈ່າຍສູງຫຼາຍ ໃຫ້ແກ່ພາກທຸລະກິດ ຊຶ່ງບໍລິສັດ ຍັງຄ້າງຊໍາລະຄ່າດັ່ງກ່າວຢູ່.

ການປັບປຸງຕົວຊີ້ວັດການຄ້າຕ່າງປະເທດ:

ອີງຕາມບົດລາຍງານການຈັດອັນດັບຄວາມສະດວກໃນການດໍາເນີນທຸລະກິດ ( Ease of Doing Business: EDB ) ຂອງທະນາຄານໂລກ ທີ່ເຜີຍແຜ່ລ່າສຸດ (ວັນທີ 30 ກໍລະກົດ 2019) ເຫັນວ່າ: ຕົວຊີ້ວັດທີ 8 “ການຄ້າຕ່າງປະເທດ”, ສປປ ລາວ ແມ່ນຖືກຈັດຢູ່ໃນອັນດັບທີ 76 ໃນປີ 2019, ຊຶ່ງດີຂຶ້ນ 48 ອັນດັບຈາກ 124 ໃນປີ 2018 ແລະ 63 ອັນດັບຈາກ 139 ໃນປີ 2017. ເຊິ່ງສາມາດສາມາດບັນລຸໄດ້ 38.7% (ເປົ້າໝາຍແມ່ນ 50%). ສົມທຽບ ກັບ ປະເທດອາຊຽນ, ສປປ ລາວ ຈັດຢູ່ໃນອັນດັບທີ 04 (ຮອງຈາກປະເທດສິງກະໂປ, ມາເລເຊຍ ແລະ ໄທ).

ແຫຼ່ງຂໍ້ມູນ: ສູນຂໍ້ມູນຂາອອກ-ຂາເຂົ້າ ສປປ.ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.