ລາວ-ຈີນ ຮ່ວມມືຄວບຄຸມພະຍາດມະເຮັງ

ໃນລະຫວ່າງວັນທີ 12-15 ຕຸລາ 2018 ທີ່ນະຄອນຫລວງວຽງຈັນ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີ ແຂວງກວາງຊີ ສປ ຈີນ ຮ່ວມກັບ ໂຮງໝໍມະໂຫສົດ ແລະ ໂຮງໝໍມິດຕະພາບ 150 ຕຽງ ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ດ້ານການຄວບຄຸມມະເຮັງໃນພາກພື້ນ, ການແບ່ງປັນຊັບພະຍາກອນສຸຂະພາບ ແລະການສ້າງສາຍສຳພັນທີ່ດີ”. ເພື່ອປຶກສາຫາລື ຄົ້ນຄວ້າ ແລະວິໄຈ ເຊື້ອພະຍາດມະເຮັງ, ຮ່ວມມືກັນທາງດ້ານວິຊາການໃນການປ້ອງກັນ ແລະຄວບຄຸມພະຍາດມະເຮັງຮ່ວມກັນ.

ນອກຈາກນີ້, ການແລກປ່ຽນດ້ານການສຶກສາ, ຄວາມສາມາດທາງດ້ານການແພດ ລະຫວ່າງນັກສຶກສາຕ່າງປະເທດ ຂອງລັດຖະບານ ເພື່ອຕອບສະຫນອງຄວາມຕ້ອງການ ຂອງການຊ່ວຍເຫຼືອດ້ານການປິ່ນປົວທາງດ້ານການແພດ ແລະການຮ່ວມມືທາງການແພດ.

ເຂົ້າຮ່ວມໃນກອງປະຊຸມມີ ທ່ານ ພິສິດ ພູສະຫວັດ ອຳນວຍການໂຮງໝໍມະໂຫສົດ, ທ່ານ ອຳນວຍການໂຮງໝໍມິດຕະ ພາບ 150 ຕຽງ, ທ່ານ ຕັງ ເຫວີຍຊົງ ຫົວຫນ້າສະຖາບັນຄົ້ນຄວ້າວິທະຍາສາດ ແຂວງກວາງຊີ ສປ ຈີນ ມີບັນດາແພດໝໍທີ່ກ່ຽວຂ້ອງເຂົ້າຮ່ວມ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...