Saturday, April 18, 2026
Kbank Laos โอน รับ จ่าย
-->

ສິນໄຊ ໄດ້ຮັບລາງວັນ ໂຮງຮຽນນິເວດອາຊຽນຊັ້ນມັດທະຍົມ

ໂຮງ­ຮຽນ​ປະ­ຖົມ ແລະ ມັດ­ທະ­ຍົມ​ສົມ­ບູນ​ສິນ​ໄຊ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຮັບ​ລາ­ງວັນ​ໂຮງ­ຮຽນ​ນິ­ເວດ​ອາ​ຊຽນ​ຊັ້ນ​ມັດ­ທະ­ຍົມ ປີ 2019 ສ່ວນ​ຊັ້ນ​ປະ­ຖົມ​ແມ່ນ​ໂຮງ­ຮຽນ​ຊະ­ນະ​ພົນ ເມືອງ​ສີ​ໂຄດ​ຕະ­ບອງ ອັນ​ໄດ້​ນຳ​ເອົາ​ຊື່​ສຽງ​ມາ­ສູ່​ປະ­ເທດ​ຊາດ ກໍ​ຄື ຂະ­ແໜງ­ການ​ສຶກ​ສາ​ຂອງ​ລາວ​ເຮົາ ພິ­ທີ​ມອບ-ຮັບ​ລາ­ງວັນ​ໂຮງ­ຮຽນ​ນິ­ເວດ​ອາ​ຊຽນ ໄດ້​ຈັດ​ຂຶ້ນ​ທີ່​ນະ­ຄອນ​ຊຽງ​ລຽບ ລາ­ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ ໃຫ້​ກຽດ​ມອບ​ລາ­ງວັນ​ໂດຍ​ທ່ານ​ເລ­ຂາ­ທິ­ການ​ໃຫຍ່​ອາ​ຊຽນ ມີ​ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສິ່ງ­ແວ­ດລ້ອມ​ກຳ­ປູ­ເຈຍ ແລະ ຕາງ­ໜ້າ​ຈາກ 10 ປະ­ເທດ​ອາ​ຊຽນ​ເຂົ້າ​ຮ່ວມ.

ໂຮງ­ຮຽນ​ສິນ​ໄຊ ເປັນ​ໜຶ່ງ​ໃນ​ໂຮງ­ຮຽນ​ແຫ່ງ​ອື່ນໆ​ທີ່​ໄດ້​ເອົາ­ໃຈ­ໃສ່ ການ​ຮຽນ-ການ​ສອນ ປະ­ຕິ­ບັດ​ຫຼັກ­ສູດ​ຂອງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ​ວາງ​ອອກ ແລະ ຮັບ­ປະ­ກັນ​ໃຫ້​ໄດ້ 5 ຫຼັກ​ມູນ​ການ​ສຶກ​ສາ ແລະ 3 ລັກ­ສະ­ນະ ຄຽງ​ຄູ່​ກັນ​ນີ້ ໂຮງ­ຮຽນ​ຍັງ​ໄດ້​ເອົາ­ໃຈ­ໃສ່​ສຶກ​ສາ​ອົບ­ຮົມ​ນັກ­ຮຽນ​ໃຫ້​ຮູ້­ຈັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ໂດຍ​ນຳ­ພາ​ພວກ​ເຂົາ​ບໍ່​ຖິ້ມ​ຂີ້­ເຫຍື່ອ​ຊະ­ຊາຍ ອັນ​ສຳ­ຄັນ​ໄດ້​ສືບ​ເນື່ອງ​ຈາກ​ໂຄງການ​ທີ່​ໂຮງ­ຮຽນ​ໄດ້​ຮັບ​ທຸງ­ໄຊ​ປະ­ເພດ 1 ໂຮງ­ຮຽນ​ສີ­ຂຽວ​ສະ­ອາດ ແລະ ມີ​ຄຸນ​ນະ​ພາບ​ຂັ້ນ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນະ­ຄອນ­ຫຼວງ​ວຽງ​ຈັນ​ຊຸດ​ທຳ​ອິດ ທີ່​ໄດ້​ສືບ­ຕໍ່​ນຳ­ພາ​ນັກ­ຮຽນ​ຮັກ­ສາ​ສິ່ງ­ແວ­ດລ້ອມ ດ້ວຍ​ການ​ປູກ​ຈິດ​ສຳ­ນຶກ​ໃນ​ການ​ແຍກ​ຂີ້­ເຫຍື່ອ ກໍ​ຄື ນຳ​ໃຊ້​ສິ່ງ​ເສດ​ເຫຼືອ​ໃຫ້​ເປັນປະ​ໂຫຍດ.

