ຂ່າວດີ! ທຶນຮຽນຟຣີ ໂຮງແຮມ ແລະ ປຸງແຕ່ງອາຫານ ສຳລັບນ້ອງທີ່ຮຽນບໍ່ຈົບປະຖົມມັດທະຍົມຕົ້ນ ແລະ ປາຍ

ຂ່າວດີນ້ອງໆ!

? ພວກເຮົາມີທຶນຮຽນຟຣີ ສະຫນັບສະໜຸນໂດຍໂຄງການລາວ 029 ວິຊາການໂຮງແຮມ ແລະ ປຸງແຕ່ງອາ ຫານ ຜູ້ໃດສົນໃຈສາມາດມາສະໝັກໄດ້ແຕ່ມື້ນີ້ຮອດວັນທີ 23/9/2019 ນີ້ເທົ່ານັ້ນ (ການມາສະຫມັກຕ້ອງຖືໃບປະກາດປະຖົມໂຕແທ້ ແລະ ສຳມະໂນຄົວມາຍື່ນເອົາຄຳຮ້ອງຂໍທຶນ) ທຶນມີຈຳກັດສະຫມັກກ່ອນໄດ້ກ່ອນເລີ່ມ

? ເລີ່ມຕົ້ນຮຽນວັນທີ 01/10/2019 ໄລຍະຮຽນ 03 ເດືອນຊັ້ນຕົ້ນຈົບທາງວິທະຍາໄລວຽງຈັນພັດທະນາອາຊີບຊອກວຽກໃຫ້ພ້ອມ ( ຮຽນຫມົດມື້ຈັນຫາສຸກ) ຢູ່ຫໍພັກນຳໂຮງຮຽນ

? ວັນທີ 22/9/2019 ຕ້ອງມາຍື່ນເອກະສານໃຫ້ຄົບຫມົດ ແລະ ວັນທີ 24/9/2019 ສຳພາດເຂົ້າຮຽນ ຖ້າໃຜບໍ່ມາຍື່ນເອກະສານ ຕາມນັດ ແລະ ບໍ່ມາສຳພາດຈະຖືກວ່າສະລະສິດ

? ເງື່ອນໄຂຜູ້ສະໝັກ

1. ອາຍຸ 18-30 ປີ
2. ຮຽນແລ້ວຕ້ອງໄດ້ໄປເຮັດວຽກໃນວິຊາຊີບທີ່ຕົນຮຽນຈົບ ເພາະຫຼັງຈາກຈົບ ວິທະຍາໄລຈະຊ່ວຍຊອກວຽກໃຫ້ ຫລື ນັກຮຽນຊອກຮ່ວມກັນ
3. ສາມາດອ່ານຂຽນພາສາລາວໄດ້
4. ?? ( ມີພາຫະນະທຽວການ )
5. ເປັນບຸກຄົນທີ່ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ
6. ເພດຍິງ ພິຈາລະນາເປັນພິເສດ

? ສິ່ງທີ່ຜູ້ຮຽນຈະໄດ້ຮັບໃນໄລຍະຮຽນ

1. ຄ່າເດີນທາງສະເພາະມາຮຽນຄັ້ງແລກ ແລະ ຫລັງຈາກຮຽນຈົບ
2. ມີຫໍພັກໃຫ້ຢູ່ຟຣີ + ເຄື່ອງບ່ອນຢູ່ບ່ອນນອນ 1 ຊຸດ
3. ໄດ້ຮັບເຄື່ອງແບບຮຽນ 2 ຊຸດ
4. ມີເງິນເບັ້ຍລ້ຽງໃຫ້ 3 ເດືອນຕອນຮຽນ ແລະ 1 ເດືອນຫລັງຈາກຈົບ
5. ມີອຸປະກອນຮຽນໃຫ້
6. ການຮຽນເນັ້ນປະຕິບັດໂຕຈິງ 80%
7. ບຳລຸງພາສາອັງກິດວິຊາສະເພາະເພື່ອການສື່ສານໃຫ້ພ້ອມ

??? ສະຖານທີ່ມາເອົາຄຳຮ້ອງຂໍທຶນ ແລະເຂົ້າຮຽນຕັ້ງຢູ່
ບ້ານ ດົງປ່າແຫຼບ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ

☎️ ໂທສອບຖາມໄດ້ເບີທີ 021 540545 & 021 261566 ວັນຈັນຫາວັນສຸກ ເວລາ 8:00 – 4:30 ເທົ່ານັ້ນ.

ແຫຼ່ງຂໍ້ມູນ: ວິທະຍາໄລ ວຽງຈັນພັດທະນາອາຊີບ Vientiane Professional Development College

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...