ກອງທັບລາວ ນຳໃຊ້ທຸກທ່າແຮງເຂົ້າໃນການກອບກູ້ໄພພິບັດຢູ່ 6 ແຂວງພາກກາງ ແລະ ພາກໃຕ້

ເນື່ອງຈາກອິດທິພົນຂອງລົມພາຍຸໜູນເຂດຮ້ອນໂພດູ ແລະ ລົມພາຍຸ ກາຈິກີ, ຫົວທີ 4 ມີຈຸດສູນກາງ 15.9 ອົງສາເໜືອ, ເສັ້ນ ແວງ 107.1 ອົງສາ ຕາເວັນ ອອກສືບຕໍ່ຜັດຜ່ານບັນດາແຂວງ ພາກກາງ ແລະ ພາກໃຕ້ ເຮັດໃຫ້ມີຝົນຕົກໜັກ ແລະ ເກີດນໍ້າຖ້ວມຢູ່ 6 ແຂວງພາກກາງ ແລະ ພາກໃຕ້ເຊັ່ນ: ແຂວງຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ອັດຕະປື ແລະ ແຂວງເຊກອງ, ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ປະ ຊາຊົນໃນ 37 ເມືອງ, 788 ບ້ານ.

ປະຊາຊົນຍົກຍ້າຍ 3.400 ກວ່າ ຄອບຄົວ, ສ້າງຄວາມເສຍຫາຍຕໍ່ບ້ານເຮືອນ, ເນື້ອທີ່ນາຂອງປະຊາຊົນ 130.569 ກວ່າເຮັກຕາ, ຊົນລະປະທານ 26 ແຫ່ງ, ຂົວ 6ແຫ່ງ, ໂຮງຮຽນ 45 ແຫ່ງ, ສຸກສາລາ 2 ແຫ່ງ. ໃນນີ້ມີຜູ້ເສຍຊີວິດ 2 ຄົນ ຢູ່ແຂວງສະຫວັນນະເຂດ ແລະ ຈຳປາສັກ ແລະ ສູນຫາຍ 2 ຄົນ ຢູ່ແຂວງຈຳປາສັກ.

ຈາກສະພາບການດັ່ງກ່າວກະ ຊວງປ້ອງກັນປະເທດໄດ້ມອບ ໃຫ້ກົມໃຫຍ່ເສນາທິການກອງ ທັບ ເປັນເຈົ້າການຊີ້ນຳບັນດາກົມກອງຢູ່ແຕ່ລະທ້ອງຖິ່ນຈັດຕັ້ງກຳລັງ ແລະ ນຳໃຊ້ພາຫະນະອຸປະກອນຂອງບັນດາກົມກອງເຂົ້າໄປກອບກູ້ໄພຊ່ວຍເຫຼືອຍົກຍ້າຍປະຊາຊົນອອກຈາກບ່ອນນໍ້າຖ້ວມໄປຢູ່ບ່ອນທີ່ປອດໄພຢ່າງຮີບດ່ວນ ແລະ ຊ່ວຍ ເຫຼືອປະຊາຊົນດ້ວຍຄວາມອົດທົນ ແລະ ຂະຫຍັນຂັນແຂງ, ເຊິ່ງໃນນັ້ນ ກອງພົນທີ 4, ນຳໃຊ້ກຳລັງຈຳນວນ 9 ສະຫາຍ ໃຊ້ເຮືອທ້ອງແບນ 5 ລຳ, ລົດຂົນສົ່ງ 5 ຄັນ ໄປຊ່ວຍແຂວງສາລະວັນ.

ປັດຈຸບັນກອງພົນດັ່ງກ່າວຍັງໄດ້ກະກຽມກຳ ລັງລໍຖ້າຢູ່ກອງພັນໃຫຍ່ 401 ຈຳນວນ 300 ສະຫາຍ ແລະ ກະກຽມ 200 ສະຫາຍ ຢູ່ບັນດາກອງພັນນ້ອຍ, ດ້ານພາຫະນະມີລົດເຮືອເປເຕແອັດ 2 ຄັນ, ເຮືອທ້ອງແບນ 1 ລຳ, ກອງພົນທີ 5, ນຳໃຊ້ກຳລັງ ຈຳນວນ 400 ສະຫາຍ, ເຮືອ 6 ລຳ, ລົດຂົນສົ່ງ 4 ຄັນ ໄປຊ່ວຍແຂວງຈຳປາສັກ ແລະ ແຂວງສາລະວັນ, ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ນຳໃຊ້ກຳລັງຂອງບັນດາກອງພັນນ້ອຍ ແລະ ກອງບັນຊາການທະຫານເມືອງແຕ່ລະເມືອງ ຈຳນວນ 704 ສະຫາຍ ພ້ອມລົດຂົນສົ່ງ ຈຳນວນ 6 ຄັນ ເຮືອ 4 ລຳ ໄປຊ່ວຍປະຊາຊົນໃນ 6 ເມືອງ ທີ່ຖືກນໍ້າຖ້ວມ.

