ປະຫວັດຄວາມເປັນມາ “ວັດຕາແຫຼວເກົ່າ” ແຫ່ງເມືອງຈຳພອນ ແຂວງສະຫວັນນະເຂດ

ໃນສະໄໝນັ້ນ  ວັດຖຸບູຮານທາງສາດສະໜາພຸດ  ກໍ່ມີຄວາມຈະເລີນສືບຕໍ່ກັນມາ    ເຊິ່ງມີເຈົ້າອະທິການວັດຫຼາຍອົງສືບຕໍ່ມາ ຕົກມາຮອດຕົ້ນສັດຕະວັດທີ   20 ລະຫວ່າງ ປີ ຄ. ສ 1918  ໄດ້ມີພະພິກຂຸອົງໜຶ່ງເປັນເຈົ້າອະທິການວັດ ຕາແຫຼວ ເຊິ່ງແມ່ນລູກຂອງ ທ້າວ ວາດ ມະນີວົງ ຊື່ ທ້າວ ອຸງ , ປ່ຽນຊື່ ມາເປັນພະຄູຈຽງ ( ຍາທ່ານຈຽງ ທິຄາຍຸໂກ )  ພະອົງນີ້ມີຈິດໃຈເອື້ອເພື້ອເພື່ອແຜ່ຢຶດໝັ້ນໃນຫຼັກທຳມະ,  ທ່ານໄດ້ນຳພາອອກຕົນ ຍາດໂຍມພາຍໃນບ້ານຕາແຫຼວ ສ້າງກຸດຕິວິຫານ ແລະ ກໍ່ກຳແພງອ້ອມວັດ.

ເຊິ່ງວັດສະດຸທີ່ນຳມາປະຕິສັງຂອນປະກອບດ້ວຍໄມ້ເນື້ອແຂງ, ດິນຈີ່,  ປູນປະທາຍ ຢູ່ຕາມແຕ່ລະບ່ອນ ມີການປະດັບປະດາຮູບແຕ້ມ,  ຮູບສະຫຼັກ, ຮູບປັ້ນ  ແລະ ຮູບຄວັດລາຍ ດ້ວຍຊ່າງຜູ້ມີສີມືທີ່ປານີດ ບັນຈົງ ( ຊື່ວ່າຊ່າງ ຫຼາວ) ການກໍ່ສ້າງທັງໝົດແມ່ນໄດ້ມາຈາກຄວາມສາມັກຄີ ປະກອບເຮື່ອເທແຮງກັນເປັນຫຼາຍໆປີ ຂອງປະຊາ ຊົນບ້ານຕາແຫຼວຕົກມາຮອດປີ 1969 – 1970.

ໃນວັນທີ 20 ພະຈິກ 1969 ຈັກກະພັດອາເມລິກາໄດ້ໃຊ້ຍົນ F 105    ຖິ້ມລະເບີດຍິງລູກສອນໄປເຜົາຜານທຳລາຍວັດຖຸ , ປູສະນີຍະສະຖານເຊິ່ງເປັນບ່ອນສັກກະລະບູຊາ ທີ່ເຄົາລົບນົບຖື ແລະ ຫວງແຫນຂອງປວງຊົນ

ໄດ້ຮັບຄວາມເສຍຫາຍຈົນບໍ່ສາມາດບັນລະຍາຍໄດ້.ໃນເຫດການຄັ້ງນີ້ ໄດ້ເຮັດໃຫ້ວັດເກົ່າບ້ານຕາແຫຼວ ແລະ ເຮືອນຊານຖືກໄຟໃໝ້ ປະຊາຊົນຊາວບ້ານຕາແລວ ພ້ອມດ້ວຍພະສົງສໍາມະເນນ ໄດ້ຮັບເຄາະກຳ ຂາດທີ່ຢູ່ອາໄສ ແຕກສະຫຼຸຜຸຜ່າຍ ປຸກເຮືອນນ້ອຍຫ້ອຍເຮືອນແຂວນ ຢູ່ຕາມທົ່ງນາໃຜມັນ ຢູ່ບ່ອນລະ  4 – 5 ລັງຄາເຮືອນ ສ່ວນວັດວາອາຮາມທີ່ສວຍສົດງົດງາມໃນເມື່ອກ່ອນໄດ້ກາຍເປັນເຖົ່າຖ່ານແຕກສະຫຼັກຫັກພັງ ເຫັນພຽງແຕ່ເສດດິນຈີ່ ແລະແກ້ວແຕກເປັນກ້ອນເປັນຜົງນ້ອຍໃຫຍ່ຍັງຢາຍຢູ່ຕາມເດີ່ນວັດຮ້າງຄົງເຫຼືອໄວ້ໃຫ້ເຫັນເປັນຮ່ອງຮອຍທາງດ້ານປະຫວັດສາດ ເມື່ອເປັນເຊັ່ນນັ້ນແລ້ວ ທາງອຳນາດການປົກຄອງທ້ອງຖິ່ນຈຶ່ງໄດ້ເຕົ້າລວມທ້ອນໂຮມຄວາມສາມັກຄີຄືນໃໝ່ໄດ້ສ້າງບ້ານຕາແຫຼວ ແລະ ວັດໃໝ່ຂື້ນ ທາງທິດຕາເວັນອອກຂອງບ້ານ ຕາມເສັ້ນທາງໄປເມືອງຊົນບູລີຂື້ນໃໝ່ແລະ ເປັນທີ່ສັກກະລະບູຊາຂອງຊາວບ້ານຕາແຫຼວຈົນເທົ່າທຸກວັນນີ້./

ແຫຼ່ງຂໍ້ມູນ: ເວບໄຊ ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: