ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປລາວ ພ້ອມດ້ວຍຄະນະ ເດີນທາງໄປຮ່ວມພິທີເປີດງານ ແຂ່ງຂັນກິລາການທະຫານໂລກ ຄັ້ງທີ VII

ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມພິທີເປີດງານ ແຂ່ງຂັນກີລາການທະຫານໂລກ ຄັ້ງທີ VII ທີ່ນະຄອນ ຫວູຮານ ສປຈີນ.

ງານແຂ່ງຂັນກີລາການທະຫານ ໂລກຄັ້ງທີ VII ທີ່ນະຄອນຫວູຮານ ແຂວງຮູເປີຍ ລວມມີ 138 ປະເທດເຂົ້າຮ່ວມ ແລະ ມີ 329 ລາຍການແຂ່ງຂັນ ແລະ ມີນັກກີລາ ເຂົ້າຮ່ວມຫຼາຍກວ່າ 10.000 ຄົນ,

(191018) — WUHAN, Oct. 18, 2019 (Xinhua) — Photo taken on Oct. 18, 2019 shows a view of the opening ceremony of the 7th International Military Sports Council (CISM) Military World Games in Wuhan, capital of central China’s Hubei Province.(Xinhua/Li Ga)

ຕົ້ນກຳເນີດຂອງການຈັດງານ ແຂ່ງຂັນໃນຄັ້ງນີ້ແມ່ນເພື່ອເປັນການລະນຶກເຖິງການສິ້ນສຸດສົງຄາມໂລກຄັ້ງທີ II ຄົບຮອບ 50 ປີ ແລະ ການເຊັນບົດບັນທຶກຂອງ ອົງການສະຫະປະຊາຊາດເພື່ອຄວາມສາມັກຄີພາຍໃນທົ່ວໂລກ ແລະ ມິດຕະພາບໃນພາກພື້ນ.

ກອງທັບຫຼາຍປະເທດຖືເອົາໂອກາດທ່າມກາງຄວາມເປັນ ສັນຕິພາບ ເອກະພາບ

ຈັດຕັ້ງມະຫະກຳກິລາການທະຫານໂລກຂຶ້ນຄັ້ງທຳອິດ ທີ່ນະຄອນຫຼວງໂຣມ ປະເທດ ອີຕາລີ ໃນວັນທີ 04 ກັນຍາ 1990

ຄັ້ງທີ II ຈັດຂຶ້ນທີ່ປະເທດໂຄເອເຊຍ ປີ 1990,

ຄັ້ງທີ III ຈັດຂຶ້ນ ທີ່ປະເທດອີຕາລີອີກຄັ້ງໃນປີ 2003,

ຄັ້ງທີ IV ແມ່ນຈັດຂຶ້ນ ທີ່ປະເທດອິນເດຍ ໃນປີ 2007,

ຄັ້ງທີ V ຈັດຂຶ້ນທີ່ປະເທດບຣາຊິນ ໃນປີ 2011

ແລະ ຄັ້ງທີ VI ແມ່ນ ຈັດຂຶ້ນທີ່ ສ ເກົາຫຼີ ໃນປີ 2015

ເຊິ່ງການແຂ່ງຂັນກິລາໃນຄັ້ງນີ້ ຈະດຳເນີນໄປເປັນເວລາ 10 ວັນ ຈຶ່ງຈະສຳເລັດ.

(191018) — WUHAN, Oct. 18, 2019 (Xinhua) — Chinese volleyball player Yuan Xinyue takes the oath on behalf of all athletes during the opening ceremony of the 7th International Military Sports Council (CISM) Military World Games in Wuhan, capital of central China’s Hubei Province, Oct. 18, 2019.(Xinhua/Xiong Qi)

ແຫຼ່ງຂໍ້ມູນ: Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...