ກອງບັນຊາການທະຫານແຂວງສະຫວັນນະເຂດ, ໄດ້ນຳໃຊ້ກຳລັງຂອງບັນດາກອງພັນນ້ອຍ ແລະ ກອງບັນຊາ ການທະຫານເມືອງບັນດາເມືອງ ຈຳນວນ 400 ສະຫາຍ, ພ້ອມລົດຂົນສົ່ງ ຈຳນວນ 12 ຄັນ, ໄປຊ່ວຍປະຊາຊົນໃນ 10 ເມືອງ ທີ່ຖືກນໍ້າຖ້ວມ, ກອງບັນຊາການທະຫານແຂວງສາລະວັນ, ນຳໃຊ້ກຳລັງຂອງບັນດາກອງພັນນ້ອຍ ແລະ ກອງບັນຊາການບັນດາເມືອງ ຈຳນວນ 350 ສະຫາຍ ພ້ອມລົດຂົນສົ່ງ ຈຳນວນ 6 ຄັນ, ສົມທົບກັບກອງພົນ ທີ 5 ແລະ ກອງພົນທີ 4 ໄປຊ່ວຍປະຊາຊົນໃນ 3 ເມືອງ ທີ່ຖືກນໍ້າຖ້ວມ.

ກອງບັນຊາການທະຫານແຂວງຈຳປາສັກ, ນຳໃຊ້ກຳລັງຂອງບັນດາກອງພັນນ້ອຍ ແລະ ກອງບັນຊາການທະ ຫານເມືອງ ບັນດາເມືອງ ຈຳນວນ 350 ສະ ຫາຍ ພ້ອມລົດຂົນສົ່ງ ຈຳນວນ 8 ຄັນ ສົມທົບກັບກອງພົນທີ 5 ແລະ ໂຮງຮຽນາຍສິບເລກ 2 ວຽງໄຊ ໄປຊ່ວຍປະຊາຊົນໃນ 10 ເມືອງທີ່ຖືກນໍ້າຖ້ວມ, ກອງບັນຊາການທະຫານແຂວງເຊກອງ, ນຳໃຊ້ກຳລັງຂອງບັນດາກອງພັນນ້ອຍ ແລະ ກອງບັນຊາການທະຫານເມືອງແຕ່ລະເມືອງ ຈຳ ນວນ 250 ສະຫາຍ ພ້ອມລົດຂົນສົ່ງ ຈຳນວນ 6 ຄັນ, ໄປຊ່ວຍປະຊາຊົນໃນ 4 ເມືອງ ທີ່ຖືກນໍ້າຖ້ວມ ແລະ ກອງບັນຊາການທະຫານແຂວງອັດຕະປື, ນຳໃຊ້ກຳລັງຂອງບັນດາກອງພັນນ້ອຍ ແລະ ກອງບັນຊາການທະຫານເມືອງບັນດາເມືອງ ຈຳນວນ 150 ສະຫາຍ ພ້ອມລົດຂົນສົ່ງ ຈຳ ນວນ 4 ຄັນ ໄປຊ່ວຍປະຊາຊົນ ໃນ 5 ເມືອງທີ່ຖືກນໍ້າຖ້ວມ.

ສັງລວມການນຳໃຊ້ກຳລັງແຕ່ ວັນທີ 29/8-4/9/2019 ທັງໝົດ ທີ່ລົງຊ່ວຍປະຊາຊົນໃນ 6 ແຂວງ ຈຳນວນ 2.200 ກວ່າສະຫາຍ. ນອກນີ້ຍັງໄດ້ກຽມພ້ອມນຳໃຊ້ກຳລັງ ແລະ ພາຫະນະ ຈຳນວນ 5.000 ສະຫາຍ, ເຮືອທຸກຊະນິດ 40 ລຳ, ລົດຂົນສົ່ງ 50 ຄັນ, ຍົນ ຂຶ້ນຊື່ Mi 17 ຈຳນວນ 3 ລຳ, ຍົນ MA-600 ຈຳນວນ 1 ລຳ.

ແຫຼ່ງຂໍ້ມູນ: Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...