ລ້າງມືດີມີສີແກ່ຊາດ ລ້າງມືສະອາດພະຍາດສູນຫາຍ (ແດ່ 15 ຕຸລາ ວັນລ້າງມືໂລກ)

ມື້ນີ້, ເປັນວັນທີ່ມີຄວາມສຳຄັນຫຼາຍ ເພາະວ່າເປັນວັນລ້າງມືໂລກ ເຊິ່ງຖືກກຳນົດຂຶ້ນໂດຍການຮ່ວມມືລະຫວ່າງພາກລັດແລະເອກະຊົນໃນລະດັບສາກົນ ເພື່ອຢໍ້າເຕືອນໃຫ້ຜູ້ຄົນສ້າງນິໄສໃນການລ້າງມືໃຫ້ຖືກຕ້ອງ; ເພື່ອໃຫ້ຕົນເອງ ແລະຄົນອື່ນມີສຸຂະພາບທີ່ດີໃນການໃຊ້ຊີວິດປະຈຳວັນ.

ສະເພາະນັກຮຽນ,ນັກສຶກສາ ທີ່ຢູ່ໃນຊ່ວງໄວຈະເລີນພັນ ຕ້ອງພາກັນໝັ່ນລ້າງມືຕະຫຼອດ ພາຍຫຼັງທີ່ຈັບບາຍໂທລະສັບ, ວັດຖຸສິ່ງຂອງຕ່າງໆ. ຍາມລ້າງຕ້ອງໃຊ້ສະບູ່, ຊັນໄລ..ທຸກເທື່ອ ປະມານ 20 ວິນາທີ/ຕໍ່ຄັ້ງ ແລະມີລັກສະນະດັ່ງນີ້:
1. ຝ່າມືຖູກັນ
2. ຝ່າມືຖູຫຼັງມື, ນີ້ວຖູລະຫວ່າງນີ້ວ
3. ຝ່າມືຖູຝ່າມື ແລະນີ້ວຖູລະຫວ່າງນີ້ວ
4. ຫຼັງນີ້ວມືຖູຝ່າມື
5. ຝ່າມືຖູຫົວມືແຕ່ລະນີ້ວ
6. ປາຍມືຖູຕາມຝ່າມື
7. ຖູອ້ອມຕາມມື.

ໃຜທີ່ເຮັດໄດ້ຕາມວ່າມານີ້ໄດ້ ຈະເຮັດໃຫ້ສຸຂະພາບເຂັ້ມແຂງ ແລະພັດທະນາການໃນຊີວິດຢ່າງດີເລີດ!
ຂໍໃຫ້ໝັ່ນລ້າງມືໃຫ້ສະອາດ ເພື່ອສຸຂະພາບຂອງປະເທດແດ່ເດີ!

ອ່ານຂໍ້ມູນເພີ່ມຕື່ມ: https://th.wikipedia.org/wiki/วันการล้างมือโลก

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...