ລືມແລ້ວບໍ່? “ໝາກແຫຼະ” ຫຼື ໝາກບ້າ ພືດພື້ນບ້ານທີ່ຫຼາຍຄົນເຄີຍຫຼິ້ນ (Callingcard vine)

ບັນຍາຍລັກສະນະພືດສາດ

ເຄືອໝາກບ້າຈັດເປັນພັນໄມ້ເຄືອເນື້ອແຂງ, ເລືອພາດຕາມຕົ້ນໄມ້ໃຫຍ່, ຕາມກິ່ງມີຂົນ. ໃບປະກອບແບບຂົນນົກ 2 ຊັ້ນ ປາຍໃບຄູ່, ອອກລຽງສະຫຼັບ, ກ້ານໃບຍາວປະມານ 1.8-4 ຊມ, ມີໃບຍ່ອຍ 5-8 ຄູ່ ອອກລຽງກົງ ກັນຂ້າມກັນ, ໃບມີຂະໜາດປະມານ 0.5-1.7 ຊມ ແລະ ຍາວປະມານ 1.2-4 ຊມ. ອອກດອກເປັນຊໍ່ກະຈະ ໂດຍອອກຢູ່ງ່າມໃບ ຍາວປະມານ 7-12 ຊມ, ກີບດອກເປັນສີຂາວແກມເຫຼືອງມີ 5 ກີບ, ແຍກກັນ, ລັກສະນະຂອງກີບດອກເປັນຮູບຫອກ ຫຼື ຮູບຂອບຂະໜານ.

sea bean Entada rheedii

ໝາກມີລັກສະນະເປັນຝັກຮູບຂອບຂະໜານ, ແປ, ໂຄ້ງງໍ ແລະ ມີຮອຍຄອດຕາມແກ່ນ, ຝັກມີຂະໜາດກວ້າງປະມານ 2.2-2.6 ຊມ ແລະ ຍາວໄດ້ 35 ຊມ, ຝັກເປັນສີນໍ້າຕານ ເປືອກດ້ານນອກຂ້ອນຂ້າງໜາ ເມື່ອແກ່ຈະຫັກເປັນທ່ອນໆ ແຕ່ລະທ່ອນຈະມີແກ່ນ 1 ແກ່ນ, ແກ່ນມີລັກສະນະເປັນຮູບເກືອບກົມ, ແປ ເປືອກນອກແຂງເປັນສີນໍ້າຕານ.ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
– ຕາມຕໍາລາຢາໄທຈະໃຊ້ເນື້ອຂອງແກ່ນດິບ ນໍາມາເຜົາໄຟໃຫ້ແຫມດໍາແລ້ວປະສົມກັບຢາອື່ນໆ ຮັບປະທານເປັນຢາແກ້ໄຂພິດເຊື່ອງຊືມໄດ້.
– ເນື້ອໃນແກ່ນດິບ ມີລົດເບື່ອເມົາ ໃຊ້ເປັນຢາແກ້ພະຍາດຜິວໜັງ, ຜື່ນຄັນ, ພະຍາດມະເຮັງ, ຂ້າເຊື້ອແບັກທີເລຍ ແລະ ເປັນຢາເບື່າເມົາ.
– ຢາພື່ນບ້ານອີສານຈະໃຊ້ແກ່ນ ຫຼື ຮາກຂອງເຄືອໝາກບ້າ ນໍາມາຝົນກັບເຫຼົ້າທາ ແລະ ຝົນກັບນໍ້າກິນເປັນຢາແກ້ພະຍາດຜິວໜັງ…
– ທັ້ງຕົ້ນໃຊ້ປະສົມກັບລູກປະຄົບເປັນຢາແກ້ປວດຂໍ້, ປວດເມືອຍ.
– ຍອດອ່ອນສາມາດນຳມາລວກເປັນຜັກແຈ່ວ ຫຼື ໃຊ້ຊູບຜັກປົນກັບຜັກຊະນິດອື່ນໆ.
– ນອກນັ້ນແກ່ນຍັງໃສ່ເປັນເຄື່ອງກີລາພື້ນເມືອງຊະນິດໜື່ງເອີ້ນວ່າ ຫຼີ້ນໝາກແລ ຫຼື ຫລີ້ນໝາກບ້ານັ້ນເອງ.

ເອກະສານອ້າງອີງ / ການອ້າງອີງ

  1. ຖານຂໍ້ມູນສະໝຸນໄພ ຄະນະເພສັດສາດ ມະຫາວິທະຍາໄລອຸບົນລາດສະຖານີ. 2019. ສະບ້າລິງ. Phargarden.

2. Touchkanin Jonjitvimol, Pisit Poolprasert. 2014. Pollen Sources of Stingless Bees (Hymenoptera: Meliponinae) in Nam Nao National Park, Thailand. International Journal ofScience. Pages 1-10.

3. Bethany G. Elkington, Phaivanh Phiapalath, Kongmany Sydar, Vongtakoune Somsamouth, Nichole I. Goodsmith, D. Doel Soejarto. 2014. Assessment of the importance of medicinal plants among communities around Khiat Ngong of Southern Laos. Journal of Environmental Biology. Vol 35. Pages 607-615. ISSN 0254-8704.

4. Kumar, S. & Sane, P.V. 2003. Legumes of South Asia. A Checklist: 1-536. Royal Botanic Gardens, Kew.

5. Medthai. 2017. ສະບ້າລິງ ສັບພະຄຸນ ແລະ ປະໂຫຍດຂອງຕົ້ນສະບ້າລິງ 4 ຂໍ້ (ສົນຂີ້ມົດ).

6. Nielsen, I. 1981. Leg-Mim. In: Flore du Cambodge, du Laos et Viet-nam, Vol 19. A.The Legume Phylogeny Working Group (LPWG). 2017. A

7. new subfamily classification of the Leguminosae based on a taxonomically comprehensive phylogeny”. Taxon. 66 (1): 44–77.

ຜູ້ຮ່ວມມືໃນການສ້າງ Soulivanh BOUNTHAMY

ແຫຼ່ງຂໍ້ມູນ: ພາເຂົ້າລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...