ສ​ຕ​ລ ປະກາດການປະມູນ ເພື່ອສ້າງເດີ່ນຝຶກຊ້ອມກິລາບານເຕະ ແລະ ສ້ອມແປງຕຶກອາຄານ ພາຍໃນຫ້ອງການ ສຕລ

ສະຫະພັນບານເຕະແຫ່ງຊາດລາວ ໄດ້ຮັບການສະໜັບສະໜູນດ້ານງົບປະມານໃນການສ້ອມແປງໂຄງລ່າງພື້ນຖານຂອງສະຫະພັນບານເຕະຢູ່ຫ້ວຍຫົງ ແລະ ສ້າງເດີ່ນຊ້ອມກິລາບານເຕະຢູ່ເຂດສະໜາມກິລາແຫ່ງຊາດຫຼັກ 16 ພາຍໃຕ້ໂຄງການ FIFA Forward ຂອງສະຫະພັນບານເຕະນານາຊາດ (FIFA) ສໍາລັບປີ 2019.

ສະຫະພັນບານເຕະແຫ່ງຊາດລາວ ຂໍເຊີນບັນດາບໍລິສັດກໍ່ສ້າງທີ່ຂື້ນທະບຽນຢູ່ ສປປ ລາວ ທີ່ມີຈຸດປະສົງຢາກປະມູນການສ້ອມແປງ ແລະ ກໍ່ສ້າງຂ້າງເທິງນີ້ ໃຫ້ຍື່ນໜັງສືແຈ້ງເຈດຈໍານົງພ້ອມທັງເອກະສານສະໜັບສະໜູນຕ່າງໆຂອງບໍລິສັດເຊັ່ນ: ຂໍ້ມູນທົ່ວໄປຂອງບໍລິສັດ (ປະກອບມີໃບອະນຸຍາດດໍາເນີນທຸລະກິດ ປີ 2019, ໃບຢັ້ງຢືນການມອບອາກອນ ປີ 2018, ໃບທະບຽນວິສາຫະກິດ, ໃບຢັ້ງຢືນສະຖານະການເງິນ, ຕາຕະລາງແຕ່ງຕັ້ງພະນັກງານທີ່ຖືກແຕ່ງຕັ້ງລົງວຽກພາກສະໜາມ, ຕາຕະລາງກົນຈັກພາຫະນະ ແລະ ເຄື່ອງມື ແລະ ລາຍລະອຽດຜົນງານການກໍ່ສ້າງ 5 ປີຜ່ານມາ) ຕໍ່ສະຫະພັນບານເຕະແຫ່ງຊາດລາວ ກໍານົດປິດຮັບໃນວັນທີ 06 ພະຈິກ 2019 ນັບແຕ່ວັນທີ່ອອກປະກາດສະບັບນີ້ເປັນຕົ້ນໄປ ເພື່ອຄັດເລືອກເອົາຈໍານວນ 5 ບໍລິສັດ ເພື່ອສະເໜີລາຄາ.

ບໍລິສັດໃດ ທີ່ມີຄວາມສົນໃຈສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ ຈາກສະຫະພັນບານເຕະແຫ່ງຊາດລາວ ໂທລະສັບໝາຍເລກ 021 562621,​ 020 99512087
ໃນເວລາລັດຖະການ.

ແຫຼ່ງຂໍ້ມູນ:

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...