ສະຖາບັນຂົງຈື ຈະຮັບນັກສຶກສາເພີ່ມຂຶ້ນເປັນ 1,200 ຄົນ

ຂົງ​ຈື ເປັນ​ສະ​ຖາ​ບັນ​ໜຶ່ງ​ທີ່​ກຳ­ລັງ​ໄດ້​ຮັບ​ຄວາມ​ນິ­ຍົມ​ຂອງ​ນັກ­ຮຽນ ນັກ​ສຶກ​ສາ​ຢູ່ ສປປ ລາວ ເຊິ່ງ​ສະ​ຖາ​ບັນ​ດັ່ງ­ກ່າວ ສ້າງ​ຂຶ້ນ​ປີ 2010 ຢູ່​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ພາຍ­ຫຼັງ​ສ້າງ­ຕັ້ງ ກໍ​ມີ​ນັກ​ສຶກ​ສາ​ນັບ​ມື້​ເພີ່ມ​ຂຶ້ນ ໃນ​ນີ້ ສົກ­ຮຽນ 2019-2020 (ຊຸດ​ທີ 19) ພາຍ­ຫຼັງ​ທີ່​ເປີດ​ນຳ​ໃຊ້​ອາ­ຄານ​ຮຽນ​ຫຼັງ​ໃໝ່ ມີ​ນັກ­ຮຽນ-ນັກ ສຶກ​ສາ​ຈຳ­ນວນ​ຫຼວງ­ຫຼາຍ​ເຂົ້າ​ມາ​ສະ­ໝັກ​ຮຽນ.

ທ່ານ ຄຳ​ຮຸ່ງ ຈັນ­ທະ​ວົງ ວ່າ­ການ​ຮອງ​ອຳ­ນວຍ​ການ​ສະ​ຖາ​ບັນ​ຂົງ​ຈື ໃຫ້​ສຳ­ພາດ​ບໍ່​ດົນ​ນີ້​ວ່າ: 

ເນື່ອງ​ຈາກ​ການ​ຮ່ວມ​ມື​ລະ­ຫວ່າງ​ສອງ​ພັກ ສອງ​ລັດ ສປປ ລາວ ແລະ ສປ ຈີນ ນັບ​ມື້​ເພີ່ມ​ຂຶ້ນ ຄວາມ​ຕ້ອງ­ການ​ຜູ້​ທີ່​ສາ­ມາດ​ສື່­ສານ​ດ້ວຍ​ພາ­ສາ​ຈີນ​ຂອງ​ຕະ­ຫຼາດ​ແຮງ​ງານ​ນັບ​ມື້​ສູງ ແລະ ນັກ​ສຶກ​ສາ​ລາວ​ມີ​ທ່າ​ອ່ຽງ​ຢາກ​ໄປ​ສຶກ​ສາ​ຢູ່ ສປ ຈີນ ກໍ​ນັບ​ມື້​ເພີ່ມ​ຂຶ້ນ ຈິ່ງ​ເຮັດ​ໃຫ້​ນັກ​ສຶກ​ສົນ­ໃຈ​ຮຽນ​ພາ­ສາ​ຈີນ​ຫຼາຍ​ຂຶ້ນ ພາຍ­ຫຼັງ​ທີ່​ເປີດ​ຂາຍ​ຟອມ ວັນ​ທີ 2 ກັນ 2019.