ເປັນ­ຕົ້ນ ໄດ້​ນຳ​ໃຊ້​ສິ່ງ​ເສດ​ເຫຼືອ​ອາ­ຫານພືດ​ຜັກ ມາ​ເຮັດ​ຝຸ່ນ​ຊີ­ວະ​ພາບ ແລະ ນ້ຳ​ໝັກ​ທີ່​ປອດ​ສານ­ພິດ​ເພື່ອ​ຫົດ​ຕົ້ນ­ໄມ້ ດອກ​ໄມ້​ຕ່າງໆ ມີ​ສວນ​ສາ­ທິດ​ປູກ​ພືດ​ຜັກ ແລະ ນາ​ເຂົ້າ ເພື່ອ​ໃຫ້​ນັກ­ຮຽນ​ໄດ້​ຮຽນ​ຮູ້​ກະ­ສິ­ກຳ​ເປັນ ຕົ້ນ ວິ­ທີ​ປູກ​ຜັກ ແລະ ປູກ​ເຂົ້າ ເພື່ອ​ນຳ­ໄປ​ເຮັດ​ຢູ່​ເຮືອນ ມີ​ສະ​ໝຸນ​ໄພ​ປູກ​ຕົ້ນ­ໄມ້​ເປັນ​ຢາ​ຫຼາຍ​ຊະ­ນິດ​ໃຫ້​ນັກ­ຮຽນ ໄດ້​ສຶກ​ສາ​ຮຽນ​ຮູ້.

ນອກ​ນີ້ ໂຮງ­ຮຽນ​ຍັງ​ນຳ​ໃຊ້​ຕຸກ​ນ້ຳ​ດື່ມ​ມາ​ປະ­ດິດ​ສ້າງ​ເປັນ​ສື່ ການ​ຮຽນ-ການ​ສອນ ສ້າງ​ເປັນ​ສິ່ງ​ປະ­ດິດ​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ໄດ້​ຮັບ​ລາ­ງວັນ​ທີ 1 ຫຼາຍ​ຄັ້ງ ຂາຍ​ເອົາ​ເງິນ ແລະ​ອື່ນໆ ຍ້ອນ​ຜົນ­ງານ​ດັ່ງ­ກ່າວ​ນັ້ນ ໂຮງ­ຮຽນ​ສິນ​ໄຊ​ຈຶ່ງ​ໄດ້​ຖືກ​ຄັດ​ເລືອກ​ເປັນ​ຕົວ​ແທນ​ໃຫ້ ສປປ ລາວ ໄປ​ຮັບ​ລາ­ງວັນ​ໂຮງ­ຮຽນ​ນິ­ເວດ​ອາ​ຊຽນ ຄັ້ງ​ທີ 3 ປີ 2019 ຮ່ວມ​ກັບ​ບັນ­ດາ​ໂຮງ­ຮຽນ 9 ປະ­ເທດ​ອາ​ຊຽນ ອັນ​ໄດ້​ນຳ​ເອົາ​ຊື່​ສຽງ​ມາ­ສູ່​ປະ­ເທດ​ຊາດ ກໍ​ຄື ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ໂຮງ­ຮຽນ​ສິນ​ໄຊ.

ແຫຼ່ງຂໍ້ມູນ: ໜັງສຶພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.