ຕົນໂຕພິການ ແຕ່ຫົວໃຈບໍ່ພິການ ອ້າຍເປ້ຍ ເຫຼົາພັກດີ ບຸກຄົນທີ່ຄວນເອົາເປັນແບບຢ່າງ! ເຈົ້າຂອງຫຼຽນຄຳປະຫວັດສາດ ແຫ່ງວົງການກິລາຄົນພິການລາວ.


ອ້າຍເປ້ຍ ເຫຼົາພັກດີ ນັກກິລາຍົກນ້ຳໜັກຄົນພິການທີມຊາດລາວ ເຈົ້າຂອງຫຼຽນຄຳປະຫວັດສາດໃນວົງການກິລາຄົນພິການລາວ ​ເປັນນັກກິລາຍົກນ້ຳໜັກຄົນພິການທີມຊາດລາວ ເຈົ້າຂອງຫຼຽນຄຳກິລາຍົກນ້ຳໜັກ ຮຸ່ນ 49 ກິໂລກຣາມ ເອຊຽນ ພາຣາເກມ ຄັ້ງທີ 12.

ລາວ ໄດ້ລົງທຳການແຂ່ງຂັນເອຊຽນ ພາຣາເກມ ຄັ້ງທີ XII ຮຸ່ນນ້ຳໜັກ 49 ກິໂລກຣາມ ເຊິ່ງໃນຮຸ່ນນີ້ມີນັກກິລາເຂົ້າຮ່ວມທັງໝົດ 11 ຄົນ ຈາກ 10 ປະເທດ ແລະ ແບ່ງອອກເປັນ 2 ກຸ່ມ. ໂດຍ ທ້າວ ເປ້ຍ ເຫຼົາພັກດີ ໄດ້ຖືກຈັດຢູ່ອັນດັບທີ 2 ໂດຍມີສະຖິຕິຍົກທີ່ມີຢູ່ 125 ກິໂລກຣາມ ຂອງກຸ່ມ A ມີນັກກິລາ 6 ຄົນ ແລະ 1 ໃນນັ້ນກໍ່ມີ ທ້າວ ບາຊາ ນັກກິລາຍົກນ້ຳໜັກອັນດັບ 1 ຈາກປະເທດອິນເດຍ ທີ່ມີສະຖິຕິຍົກເລີ່ມຕົ້ນໄດ້ເຖິງ 127 ກິໂລກຣາມ.

ລາວບອກວ່າ ສິຖິຕິທີ່ຍົກໄດ້ໃນການແຂ່ງຂັນຄັ້ງນີ້ ຍັງຕ່ຳກວ່າສະຖິຕິທີ່ເຄີຍທົດສອບກ່ອນເຂົ້າຮ່ວມແຂ່ງຂັນ ແນວໃດກໍ່ຕາມ ຕົນເອງຈະໝັ່ນເຝິກຊ້ອມ ແລະ ທຳສະຖິຕິໃຫ້ດີຂຶ້ນກ່ອນເກົ່າ ພ້ອມທັງສະແດງຄວາມຂອບໃຈມາຍັງທຸກກຳລັງໃຈທີ່ສົ່ງໃຫ້ໃນການເດີນເຂົ້າຮ່ວມແຂ່ງຂັນຄັ້ງນີ້ ແລະ ຫວັງວ່າ ຈະໄດ້ຮັບການສະັບສະໜູນຕໍ່ໄປ.

ໃນອະນາຄົດອັນໃກ້ນີ້ ເດືອນກຸມພາ 2019 ແມ່ນຈະເດີນທາງເຂົ້າຮ່ວມແຂ່ງຂັນຢູ່ສະຫະລັດອາຣັບເອມິເຣດ ຫຼັງຈາກນັ້ນ ແມ່ນຢູ່ທີ່ປະເທດຄາຊັກສະຖານ ກ່ອນຈະມຸງເສັ້ນທາງສູ່ ໂຕກຽວ ໃນປີ 2020

Cr.facebook.com/2173087489571086

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...