ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປະກາດການຈັດຕັ້ງ

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງພິທີປະກາດແຕ່ງຕັ້ງຂັ້ນຄະນະກົມ, ຄະນະຫ້ອງການ, ຄະນະວິຊາຄູ ແລະ ຂັ້ນພະແນກການ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນ ໄຊຍະສຸກ, ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຫົວໜ້າການ ເມືອງ ວປກ.

ມີຄະນະພັກ, ຄະນະກົມ, ຄະນະວິຊາຄູພະແນກການ ທີ່ກ່ຽວຂ້ອງ, ພ້ອມດ້ວຍພະນັກ ງານທີ່ຖືກແຕ່ງຕັ້ງເຂົ້າຮ່ວມ. ສະຫາຍ ພັນເອກ ປອ ສົມພອນ ສີສຸວັນນະ, ວ່າການຫົວໜ້າກົມ ການເມືອງ ວປກ.

ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະກົມ ແລະ ຄະນະຫ້ອງການທີ່ຂື້ນກັບ ວິທະຍາຄານປ້ອງກັນຊາດ ໄກ ສອນ ພົມວິຫານ.

ກະຊວງປ້ອງ ກັນປະເທດ ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ປອ ສຸວັນທອງ ບຸນເລີດ, ເປັນຮອງຫົວໜ້າກົມ ອົບຮົມ-ກໍ່ສ້າງ ວປກ, ສະຫາຍ ພັນໂທ ສີພະນົມ ສຸລິຍາ, ເປັນຫົວ ໜ້າຫ້ອງການ ແລະ ບໍລິຫານ, ສະຫາຍ ພັນໂທ ປອ ສອນທະນູ ແກ້ວໝື່ນເຮືອງ ເປັນຮອງຫົວໜ້າ ກົມການເມືອງ, ສະຫາຍ ພັນໂທ ໄຊ ອຸດອນ ສຸພິດາ ເປັນຮອງຫົວ ໜ້າກົມຄົ້ນຄວ້າວິທະຍາສາດການ ທະຫານ-ຫານເມືອງ, ສະຫາຍ ພັນໂທ ພອນແກ້ວ ແກ້ວວິໄລ ເປັນ ຮອງຫົວໜ້າຫ້ອງການ ແລະ ບໍລິ ຫານ, ສະຫາຍ ພັນໂທ ປອ ສຸວັນ ທອງ ທ່ຽງເທບວົງສາ ເປັນຫົວ ໜ້າຄະນະວິຊາຄູເສດຖະສາດ.

ສະຫາຍ ພັນໂທ ພວງນຸສີດ ຈັນທະວົງ ເປັນຫົວໜ້າຄະນະ ວິຊາຄູ ພາສາຣັດເຊຍ, ສະຫາຍ ພັນໂທ ສາຄອນ ທຳມະວົງ ເປັນ ຫົວໜ້າຄະນະວິຊາຄູຍຸດທະບັ້ນ ຮົບ, ສະຫາຍ ພັນໂທ ທອງສະໄໝ ດວງບຸດດີ ເປັນຮອງຄະນະວິຊາ ຄູເສດຖະສາດ, ສະຫາຍ ພັນໂທ ດວງຕາ ແກ້ວໄຊຍະວົງສາ ເປັນ ຮອງຄະນະວິຊາຄູບັນຊາ-ເສນາ, ສະຫາຍ ພັນໂທ ອີນທະວົງ ຈັນ ທະວົງ ເປັນຮອງຄະນະວິຊາຄູ ຍຸດທະວິທີ, ສະຫາຍ ພັນໂທ ພິທັກ ອີນທະວົງ ເປັນຮອງຄະນະວິຊາ ຄູພາສາ ຣັດເຊຍ, ສະຫາຍ ພັນ ໂທ ຈຳປາທອງ ຈັນທະມາດ ເປັນຮອງຄະນະວິຊາຄູຍຸດທະ ບັ້ນຮົບ, ສະຫາຍ ພັນໂທ ທອງວັນ ນັນທະວົງ ເປັນຮອງຄະນະວິ ຊາຄູລັດທິສັງຄົມວິທະຍາສາດ, ສະຫາຍ ພັນໂທ ພູວາ ບັນນະວົງ ເປັນຮອງຄະນະຮັບຜີດຊອບນັກ ສຶກສາພາສາຕ່າງປະເທດ, ສະ ຫາຍ ພັນໂທ ເພັດລຳພອນ ມະນີ ຈັນ ເປັນຫົວໜ້າພະແນກກໍ່ສ້າງ ຮາກຖານ, ສະຫາຍ ພັນຕີ ໄຊຍະ ລາດ ຈີດຕະມາດ ເປັນຫົວໜ້າ ພະແນກສັງລວມຫ້ອງການ ແລະ ບໍລິຫານ.

ສະຫາຍ ພັນຕີ ບຸນເພັດ ວົງທະນູລົມ ເປັນຫົວໜ້າພະແນກ ລະບຽບ-ກີລາ ຫ້ອງການ ແລະ ບໍລິຫານ, ສະຫາຍ ພັນຕີ ເກີດສະໜາ ໄຊຍະຈັກ ເປັນຫົວໜ້າພະແນກພົວພັນຕ່າງປະເທດ ຫ້ອງການ ແລະ ບໍລິຫານ, ສະຫາຍ ພັນຕີ ສຸກສະໄໝ ຈັນບຸນທອງ ເປັນຫົວ ໜ້າພະແນກແຜນການຄູພາສາ ຈີນ, ສະຫາຍ ພັນຕີແດງ ປັນຍາ ເປັນຮອງພະ ແນກກໍ່ສ້າງຮາກຖານ, ສະຫາຍ ຮ້ອຍເອກ ມີລູຢາງ ໄຊຈູຢາງ ເປັນຮອງພະແນກສັງ ລວມຫ້ອງການ ແລະ ບໍລິ ຫານ, ສະຫາຍ ຮ້ອຍເອກ ນາງ ວິດາວັນ ຍອດສະຫງ່າ ເປັນຮອງພະແນກ ສັງລວມ ກົມອົບຮົມ- ກໍ່ສ້າງ, ສະຫາຍ ຮ້ອຍເອກ ສອນທະວີ ໄຊບຸນ ເຮືອງ ເປັນຮອງພະແນກຂໍ້ມູນ ກົມອົບຮົມ-ກໍ່ສ້າງ ແລະ ສະຫາຍ ຮ້ອຍເອກ ສີສະຫວັນ ແກ້ວມະ ນີຈັນ, ເປັນຮອງພະແນກພົວພັນ ຕ່າງປະເທດຫ້ອງການ ແລະ ບໍ ລິຫານ.

ແຫຼ່ງຂໍ້ມູນ: ໂດຍ ສາວີວັນ ວົງຄຳຊາວ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...