ທ່ານ ນາງ ກັນຍາ ເເກ້ວມະນີ ຄົນລາວຄົນທຳອິດ ຮັບໜ້າທີ່ຄວບຄຸມການແຂ່ງຂັນບານໂລກ 2022

ທ່ານ ນາງ ກັນຍາ ເເກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາວລາວ ໄດ້ຖືກແຕ່ງຕັ້ງຈາກສະຫະພັນບານເຕະນາໆຊາດ ຫລື FIFA ໃຫ້ເປັນຜູ້ຄວບຄຸມການເເຂ່ງຂັນບານໂລກ 2022 ຮອບຄັດເລືອກ ຂົງເຂດອາຊີ ຮອບ 2 ລະຫວ່າງ ທີມຊາດສິງກະໂປ ເປີດສະຫນາມກິລາແຫ່ງຊາດຂອງຕົນ ພົບກັບ ທີມຊາດອຸສເບກິສຖານ ກາຍເປັນຄົນລາວຄົນທໍາອິດ ໄດ້ຮັບຫນ້າທີ່ອັນຊົງກຽດ ແລະ ມີຄວາມຮັບຜິດຊອບສູງເຊັ່ນນີ້.

ທັງນີ້ ທ່ານ ນາງ ກັນຍາ ເເກ້ວມະນີ ເປັນ 1 ໃນຜູ້ຄວບຄຸມການແຂ່ງຂັນ ຫລື Match Commissioner ເພດຍິງ ຈໍານວນ 4 ທ່ານຈາກທະວີບອາຊີ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກ FIFA ໃຫ້ເປັນຜູ້ຄວບຄຸມການແຂ່ງ ຂັນບານໂລກ 2012 ຮອບຄັດເລືອກຄັ້ງນີ້ ເຊິ່ງຖືວ່າເປັນຄັ້ງປະຫວັດສາດທີ່ FIFA ໄດ້ຄັດເລືອກຜູ້ຄວບຄຸມການແຂ່ງຂັນເພດຍິງເປັນຜູ້ບໍລິຫານຈັດການແຂ່ງຂັນບານໂລກຂາຍໃນຂົງເຂດອາຊີ.

ສໍາລັບປະຫວັດການເປັນຜູ້ຄວບຄຸມການເເຂ່ງຂັນ ຫລື Match Commissioner ຂອງ ທ່ານ ນາງ ກັນຊາ ເເກ້ວມະນີ ແມ່ນເລີ່ມຕົ້ນມາຕັ້ງເເຕ່ປີ 2007 ຈົນເຖິງປະຈຸບັນ ເຊິ່ງມີຜົນງານໃນການຄວບຄຸມການ ແຂ່ງຂັນ ທັງບານເຕະຊາຍ ແລະ ຍິງ ບໍ່ວ່າຈະເປັນການຄວບຄຸມການແຂ່ງຂັນບານເຕະລາຍການ AFC Champions League, AFC Cup, AFC Futsql Club Chompionship ນອກນັ້ນຍັງມີ AFC Women’s Asign Cup Fincls, AFC Women’s Futscl Chompshioship, ແລະ ທຸກໆການແຂ່ງຂັນບານເຕະຍິງຮຸ່ນອາຍຸຕ່າງໆຂອງ AFC.

ນອກຈາກນັ້ນ ຍັງໄດ້ຮັບຄັດເລືອກໃຫ້ເປັນຜູ້ຄວບຄຸມການແຂ່ງຂັນບານເຕະຍິງ ທີ່ກິລາເອຊຽນ 3 ສະໄຫມຕິດຕໍ່ກັນຄື ທີ່ກວາງໂຈ່ວ ປະເທດຈີນ ປີ 2010, ອິນຊອນ ສາທາລະນະລັດເກົາຫລີ (ເກົາຫລີໃຕ້) ປີ 2014 ແລະ ຈາກາຕ້າ- ປາເລມບັງ ປະເທດອິນໂດເນເຊຍ ປີ 2018 ຕະຫລອດຮອດການແຂ່ງຂັນ AFF SUZUKI CUP ແລະ ກິລາຊີເກມອີກດ້ວຍ).

ໃນນີ້ 2009 ທ່ານ ນາງ ກັນຍາ ເເກ້ວມະນີ ໄດ້ຮັບການໂຫວດໃຫ້ເປັນຜູ້ຄວບຄຸມການແຂ່ງຂັນດີເດັ່ນຂອງອາຊີໃນນີ້ 2009 ໃນໄວໆນີ້ ທາງ AFC ຈະໄດ້ເເຕ່ງຕັ້ງ ທ່ານ ນາງ ກັນຍາ ເເກ້ວມະນີ ຮັບຫນ້າທີ່ເປ້ນຜູ້ຄວບຄຸມການ ເເຂ່ງຂັນຮອບຊິງຊະນະເລີດ AFC CUP 2013 ຈະເປັນການຊິງແຊ້ມຄັ້ງທີ 16.

ນັບຕັ້ງແຕ່ມີການເເຂ່ງຂັນລາຍການນີ້ຂຶ້ນມາ ໃນມື້ນີ້ຈະເປັນການຣົບການລະຫວ່າງທີມຊະນະເລີດຈາກໂຊນອາຊີຕາເວັນຕົກ ຄືສະໂມ ສອນ AIFAhed ຈາກ ເລບານອນ ພົບກັບ ທີມຊະນະເລີດຈາກອິນເຕີໂຊນ ຄືສະໂມສອນ 25 ເມສາ ຈາກ ສປປ ເກົາຫລີ ເຊິ່ງການແຂ່ງຂັນທີ່ນະຄອນຫຼວງປຽງຢາງ ສປປ ເກົາຫຼີ ໃນວັນທີ່ 2 ພະຈິກ 2019 ນີ້.

ແຫຼ່ງຂໍ້ມູນ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...