ນະຄອນຫຼວງ ຈູດ​ທຳລາຍ​ຢາ​ເສບ​ຕິດ​ຫຼາຍ​ກວ່າ 700 ກິ​ໂລ

ເນື່ອງ​ໃນ​ໂອກາດ​ວັນ​ແຫ່ງ​ຊາດ​ຕ້ານ​ຢາ​ເສບ​ຕິດ ຄົບຮອບ 18 ປີ (12/10/2001-12/10/2019) ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ນະຄອນຫຼວງ​ວຽງ​ຈັນ ( ​ປກສ ນວ) ໄດ້​ຈັດ​ພິທີ​ຈູດ​ທຳລາຍ​ຢາ​ເສບ​ຕິດ​ທີ່​ຢຶດ​ໄດ້​ຈາກ​ຜູ້​ຄ້າຂາຍ​ໃນ​ຜ່ານ​ມາ​ຂຶ້ນ​ວັນ​ທີ 12 ຕຸລາ 2019.

ທີ່​ເດີ່ນ​ສຳນັກງານ​ປົກຄອງ​ເມືອງ​ໄຊ​ທານີ (ຫຼັງ​ໃໝ່) ເຂດ​ດົງ​ໝາກຄາຍ ມີ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ ອານຸພາບ ຕຸ​ນາ​ລົມ ປະທານ​ສະພາ​ປະຊາຊົນ ນວ ທ່ານ ພົນ​ຕີ ສົມ​ຫວັງ ທຳ​ມະ​ສິດ ຮອງ​ລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ກວດກາ ແລະ ຄວບ​ຄຸມ​ຢາ​ເສບ​ຕິດ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ດ້ວຍ​ທູຕານຸທູດ ອົງ​ການຈັດຕັ້ງ​ສາກົນ ການ​ນຳ ນວ ເຈົ້າ​ໜ້າທີ່​ຕຳຫຼວດ ພະນັກງານ ຊາວ​ໜຸ່ມ-ເຍົາວະ​ຊົນ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າ​ຮ່ວມ.

ທ່ານ ​ພົ​ຈວ ບຸບຜາ ສີ​ພົມມາ ຫົວໜ້າ​ກອງ​ບັນຊາ​ການ ​ປກສ ນວ ໄດ້​ກ່າວ​ວ່າ:

ການ​ຈູດ-ທຳລາຍ​ຢາ​ເສບ​ຕິດ​ຄັ້ງ​ນີ້​ເປັນ​ການ​ທຳລາຍ​ຢາ​ເສບ​ຕິດ​ທີ່​ສານ​ຕັດສິນ​ແລ້ວ​ມາ​ຈາກ​ກົມ​ຕຳຫຼວດ 303 ແລະ ທົ່ວ ​ປກສ ນວ ປະກອບ​ມີ​ຢາ​ບ້າ 385,94 ກິ​ໂລ ເຮ​ໂລ​ອິນ 93,4 ກິ​ໂລ ຢາ​ໄອສ໌ 37,6 ກິ​ໂລ ກັນຊາ​ແຫ້ງ 8 ກິ​ໂລ ແປ້ງ​ເຮັດ​ຢາ​ບ້າ 67 ກິ​ໂລ ແປ້ງ​ຄາ​ເຟ​ອິນ 41 ເປົາ ໂຣ​ເດຍ​ໂອມ 64 ກິ​ໂລ ຣິ​ຊິ​​ສ​ເດ 18 ກິ​ໂລ ແປ້ງ​ສີ​ຄຣີມ 310 ກິ​ໂລ ແປ້ງ​ຝຸ່ນ​ສີຂາວ 8,89 ກິ​ໂລ ແປ້ງ​ຝຸ່ນ​ສີ​ສົ້ມ 67 ກຼາມ  ແປ້ງ​ຝຸ່ນ​ສີ​ບົວ​ກຸຫຼາບ+ບົວ​ປູນ 113 ກຼາມ ແປ້ງ​ສີແດງ​ຊ້ຳ 56 ກຼາມ ແປ້ງ​ສີແດງ 17,2 ກິ​ໂລ ໂສດາ​ໄຟ 17ເປົາ ໃບ​ຕົ້ນ​ແຄັດ 39,2 ກິ​ໂລ  ແລະ ແປ້ງ​ຄາ​ເຟ​ອິນ+ໂສດາ​ໄຟ 58 ເປົາ ລວມ​ທັງ​ໝົດ 741 ກິ​ໂລ.

