ມອບ-ຮັບ ຫ້ອງຂັບເຝິກແອບຈຳລອງເຮືອບິນສູ້ຮົບ ຍັກ 130

ຢູ່ທີ່ກອງ ພັນໃຫຍ່ 702, ບໍລິສັດລັດ ວິສາຫະກິດ ໂຣສອາບາໂຣນ ແອັກສະ ປອດ ແຫ່ງ ສະຫະພັນຣັດເຊຍ ໄດ້ມອບຫ້ອງຂັບເຝິກແອບຈຳ ລອງເຮືອບິນສູ້ຮົບ ຍັກ 130 ໃຫ້ ແກ່ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ໂດຍການເຂົ້າຮ່ວມ ເປັນປະທານຂອງ ທ່ານ ພັນເອກ ພັນທະມິດ ວໍລະບຸດ ຮອງຜູ້ບັນ ຊາການທະຫານອາກາດກອງ ທັບປະຊາຊົນລາວ, ທ່ານ ນາງ ຈູເລຍ ກາວຈຶດ ຫົວໜ້າຄະນະ ວິຊາການຣັດເຊຍ ແລະ ຜູ້ຕາງ ໜ້າບໍລິສັດລັດວິສາຫະກິດໂຣສ ອາບາໂຣນ ແອັກສະປອດ, ທ່ານ ບົວສອນ ສີນວນທອງ ຮອງ ເຈົ້າແຂວງໆຊຽງຂວາງ, ມີຄະ ນະນໍາຕາງໜ້າກອງພັນໃຫຍ່ 703, 702, ກົມກອງອ້ອມຂ້າງ ພ້ອມດ້ວຍບັນດາທ່ານແຂກ ແລະ ພະນັກງານວິຊາການທີ່ ກ່ຽວຂ້ອງທັງສອງຝ່າຍເຂົ້າ ຮ່ວມ.

ໃນພິທີ ທ່ານ ນາງ ຈູເລຍ ກາວຈຶດ ຕາງໜ້າໃຫ້ບໍລິສັດລັດ ວິສາຫະກິດໂຣສອາບາໂຣນແອັກ ສະປອດ ຂຶ້ນກ່າວມອບ ຫ້ອງ ຂັບຈຳລອງເຮືອບິນເຝິກແອບສູ້ ຮົບຍັກ 130, ຈາກນັ້ນ ທ່ານ ພັນ ເອກ ພັນທະມິດ ວໍລະບຸດ ຮອງ ຜູ້ບັນຊາການທະຫານອາກາດ ຕາງໜ້າກະຊວງປ້ອງປະເທດ ແຫ່ງ ສປປ ລາວ ຂຶ້ນກ່າວຮັບພ້ອມ ທັງມີຄຳເຫັນວ່າ:

ການໄດ້ຮັບ ຫ້ອງຂັບຈຳລອງເຮືອບິນເຝິກ ແອບສູ້ຮົບ ດັ່ງກ່າວນີ້ເປັນການ ປະກອບສ່ວນອັນສຳຄັນໃນການ ຍົກລະດັບຄວາມສາມາດໃນ ການເຝິກແອບເຮືອບິນສູ້ຮົບ ແລະ ຈຸບິນຂອງກອງບັນຊາການທະ ຫານອາກາດກອງທັບປະຊາຊົນ ລາວໃຫ້ສູງຂຶ້ນ, ທັງເປັນການ ສ້າງຄວາມເຂັ້ມແຂງ ແລະ ເພີ່ມ ທະວີປະສິດທິພາບໃຫ້ແກ່ວຽກ ງານປັບປຸງກໍ່ສ້າງກອງທັບໃນ ການປົກປັກຮັກສາເຂດນ່ານຟ້າ ຂອງ ສປປ ລາວ ໄວ້ຢ່າງໝັ້ນຄົງ ແລະ ຈະເອົາໃຈໃສ່ຊີ້ນໍາການອົບ ຮົມຫັດແອບໃຫ້ມີປະສິດທິຜົນສູງ.

ພ້ອມນັ້ນກໍຈະເອົາໃຈໃສ່ບຳ ລຸງ ແລະ ກໍ່ສ້າງບຸກຄະລາກອນ, ນັກວິຊາການເພື່ອຮັບຮອງການ ນຳໃຊ້ຍົນດັ່ງກ່າວ.

ການມອບ-ຮັບໃນຄັ້ງນີ້ແມ່ນສະແດງໃຫ້ເຫັນເຖິງຄວາມເຕີບ ໃຫຍ່ຂະຫຍາຍຕົວໃນສາຍພົວ ພັນຮ່ວມມືທີ່ສະ ໜິດແໜ້ນໃນ ວຽກງານປ້ອງກັນຊາດຂອງ ສອງຝ່າຍ ແລະ ຍັງສະແດງໃຫ້ ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ ຂອງກອງທັບປະຊາຊົນລາວຕໍ່ ການນຳໃຊ້ຜະລິດຕະພັນຂອງ ສະຫະພັນຣັດເຊຍອີກດ້ວຍ.

ພ້ອມທັງກ່າວມອບຫ້ອງເຝິກຈຳ ລອງດັ່ງກ່າວໃຫ້ແກ່ກອງພັນ ໃຫຍ່ 702

ແຫຼ່ງຂໍ້ມູນ: Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...