NIA ເຊີນຊວນຄົນລາວ ແລກປ່ຽນຮຽນຮູ້ນະວັດຕະກໍາລະຫວ່າງກັນ

ສຳນັກງານນະວັດຕະກໍາແຫ່ງຊາດໄທ (NIA) ເຊີນຊວນຄົນລາວທ່ຽວຊົມນະວັດຕະກຳດ້ານສິນຄ້າອຸປະໂພກ,ບໍລິໂພກຂອງໄທ ທີ່ບູດ NIA ໃນງານ LAO TECHMART 2018 ທີ່ສູນການຄ້າລາວ-ໄອເຕັກ ພ້ອມສະແດງຜົນງານທີ່ປະສົບຄວາມສຳເລັດ ໃນປະເທດໄທມາແລ້ວ ເຊັ່ນ ຕຳຫມາກຫຸ່ງທີ່ປະສົມກັບນ້ຳສະອາດແລ້ວຮັບປະທານໄດ້ທັນທີ, ຄຽບຫມູເບັງດ້ວຍໄມໂຄເວບ ແລະກະແລ່ມຖົ່ວລຽນ ທີ່ເຮັດງ່າຍພຽງແຕ່ແຊ່ນົມ ແລ້ວນຳໄປແຊ່ໃນຊ່ອງແຂງ.

ນອກຈາກນີ້, ຍັງມີຜົງປຸງລົດຈາກຫົວຫອມ ແລະນ້ຳເຕົ້າຮູ້ໂທຟຸຊັງ ເຊິ່ງໃຊ້ນະວັດຕະກຳຮັກສາຄວາມສົດໃຫມ່ ແບບນ້ຳເຕົ້າຮູ້ຍີ່ປຸ່ນບູຮານ ແລະແນວຄິດການແປຮູບອາຫານໃນຮູບແບບໃຫມ່ໆອີກຫລາຍຢ່າງ.

ທ່ານນາງ ວະໄລລັດ​ຊະ​ຕະ ໂມກຂະເວດ ທີ່ປຶກສາດ້ານນະວັດຕະກຳ ຝ້າຍໂຄງສ້າງພື້ນຖານນະວັດຕະກໍາ ສຳນັກງານນະວັດຕະກໍາແຫ່ງຊາດ ແຫ່ງປະເທດໄທກ່າວວ່າ: ວັດຖຸປະສົງໃນການອອກງານໃນຄັ້ງນີ້ ກໍເພື່ອຂະຫຍາຍເຄືອຂ່າຍຄວາມຮ່ວມມືດ້ານນະວັດຕະກຳ ລະຫວ່າງຄົນລາວກັບຄົນໄທ ແລະຂະຫຍາຍຕະຫລາດສິນຄ້າທີ່ມີນະວັດຕະກຳຂອງໄທ ມາສູ່ ສປປ.ລາວ 

ນອກຈາກນີ້, NIA ຍັງພ້ອມທີ່ຈະໂອ້ລົມແລກປ່ຽນປະສົບການກັບຜູ້ທີ່ັສົນໃຈ ນຳເທັກໂນໂລຊີມາໃຊ້ ທາງດ້ານອາຫານແລະເຄື່ອງສຳອາງຕ່າງໆ ລວມເຖິງການສ້າງນະວັດຕະກຳໃຫ້ຫນ້າສົນໃຈອີກດ້ວຍ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...