ກອງ​ປະ​ຊຸມເຜີຍແຜ່ການທູດຂອງ ສປປ ລາວ ໃນເວທີພາກພື້ນ ແລະສາກົນ.

ມື້ນີ້,ທີ່ຄະນະຊາວໜຸ່ມ ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບການເຄື່ອນໄຫວ ການທູດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໃນໄລຍະຜ່ານມາ.

​ທ່ານ ອານຸພາບ ວົງໜໍ່ແກ້ວ ກຳມະການສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນ ຜົນສຳເລັດ ແລະ ຄວາມສຳຄັນຂອງການເຄື່ອນໄຫວການທູດ ຂອງ ສປປ ລາວ ໃນໄລຍະຜ່ານມາ ຈົນເຖິງ ປັັດຈຸບັນ ພາຍໃຕ້ການປະຕິບັດນະໂຍບາຍ ການຕ່າງປະເທດຂອງພັກ ແລະ ລັດຖະບານທີ່ຖືກຕ້ອງ ແລະ ສອດຄ່ອງກັບການປ່ຽນແປງ ສະພາບການຂອງໂລກ ແລະ ພາກພື້ນ ໃນແຕ່ລະໄລຍະ, ແນໃສ່ສ້າງເງື່ອນໄຂ, ສະພາບແວດລ້ອມທີ່ ເອື້ອອຳນວຍຄວາມສະດວກ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ກອງປະຊຸມໄດ້ຄົ້ນຄ້ວາ, ນຳສະເໜີ ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບບາງບັນຫາທີ່ພົ້ນເດັ່ນຂອງສາກົນ ແລະ ພາກພື້ນໃນປັດຈຸບັນ, ເພື່ອເຮັດ ໃຫ້ຜູ້ເຂົ້າຮ່ວມ ກໍຄືພະນັກງານຮຸ່ນສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບບັນຫາຕ່າງໆ ທີ່ເກີດຂຶ້ນໃນໂລກ ແລະ ພາກພື້ນ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...