ເພື່ອ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ໃນ​ໜຶ່ງ​ປີຜ່ານມາ​ໄດ້​ເອົາໃຈໃສ່​ບາງ​ວຽກ​ສຳຄັນ ໂດຍ​ສະເພາະ​ປະກອບສ່ວນ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ 3 ຫຼຸດ 3 ເພີ່ມ 3 ຂະ​ບວນ​ການ ພິເສດ​ການ​ຫຼຸດຜ່ອນ​ບັນຫາ​ຢາ​ເສບ​ຕິດ​ໃນ ນວ ປັດຈຸບັນ​ທົ່ວ ນວ ສ້າງ​ບ້ານ​ປອດ​ຢາ​ເສບ​ຕິດ​ໄດ້​ທັງ​ໝົດ 348 ບ້ານ ກວມ​ເອົາ 72,35% ຂອງ​ບ້ານ​ທັງ​ໝົດ 481 ບ້ານ ສ້າງ​ໂຮງຮຽນ​ປອດ​ຢາ​ເສບ​ຕິດ​ໄດ້ 136 ແຫ່ງ ກວມ​ເອົາ 83,95% ຂອງ​ໂຮງຮຽນ​ມັດທະຍົມ​ທັງ​ໝົດ 162 ແຫ່ງ.

ຂະ​ບວນ​ການ​ສ້າງ​ບ້ານ ສ້າງ​ໂຮງຮຽນ​ໃຫ້​ປອດ​ສິ່ງ​ເສບ​ຕິດ​ດັ່ງກ່າວ​ນີ້ ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຫຼຸດຜ່ອນ​ປາກົດການ​ຫຍໍ້ທໍ້​ຕ່າງໆ​ໄດ້​ດີ​ພໍ​ສົມຄວນ ພ້ອມ​ນັ້ນ ກອງ​ບັນຊາ​ການ ​ປກສ ນວ ໄດ້​ຮ່ວມ​ມື​ກັບ​ພາກສ່ວນ​ກ່ຽວຂ້ອງ​ຂັ້ນ​ຕ່າງໆ ປະຕິບັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ສະແດງ​ອອກ 1 ປີຜ່ານມາ​ສາມາດ​ມ້າງ​ຄະດີ​ຢາ​ເສບ​ຕິດ​ໄດ້ 887 ຄັ້ງ.

ກັກ​ຕົວ​ຜູ້​ກະທຳ​ຜິດ​ໄດ້ 1.202 ຄົນ ຍິງ 123 ຄົນ ມີ​ຄົນ​ຕ່າງປະເທດ 10 ຄົນ ຍິງ 3 ຄົນ ສາມາດ​ຢຶດ​ຢາ​ເສບ​ຕິດ​ປະເພດ​ຢາ​ບ້າ 761.295 ເມັດ ເຮ​ໂຣ​ອິນ 22 ແທ່ງ ຢາ​ໄອສ໌ 219 ກິ​ໂລ ໂຄ​ເຄນ 1 ຖົງ​ນ້ອຍ ຝຸ່ນ​ປະສົມ​ຢາ​ບ້າ​ສີແດງ 34 ກຼາມ ຝຸ່ນ​ປະສົມ​ຢາ​ບ້າ​ສີຂາວ 13 ກຼາມ ລົດ​ໃຫຍ່ 34 ຄັນ ລົດຈັກ 96 ຄັນ ໂທລະສັບ​ມື​ຖື 282 ໜ່ວຍ ອາວຸດ​ເສິກ​ປືນ​ຍາວ 4 ກະບອກ ແລະ ປືນ​ສັ້ນ 14 ກະບອກ ອາ​ຍັດ​ເຮືອນ​ທີ່​ດິນ 11 ຫຼັງ ແລະ ດິນ​ສວນ 14 ຕອນ ພ້ອມ​ດ້ວຍ​ວັດຖຸ​ມີຄ່າ​ຈຳນວນ​ຫຼາຍ​ລາຍການ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.