ລາວ ມີໝູພຽງພໍກັບຄວາມຕ້ອງການຂອງຕະຫຼາດ ເຖິງແມ່ນວ່າເຊື້ອພະຍາດອະຫິວາໝູ

ນັບແຕ່ເຊື້ອພະຍາດອະຫິວາໝູອາຟຣິກກາເລີ່ມເຂົ້າມາລະບາດໃນ ສປປ ລາວ ບາງເຂດ ແຕ່ໃຊ້ເວລາບໍ່ເທົ່າໃດເດືອນ ພື້ນທີ່ທີ່ຕິດເຊື້ອພະຍາດດັ່ງກ່າວ ແຜ່ຂະຫຍາຍຢ່າງໄວວາ ແລະ ເປັນວົງກວ້າງ ໃນຂອບເຂດທົ່ວປະເທດ.

ເຮັດໃຫ້ໝູປະເພດຕ່າງໆ ແຕ່ນ້ອຍຫາໃຫຍ່ ລົ້ມຕາຍເປັນຈໍານວນຫຼວງຫຼາຍ ໃນຈໍານວນໝູທີ່ຕິດເຊື້ອແລ້ວຕາຍນັ້ນກວມເອົາ 55% ແມ່ນໝູນ້ອຍ ເຊິ່ງສົ່ງຜົນກະທົບຕໍ່ຜູ້ລ້ຽງໝູແບບຄອບຄົວ, ຝາມຂະໜາດນ້ອຍ ແລະ ຝາມຂະໜາດປານກາງ.

ເຊື້ອພະຍາດອະຫິວາໝູອາຝຣິກກາ ເປັນເຊື້ອພະຍາດຊະນິດໝຶ່ງ ທີ່ມີຄວາມທົນທານຕໍ່ສິ່ງແວດລ້ອມສູງ ມີຄວາມສາມາດແຜ່ລະບາດດ້ວຍຫຼາຍຮູບການ ແລະ ຫຼາຍຫົນທາງ ເຊິ່ງມີຄວາມຫຍຸ້ງຍາກໃນການຄວບຄຸມ ແລະ ສະກັດກັ້ນ ໂດຍສະເພາະແມ່ນ ບັນດາປະເທດດ້ອຍພັດທະນາ ທີ່ບໍ່ມີງົບປະມານພຽງພໍ ສໍາລັບນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດມາດຕະການສະກັດກັ້ນຕ່າງໆ.

ສປປ ລາວ ເປັນໜຶ່ງໃນບັນດາປະເທດ ທີ່ບໍ່ມີຄວາມສາມາດຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວໄດ້ ພຽງໄລຍະເວລາສັ້ນໆ ແຕ່ການລະບາດຂອງເຊື້ອພະຍາດດັ່ງກ່າວໄດ້ແຜ່ລາມໄປເຖິງ 15 ແຂວງ, 42 ເມືອງ ແລະ 103 ບ້ານ ເຮັດໃຫ້ໝູ່ຕາຍລວມທັງໝົດ 14,209 ໂຕ.

ແຫຼ່ງຂໍ້ມູນ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...