Monday, May 19, 2025
Kbank Laos โอน รับ จ่าย

ຄົ້ນຄ້ວາຄວາມຕ້ອງການທັກສະສີມື ແລະ ການສຶກສາໃນການຈ້າງງານພາກເອກະຊົນ ຢູ່ ສປປລາວ

ທີ່ ໂຮງແຮມ ວຽງຈັນ ພລາຊ້າ, ນະຄອນຫຼວງວຽງຈັນ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມປຶກສາຫາລືຜົນການຄົ້ນຄ້ວາຄວາມຕ້ອງການທັກສະສີມື ແລະ ການສຶກສາໃນການຈ້າງງານຂອງພາກເອກະຊົນ ຢູ່ ສ ປ ປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ໄທ ແສງອາລຸນ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ.

ຈຸດປະສົງຂອງກອງປະຊຸມ ແມ່ນລາຍງານຜົນການຄົ້ນຄວ້າຄວາມຕ້ອງການດ້ານທັກສະສີມື ແລະ ການສຶກສາໃນພາກເອກະຊົນ,ພ້ອມທັງຮັບເອົາບັນດາຄຳຄິດຄຳເຫັນຂອງຜູ້ເຂົ້າຮ່ວມຕໍ່ກັບຜົນຂອງການຄົ້ນຄວ້າດັ່ງກ່າວ ເພື່ອນຳໄປປັບປຸງເຮັດໃຫ້ມີຄວາມສົມບູນຂຶ້ນຕື່ມ.

ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕາລີໂດຍຜ່ານສູນຮຽນຮູ້ເພື່ອການພັດທະ ນາລາວ-ອົດສະຕາລີ,ເຊິ່ງມີຜູ້ເຂົ້າຮ່ວມທີ່ມາຈາກອົງການຈັດຕັ້ງທັງພາກລັດແລະເອກະຊົນ, ອົງການຈັດຕັ້ງສາ ກົນ ແລະ ຜູ້ໃຫ້ທຶນ ຈຳນວນ 55 ຄົນ.

ການຄົ້ນຄວ້າຄັ້ງນີ້ໄດ້ນຳໃຊ້ຂໍ້ມູນຕຳແໜ່ງງານວ່າງທີ່ໄດ້ປະກາດຜ່ານເວັບໄຊ 108job ໃນປີ 2018 ຈຳນວນ 2,192 ຕຳແໜ່ງງານ ແລະ ໄດ້ນຳໃຊ້ໃນການຄົ້ນຄວ້າ ແລະ ວິເຄາະໃນ 7 ຂະແໜງການເສດຖະກິດທີ່ມີການປະກາດຮັບສະໝັກງານຄື:

ກໍ່ສ້າງ,ໄຟຟ້າແລະນ້ຳປະປາ, ການຄ້າຂາຍຍົກ-ຂາຍຍ່ອຍ,ບໍ່ແຮ່,ອຸດສາຫະກຳປຸງແຕ່ງ,ກະສິກຳ ແລະ ການບໍລິການຕ່າງໆ.

ໃນນີ້ໄດ້ກວມເອົາ 9 ກຸ່ມອາຊີບເຊັ່ນ: ຜູ້ຈັດການ,ຜູ້ຊ່ຽວຊານ,ນັກວິຊາການ ແລະ ຜູ້ຊ່ວຍຊ່ຽວຊານ,ພະນັກງານທົ່ວໄປ,ພະນັກງານຂາຍແລະໃຫ້ການບໍລິການ, ພະນັກງານກະສິກຳ,ປ່າໄມ້ ແລະ ການປະມົງທີ່ມີສີມື, ແຮງງານຫັດຖະກຳ, ຜູ້ຄວບຄຸມເຄື່ອງຈັກແລະສິ້ນສ່ວນ ແລະ ອາຊີບທີ່ໃຊ້ແຮງງານເປັນຕົ້ນຕໍ. (ສຳລັບ ລາຍລະອຽດຜົນການຄົ້ນຄວ້າທີ່ຖືກຮັບຮອງເປັນທາງການຈະໄດ້ upload ຂຶ້ນທາງເວັບໄຊ www.lmi.molsw.gov.la )

ແຫຼ່ງຂໍ້ມູນ: ພະແນກ ຂໍ້ມູນຂ່າວສານ ຕະຫຼາດແຮງງານ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້