ລາວ-ອິນເດຍ ສົ່ງເສີມການຮ່ວມມືວຽກງານການທູດ

ພິ­ທີ​ລົງ​ນາມ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ວ່າ​ດ້ວຍ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ເຝີກ​ອົບ­ຮົມ​ສຳ­ລັບ​ນັກ​ການ​ທູດ ຈັດ​ຂຶ້ນ​ຢູ່​ກະ­ຊວງ​ການ​ຕ່າງ­ປະ­ເທດ ລະ­ຫວ່າງ​ທ່ານ ຄຳ​ສວຍ ແກ້ວ​ດາ ລາ​ວົງ ຫົວ­ໜ້າ​ສະ​ຖາ​ບັນ​ການ​ຕ່າງ­ປະ­ເທດ ແລະ ທ່ານ Dinkar n Asthana ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ​ສາ­ທາ­ລະ­ນະ​ລັດ ອິນ​ເດຍ​ປະ­ຈຳ​ລາວ ມີ​ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ການ​ລົງ​ນາມ​ຄັ້ງ​ນີ້ ເປັນ​ການ​ຮັດ​ແໜ້ນ ແລະ ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ຮ່ວມ​ມື​ມິດ­ຕະ­ພາບ ລະ ຫວ່າງ ລາວ-ອິນ​ເດຍ ໂດຍ​ສະ­ເພາະ ການ​ຊຸກ­ຍູ້​ສົ່ງ­ເສີມ​ການ​ຮ່ວມ​ມື​ລະ­ຫວ່າງ​ສອງ​ສະ​ຖາ​ບັນ​ການ​ຕ່າງ ປະ­ເທດ ລາວ-ອິນ​ເດຍ ເພື່ອ​ສ້າງ​ຂີດ​ຄວາມ​ສາ­ມາດ​ໃນ​ການ​ປະ­ຕິ­ບັດ​ວຽກ​ງານ ກໍ​ຄື ການ​ພັດ­ທະ­ນາ​ນັກ​ການ​ທູດ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ເປັນ­ຕົ້ນ ການ​ຈັດ​ເຝິກ­ອົບ­ຮົມ​ວຽກ​ງານ​ການ​ທູດ ການ​ຄົ້ນ­ຄວ້າ ການ​ສົ່ງ ເສີມ ແລະ ແລກ­ປ່ຽນ​ຊ່ຽວ­ຊານ ນັກ­ວິ­ຊາ­ການ ແລະ​ອື່ນໆ.

ລາວ-ອິນ​ເດຍ ໄດ້​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ນຳ​ກັນ ປີ 1956 ນັບ​ແຕ່​ນັ້ນ​ມາ​ສາຍ​ພົວ­ພັນ​ສອງ ປະ­ເທດ​ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ຕໍ່​ເນື່ອງ ອິນ​ເດຍ​ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ລາວ​ທຸກ​ຂົງ­ເຂດ​ວຽກ​ງານ​ໃນ​ເວ­ທີ​ພາກ​ພື້ນ ແລະ ສາ­ກົນ ສອງ​ປະ­ເທດ​ໄດ້​ມີ​ການ​ແລກ­ປ່ຽນ​ຢ້ຽມ­ຢາມ​ໃນ​ລະ­ດັບ​ຕ່າງໆ​ເປັນ​ປົກ­ກະ­ຕິ  ແລະ ມີ​ການ​ຮ່ວມ​ມື​ກັນ​ຢູ່​ຫຼາຍ​ຂະ­ແໜງ  ພ້ອມ​ນັ້ນ ຍັງ​ໄດ້​ສ້າງ­ຕັ້ງ​ຄະ­ນະ​ກຳ­ມາ​ທິ​ການ​ຮ່ວມ​ວ່າ​ດ້ວຍ​ການ​ຮ່ວມ​ມື​ສອງ​ຝ່າຍ ລາວ-ອິນ​ເດຍ ເຊິ່ງ​ທຸກ​ສອງ​ປີ​ຈະ​ຜັດ­ປ່ຽນ​ກັນ​ເປັນ​ເຈົ້າ­ພາບ ເພື່ອ​ຄົ້ນ ຄວ້າ​ການ​ຮ່ວມ​ມື​ໃນ​ແຕ່​ລະ​ຂົງ­ເຂດ​ວຽກ​ງານ​ຂອງ​ສອງ​ປະ­ເທດ.

ແຫຼ່ງຂໍ້ມູນ: ໜັງສືິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,