ມະຫັດສະຈັນ “ຜາທໍ່ໜໍ່ຄໍາ” ແຫ່ງທ່ອງທ່ຽວອັນສວຍງາມຂອງຊາວເມືອງເຟືອງ ແຂວງວຽງຈັນ

ຜາທໍ່ໜໍ່ຄໍາຖືວ່າເປັນອີກສະຖານທີ່ທ່ອງທ່ຽວທາງທໍາມະຊາດ ແຫ່ງໜຶ່ງທີ່ມີທິວທັດທໍາມະຊາດອ້ອມຂ້າງສວຍ ງາມເຕັມໄປດ້ວຍຕົ້ນໄມ້ນ້ອຍ-ໃຫຍ່ຂຽວສົດໃສນາໆຊະນິດປົກຄຸມພື້ນທີ່, ຕົວຜາມີລັກສະນະແປກປະຫຼາດບໍ່ເໝືອນບ່ອນອື່ນ, ນັບວ່າເປັນແຫຼ່ງທ່ອງທ່ຽວທີ່ມະຫັດສະຈັນ, ລຶກລັບໜ້າຄົ້ນຫາ.

ແຫຼ່ງທ່ອງທ່ຽວທີ່ວ່ານີ້ຕັ້ງຢູ່ ບ້ານນາທົ່ວ ເມືອງເຟືອງ ແຂວງ ວຽງຈັນ, ຫ່າງຈາກເທສະບານເມືອງປະມານ 3,5 ກິໂລແມັດ,ການເຂົ້າຫາສະຖານທີ່ທ່ອງທ່ຽວແມ່ນເດີນທາງດ້ວຍລົດ ຫຼື ຍ່າງ, ຜານີ້ຢູ່ຮ່ວມລະຫວ່າງຜາສອງອັນຕິດກັນເປັນຊັບສົມບັດອັນລ້ຳຄ່າ, ລຶກລັບ, ມະຫັດສະຈັນຄື: “ ໜໍ່ຄຳ “.

ສ່ວນລັກສະນະທົ່ວໄປຂອງພື້ນທີ່ຜາທໍ່ໜໍ່ຄໍາ ເປັນຜາຫີນປູນຕັ້ງໂດດດ່ຽວສະຫງ່າຢູ່ໃຈກາງເມືອງ, ມີຄວາມສູງຈາກລະດັບໜ້ານໍ້າທະເລປະມານ 700 ແມັດ, ເປັນເອກະລັກທີ່ບົ່ງບອກເຖິງຮູບຮ່າງສັນຖານຂອງເມືອງເຟືອງ ນອກຈາກ ເອກະລັກແລ້ວຜາທໍ່ຍັງໄດ້ເຊື່ອງຊ້ອນຄວາມລຶກລັບທີ່ຍັງບໍ່ມີໃຜທັນຮູ້, ໜ້າຜາທີ່ສູງຊັນນັ້ນຫາກເຮົາ ແນມຂຶ້ນໄປຈະເຫັນແສງປະກາຍຄໍາຢູ່ຫຼາຍຈຸດແຕ່ມີຈຸດໜຶ່ງຈຸດດຽວ ເທົ່ານັ້ນທີ່ເຫັນແສງນັ້ນເດັ່ນປະກາຍກວ່າຈຸດອື່ນໆ.

ປະຊາຊົນໃນພື້ນທີ່ເຊື່ອກັນວ່າແສງນັ້ນແມ່ນແສງ ຂອງຄໍາທີ່ມີຄຸນຄ່າມະຫາສານ, ພວກເຂົາເຈົ້າຮ້ອງຈຸດດັ່ງກ່າວວ່າ “ໜໍ່ຄໍາ” ຍ້ອນມີລັກສະນະເປັນ ທ່ອນກົມແຍກເປັນ 2 ຍອດເປັນທີ່ມາຂອງ “ຜາທໍ່ໜໍ່ຄໍາ” ມີຫຼາຍ ຄັ້ງທີ່ມີບາງກຸ່ມຄົນພະຍາມປີນ ໄຕ່ຂຶ້ນໄປເອົາໜໍ່ຄໍາແຕ່ຕ້ອງພົບກັບສິ່ງລຶກລັບ ຊຶ່ງນໍາມາແກ່ຄວາມຫາຍະນະ.

ຕາມຂໍ້ມູນລາຍງານຈາກພະແນກ ຖວທ ເມືອງເຟືອງຮູ້ວ່າ:

ສະຖານທີ່ທ່ອງທ່ຽວທີ່ຫຼາຍຄົນເຊື່ອກັນວ່າລຶກລັບແຫ່ງນີ້ແມ່ນຢູ່ໃນການຄຸ້ມຄອງຂອງບ້ານ ຊຶ່ງຂະນະນີ້ຍັງຢູ່ໃນຂັ້ນຕອນຍາດແຍ່ງ ທຶນເພື່ອມາພັດທະນາ ແລະເຖິງວ່າຈະບໍ່ທັນໄດ້ຮັບການປະກາດເປີດເປັນແຫຼ່ງທ່ອງທ່ຽວຢ່າງເປັນທາງການແຕ່ປະຈຸບັນສະຖານທີ່ດັ່ງກ່າວ ກໍໄດ້ມີນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃຫ້ ຄວາມສົນໃຈໄປທ່ຽວຊົມເປັນຈໍານວນຫຼວງຫຼາຍໃນແຕ່ລະວັນໂດຍສະເພາະວັນບຸນເທສະການຕ່າງໆ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...