ປະທານປະເທດຮັບສານຕາຕັ້ງ ຈາກທູດປະເທດເພື່ອນມິດ ແລະ ມອບແຕ່ງຕັ້ງທູດລາວປະຈຳຕ່າງປະເທດ

ທີ່ທໍານຽບປະທານປະ ເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະ ລັດ ປະຊາທິ ປະໄຕປະຊາຊົນ ລາວ ໄດ້ຕ້ອນຮັບບັນດາທູດປະ ເທດເພື່ອນມິດເຂົ້າຍື່ນສານຕາ ຕັ້ງເພື່ອດໍາລົງຕໍາແໜ່ງເປັນ ເອກ ອັກຄະລັດ ຖະທູດຄົນໃໜ່ ປະຈໍາ ສປປ ລາວ ເຊິ່ງປະກອບ ດ້ວຍສາທາລະນະລັດສິງກະໂປ, ອັງກິດ ຍີ່ປຸ່ນ ແລະ ລຸກຊໍາບວກ.

ໃນໂອກາດນີ້, ທ່ານບຸນຍັງ ວໍລະ ຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ບັນດາທ່ານທູດປະເທດເພື່ອນມິດຕ່າງໆທີ່ ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາ ແໜ່ງ ເປັນເອກອັກຄະລັດ ຖະທູດປະຈໍາຢູ່ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວໃນຄັ້ງນີ້.

ພອ້ມທັງໄດ້ແຈ້ງສະພາບ ການພັດ ທະນາໃນດ້ານ ຕ່າງໆຂອງລາວ ໃຫ້ແກ່ບັນດາທ່ານທູດໄດ້ຮັບຊາບ ແລະ ຫວັງວ່າ ໃນຕະຫຼອດໄລຍະ ຂອງການປະຕິບັດໜ້າທີ່ການທູດ ຢູ່ລາວ ບັນດາທ່ານທູດຈະປະ ກອບສ່ວນເສີມສ້າງສາຍພົວພັນ ແລະ ການຮວ່ມມື ທີ່ມີຢູ່ແລ້ວໃຫ້ ນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ.

ລັດຖະບານລາວ ພ້ອມແລ້ວຈະໃຫ້ການຮ່ວມມື, ອໍານວຍຄວາມ ສະດວກໃຫ້ແກ່ທຸກທ່ານ ໃນການປະຕິບັດໜ້າທີ່ຢູ່ລາວໃຫ້ປະສົບຜົນສໍາເລັດ ເພື່ອເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮວ່ມມືທີ່ມີຢູ່ແລ້ວໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໃນມື້ດຽວກັນ, ທ່ານປະທານປະເທດ ບຸນຍັງ ວໍລະຈິດ ກໍໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄປດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງສປປ ລາວປະ ຈຳ ສສ. ຫວຽດນາມ.

ທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄປດໍາ ລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ.

ທ່ານ ພົມມາ ສິດເສນາ ຫົວໜ້າກົມເອີຣົບ-ອາເມລິກາ, ຄະນະພົວພັນຕ່າງປະເທດສູນ ກາງພັກ ໄປດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ. ອິນໂດເນເຊຍ.

ທ່ານ ອານຸພາບ ວົງໜໍ່ແກ້ວ ຫົວ ໜ້າກົມອົງການຈັດຕັ້ງສາກົນໄປ ດໍາລົງຕໍາແໜ່ງເປັນເອກອັກຄະ ລັດຖະທູດ, ຜູ້ຕາງໜ້າຖາ ວອນ ແຫ່ງ ສປປ ລາວ ປະຈຳອົງການ ສະຫະປະຊາຊາດ ທີ່ນີວຢອກ.

ແລະ ທ່ານ ບຸນລຽບ ຮຸ່ງວົງສອນ ຮອງຫົວໜ້າກົມອາຊີ, ປາຊີ ຟິກ ແລະ ອາຟຣິກກາ, ກະຊວງ ການຕ່າງປະເທດໄປດໍາລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຊູແອດ.

ໂດຍ: ສິງຄຳ- ພາບ: ອ່າຍຄຳ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...