ກະຊວງການເງິນ ງົດການປະຕິບັດຫນ້າພະນັກງານພາສີຊົ່ວຄາວ

ພາບປະກອບ

ລັດຖະມົນຕີກະຊວງການເງີນຕົກລົງ: ງົດການປະຕິບັດຫນ້າທີ່ຊົ່ວຄາວຕໍ່ພະນັກງານສັງກັດຢູ່ກົມພາສີຍ້ອນຜູ້ກ່ຽວລະເມີດກົດຫມາຍແລະລະບຽບການດັ່ງມີລາຍຊື່ລຸ່ມນີ້:

1. ທ້າວ ພຸດສະດາວັນ ອິນສີຊຽງໃໝ່
2. ທ້າວ ທິວາພອນ ສຸລິນທອນ
3. ທ້າວ ສະຫງວນຈິດ ວົງເດືອນ
4. ທ້າວ ສີຈັນ ອິນທິວົງ

ພາບປະກອບ

ພະນັກງານທີ່ຖືກງົດປະຕິບັດຫນ້າທີ່ຊົ່ວຄາວບໍ່ມີສິດເຄື່ອນໄຫວວຽກງານທາງລັດຖະການແລະເຄື່ອນໄຫວວຽກອື່ນໆທີ່ເປັນການປັ່ນປ່ວນແລະກໍ່ຄວາມບໍ່ສະຫງົບທີ່ມີຜົນສະທ້ອນຕໍ່ບຸກຄົນແລະການຈັດຕັ້ງພັກ-ລັດ ຢ່າງເດັດຂາດ ແລະຕ້ອງມອບວຽກທີ່ຕົນເອງຮັບຜິດຊອບຄືນໃຫ້ການຈັດຕັ້ງທີ່ຕົນສັງກັດຢູ່ຢ່າງເປັນລາຍລັກອັກສອນ ແລະຂາດຕົວ.

ໄລຍະງົດການປະຕິບັດຫນ້າທີ່ຊົ່ວຄາວໃຫ້ຫັກເງີນເດືອນ ແລະເງີນອຸດຫນູນ 50% ໄວ້ ນັບແຕ່ງວດ 3 ປີ 2019 ເປັນຕົ້ນໄປ ຈົນກວ່າຈະສຳເລັດການດຳເນີນຕາມກົດລະບຽບກົດຫມາຍ ຫ້ອງການກະຊວງການເງີີນ, ກົມຈັດຕັ້ງ ແລະ ພະນັກງານ, ກົມພາສີ, ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ, ໃຫ້ກົມພາສີເຜີຍແຜ່ຂໍ້ຕົກລົງສະບັບນີ້ໃຫ້ພະນັກງານ-ລັດຖະກອນຂອງຕົນຮັບຊາບຢ່າງທົ່ວເຖິງ ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ວັນລົງລາຍເຊັ່ນເປັນຕົ້ນໄປ

ແຫຼ່ງຂໍ້ມູນ: ກະຊວງການເງິນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...