Monday, June 23, 2025
Kbank Laos โอน รับ จ่าย

ສອງປະເທດ ລາວ-ຫວຽດນາມ ຮ່ວມມືດ້ານວຽກງານທະນາຄານ

ກອງ​ປະ­ຊຸມ​ທະ­ວິ​ພາ­ຄີ ລະ­ຫວ່າງ ທະ­ນາ­ຄານ ແຫ່ງ ສປປ ລາວ (ທຫລ) ແລະ ທະ­ນາ­ຄານ​ແຫ່ງ​ລັດ ຫວຽດ­ນາມ (ທ​ຫວ) ປະ­ຈຳ​ປີ 2019 ຈັດ​ຂຶ້ນຢູ່​ໂຮງ­ແຮມ​ເມືອງ​ແທັງ ເຊິ່ງ​ຝ່າຍ​ລາວ​ນຳ​ໂດຍ​ທ່ານ ສອນ​ໄຊ ສິດ​ພະ​ໄຊ ຜູ້​ວ່າ­ການ ທຫລ ຝ່າຍ​ຫວຽດ­ນາມ ນຳ​ໂດຍ ທ່ານ ເລ​ມິງ ຮຶງ ຜູ້​ວ່າ­ການ ທ​ຫວ ພ້ອມ​ດ້ວຍ​ຄະ­ນະ​ຜູ້​ແທນ​ຈາກ​ສອງ​ທະ­ນາ­ຄານ ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ເປັນ​ຂີດ​ໝາຍ​ສຳ­ຄັນ​ໃນ​ການ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ຮ່ວມ​ມື​ມິດ­ຕະ­ພາບ ທີ່​ເປັນ​ມູນ­ເຊື້ອ ຄວາມ​ສາ­ມັກ­ຄີ​ພິ­ເສດ ແລະ ການ​ຮ່ວມ​ມື​ຮອບ­ດ້ານ ລະ­ຫວ່າງ​ສອງ​ຊາດ ລາວ-ຫວຽດນາມ ໂດຍ​ສະ­ເພາະ ການ​ຮ່ວມ​ມື​ຂອງ​ສອງ​ທະ­ນາ­ຄານ​ກາງ​ໃຫ້​ນັບ​ມື້​ມີ​ຄວາມ​ສະ­ໜິດ​ແໜ້ນ ແລະ ການ​ຮ່ວມ​ມື​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ໃຫ້​ຫຼາຍ​ຂຶ້ນ ທັງ​ເປັນ​ການ​ສະ­ຫຼຸບ​ຕີ​ລາ­ຄາ​ຄືນ​ການ​ພົວ­ພັນ​ຮ່ວມ​ມື​ຂອງ​ຂະ­ແໜງ­ການ​ເງິນ-ເງິນ­ຕາ ໄລ­ຍະ 1 ປີ­ຜ່ານ­ມາ ໂດຍ​ສະ­ເພາະ ການ​ແລກ­ປ່ຽນ​ທັດ­ສະ­ນະ​ໃນ​ການ​ວາງ​ທິດ​ທາງ​ການ​ຮ່ວມ​ມື​ໃນ­ຕໍ່­ໜ້າ ຜ່ານ​ການ​ປຶກ­ສາ​ຫາ­ລື ແລກ­ປ່ຽນ​ບົດ­ຮຽນ ແລະ ການ​ແກ້​ໄຂ​ບັນ­ຫາ​ຕ່າງໆ​ຮ່ວມ​ກັນ ເຊັ່ນ:

ບັນ­ຫາ​ສະ­ພາບ​ເສດ­ຖະ­ກິດ​ມະ­ຫາ​ພາກ ການ​ດຳ­ເນີນ​ນະ­ໂຍ­ບາຍ​ເງິນ­ຕາ ວຽກ​ງານ​ຄຸ້ມ​ຄອງ​ທະ­ນາ­ຄານ​ທຸ­ລະ​ກິດ​ລັດ ແລະ ການ​ຮ່ວມ​ມື​ດ້ານ​ວິ­ຊາ​ການ​ທີ່​ສອງ​ຝ່າຍ​ໃຫ້​ຄວາມ​ສົນ­ໃຈ ແລະ ອື່ນໆ ນອກ​ນີ້ ສອງ​ຝ່າຍ​ຍັງ​ໄດ້​ລົງ​ນາມ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະ­ຫວ່າງ​ກົມ​ເຕັກ​ໂນ​ໂລ​ຊີ​ຂ່າວ­ສານ ທຫລ ແລະ ສູນ​ຂໍ້​ມູນ​ຂ່າວ­ສານ​ສິນ​ເຊື່ອ​ແຫ່ງ​ຊາດ​ຫວຽດ­ນາມ ແລະ ບົດ​ບັນ­ທຶກ​ການ​ຮ່ວມ​ມື​ດ້ານ​ວິ­ຊາ​ການ ລະ­ຫວ່າງ​ສະ​ຖາ​ບັນ​ການ​ທະ­ນາ­ຄານ ແລະ ມະ­ຫາ​ວິ​ທະ ຍາ​ໄລ​ທະ­ນາ­ຄານ ນະ­ຄອນ​ໂຮ່​ຈີ​ມິງ ຕື່ມ​ອີກ. 

ໂອ­ກາດ​ນີ້ ທ່ານ ສອນ​ໄຊ ສິດ​ພະ​ໄຊ ຍັງ​ໄດ້​ມອບ​ຫຼຽນ​ໄຊ​ມິດ­ຕະ­ພາບ​ຂອງ​ປະ­ທານ​ປະ­ເທດ ສປປ ລາວ ໃຫ້ ທ​ຫວ ເພື່ອ​ຍ້ອງ­ຍໍ ແລະ ສັນ­ລະ­ເສີນ​ຄຸນ­ງາມ­ຄວາມ­ດີ​ໃນ​ການ​ປະ­ກອບ­ສ່ວນ​ເຫື່ອ­ແຮງ ສະ­ຕິ​ປັນ­ຍາ ແລະ ທຶນ­ຮອນ ໃນ​ການ​ເສີມ​ສ້າງ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ທີ່​ດີ​ຕໍ່ ສປປ ລາວ ຂອງ ທ​ຫວ ໃນ​ໄລ­ຍະ​ຜ່ານ​ມາ​ຕື່ມ​ອີກ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.