ມີ​ນັກ​ສຶກ​ສາ​ຈຳ­ນວນ​ຫຼາຍ​ຮ້ອຍ​ຄົນ​ເຂົ້າ​ມາ​ຊື້ ແຕ່​ສະ​ຖາ​ບັນ​ສາ­ມາດ​ຂາຍ​ຟອມ​ໄດ້ 570 ຟອມ​ເທົ່າ​ນັ້ນ ສ່ວນ​ຜູ້​ທີ່​ບໍ່​ໄດ້​ຟອມ​ໃນ​ມື້​ນັ້ນ ແມ່ນ​ໄດ້​ລົງ­ທະ­ບຽນ​ສຳ­ຮອງ​ໄວ້ ເຊິ່ງ​ມີ​ຜູ້​ລົງ­ທະ­ບຽນ​ສຳ­ຮອງ 1.406 ຄົນ ເພື່ອ​ເອົາ​ລາຍ​ຊື່​ຈຳ­ນວນ​ດັ່ງ­ກ່າວ​ສະ­ເໜີ​ໄປ​ຍັງ​ສະ​ບັນ​ຂົງ​ຈື ສຳ­ນັກ­ງານ​ໃຫຍ່​ຢູ່ ສປ ຈີນ ເພື່ອ​ຂໍ​ຄູ-ອາ­ຈານ​ເພີ່ມ ພາຍ­ຫຼັງ​ທີ່​ໄດ້​ຄຳ​ຕອບ​ວ່າ​ຈະ​ໄດ້​ຄູ-ອາ­ຈານ​ເພີ່ມ ຈິ່ງ​ຈະ​ຈັບ​ສະ­ຫຼາກ​ເອົາ​ຊື່​ຜູ້​ທີ່​ລົງ­ທະ­ບຽນ​ສຳ­ຮອງ​ຈຳ­ນວນ​ໜຶ່ງ ເພື່ອ​ມາ​ລົງ­ທະ­ບຽນ​ຮຽນ ສາ­ເຫດ​ທີ່​ບໍ່​ສາ­ມາດ​ຮັບ​ເອົາ​ນັກ​ສຶກ​ສາ​ທີ່​ລົງ­ທະ­ບຽນ​ສຳ­ຮອງ​ໄດ້​ໝົດ ເນື່ອງ​ຈາ​ກວ່າ​ຫ້ອງ​ຮຽນ​ມີ​ຈຳ­ນວນ​ຈຳ­ກັດ ຄູ-ອາ­ຈານ​ບໍ່​ພຽງ­ພໍ ແຕ່​ການ​ຮຽນ-ການ​ສອນ​ໄດ້​ເນັ້ນ​ໃສ່​ຄຸນ​ນະ​ພາບ ຕ້ອງ​ອາ­ຈານ​ທີ່​ເປັນ​ຄົນ​ຈີນ​ມາ​ສອນ​ໂດຍ​ກົງ.   

ສົກ­ຮຽນ 2019-2020 ມີ​ນັກ​ສຶກ​ສາ​ເກືອບ 2.000 ຄົນ ໃນ​ນີ້ ນັກ​ສຶກ​ສາ​ໃໝ່ ປະ­ມານ 1.200 ຄົນ ນັກ​ສຶກ​ສາ​ເກົ່າ 780 ຄົນ ສຳ­ລັບ​ການ​ຮຽນ​ພາກ​ປົກ­ກະ­ຕິ ແມ່ນ​ວັນ​ຈັນ-ວັນ​ພະ­ຫັດ (ພາກ​ເຊົ້າ ບ່າຍ ພາກ ຄ່ຳ) ພາກ​ວັນ​ເສົາ-ວັນ​ອາ­ທິດ (ພາກ​ເຊົ້າ ແລະ ພາກ​ບ່າຍ) ໂດຍ​ເນັ້ນ​ໃສ່ 4 ທັກ​ສະ ຄື:

ເວົ້າ ອ່ານ ຟັງ ແລະ ຂຽນ ນອກ​ນີ້ ຍັງ​ມີ​ກິດ­ຈະ­ກຳ​ຕ່າງໆ ແລະ ທັດ­ສະ­ນະ​ສຶກ​ສາ​ຢູ່ ສປ ຈີນ ຄ່າ​ຮຽນ​ເລີ່ມ​ແຕ່ 570.000-795.000 ກີບ ຜູ້​ທີ່​ຈະ​ເຂົ້າ​ມາ​ສຶກ​ສາ​ປີ​ທີ 1 ຈະ​ບໍ່​ມີ​ການ​ສອບ­ເສັງ ພຽງ​ແຕ່​ປະ­ກອບ​ເອ­ກະ­ສານ​ໃຫ້​ຄົບ​ຖ້ວນ ແຕ່​ຕ້ອງ​ມີ​ອາ­ຍຸ 13 ປີ​ຂຶ້ນ​ໄປ ໃນ​ນີ້ ການ​ຮຽນ​ມີ​ລະ­ດັບ 0-6.

ແຫຼ່ງຂໍ້ມູນ: ໜັງສືພິມ ວຽງຈັນໃໝ່ 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.