ອອກເດີນທາງແລ້ວ! ສາວ ແຮ່ນນ້າ ສູ່ເວທີປະກວດ Miss Asia Global 2019 ທີ່ປະເທດອິນເດຍ

ເຕີມເຕັມໄປດ້ວຍຄວາມອົບອຸ່ນຈາກທີມງານ, ຫມູ່ເພື່ອນ ແລະ ແຟນໆທີ່ມາໃຫ້ກຳລັງໃຈ ແຮ່ນນ້າ ໂລເຊັ່ນບູ້ມ ຫຼື ແຮ່ນນ້າ Hannah Rosenbloom ຮອງອັນດັບ 2 Miss Teen Laos 2019 ຕົວແທນ Miss Asia Global 2019 ລາວ ທີ່ປະເທດອິນເດຍ ໃນເວທີປະກວດ Miss Asia or Miss Asia Global 2019

ສໍາລັບການປະກວດ Miss Asia 2019 ນີ້ແມ່ນຈະຈັດຂຶ້ນໃນວັນທີ 1 ພະຈິກ 2019 ແລະ ສາວແຮ່ນນ້າ ຈະເຂົ້າຮ່ວມເກັບໂຕກັບຫມູ່ໆສາວງາມຕັ້ງແຕ່ມື້ທີ່ໄປຮອດຈົນເຖິງຮອບສຸດທ້າຍ

ນັບວ່າເປັນຄົນທໍາອິດປີທໍາອິດເລີຍທີ່ລາວສົ່ງຕົວແທນເຂົ້າຮ່ວມປະກວດ ຮ່ວມເຊຍແລະໃຫ້ກຳລັງໃຈ ນ້ອງແຮ່ນນາ ໃນເວທີປະກວດ Miss Asia 2019 ໄດ້ເລີຍ.

ແຮ່ນນ້າ ອາຍຸ 18 ປີ ປັດຈຸບັນຢູ່ ບ້ານ ທົ່ງກາງ ເມືອງ ສີສັດຕະນາກ ຮຽນຢູ່ໂຮງຮຽນ ວຽງຈັນພັດທະນາ ນານາຊາດ ມ7, ຫຼາຍຄົນຄົງເຄີຍເຫັນຜົນງານການສະແດງຂອງແຮ່ນນ້າມາແລ້ວໃນຊີຣີ້ ຮັກນີ້ສີບົວ 1, Dairy love season 1&2, ມິວສິກເພງ ມ 7 …

ເເຮ່ນນ້າ ເຄີຍຜ່ານໂຄງການປະກວດຮ້ອງເພງ, ເເລະ ໂຄງການ Sofy contest ໄດ້ຮັບລາງວັນຮອງຊະນະເລີດ 4, ຜົນງານດ້ານບັນເທີງມີ ຮັກນີ້ສີບົວ season 1, Dairy love season 1&2, Sofy girl diary, ຫຼ້າສຸດ ກໍໄດ້ຮອງອັນດັບ 2 ມິສທີນລາວ 2019.

ເຄັດລັບໃນການຮັກສາສຸຂະພາບ ແລະ ຮ່າງກາຍຂອງເເຮ່ນນ້າຄືດື່ມນໍ້າຫຼາຍໆ, ກິນອາຫານທີ່ມີປະໂຫຍດ ເເລະ ຫຼີ້ນກິລາ, ເວລາຫວ່າງຂອງເເຮ່ນນ້າຈະບໍ່ຄອຍມີ ເພາະເປັນຄົນຢູ່ລ້າໆບໍ່ໄດ້ ຕ້ອງໄດ້ຊອກເເນວເຮັດຕະຫຼອດ ເຊັ່ນ: ເຕັ້ນ, ຮ້ອງເພງ, ຫຼິ້ນກິລາ,ເເລະ ອີກຫຼາຍຢ່າງ.

ຜູ້ຊາຍໃນສະເປັກບໍ່ຄອຍມີ ເເຕ່ຖ້າມີເເຮ່ນນ້າມັກຄົນທີມີຄວາມເປັນຜູ້ນຳ, ເວົ້າຈາມ່ວນ, ນິໄສດີ ເເຕ່ຖ້າຮູບຮ່າງຈະມັກຄົນບ່າກວ້າງ, ບໍ່ມັກຄົນມີກ້າມ 55!!!, ສໍາລັບເປົ້າໝາຍໃນອະນາຄົດຂອງ ເເຮ່ນນ້າຄືຢາກໃຫ້ຄອບຄົວຢູ່ສະບາຍ, ເປັນຄົນດີ ແບບຢ່າງທີ່ດີໃຫ້ກັບສັງຄົມ..

ແຫຼ່ງຂໍ້ມູນ: Soupsip Update

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...