ສະຫວັນນະເຂດ ປະຕິບັດໄດ້ 7 ຄາດໝາຍ ແລະ 1 ຄາດໝາຍຍ່ອຍ ໃນວຽກງານຂະແໜງການສຶກສາ ແລະ ກິລາ

ເມື່ອບໍ່ດົນຜ່ານມາ ທ່ານນາງ ຫຼິງທອງ ແສງຕະວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໃຫ້ສຳພາດຕໍ່ທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ:

ຜ່ານການຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມຍຸດທະສາດ ແລະ ນະໂຍບານຕ່າງໆທີ່ກຳນົດໃນສົກຮຽນ 2018-2019ຜ່ານມາເຫັນວ່າ ການປະຕິບັດຄາດໝາຍທາງດ້ານການສຶກສາ ເຫັນວ່າ ມີການຂະຫຍາຍຕົວ ໂດຍສະເພາະການປະຕິບັດມະຕິຂອງສະພາປະຊາຊົນແຂວງ ໃນຈຳນວນ 15 ຄາດໝາຍທີ່ກຳນົດໄວ້ ມີ 7 ຄາດໝາຍທີ່ບັນລຸ ແລະ 1 ຄາດໝາຍຍ່ອຍ.

ຖ້າທຽບໃສ່ສົກຮຽນ 2017-2018 ມີພຽງ 4 ຄາດໝາຍທີ່ບັນລຸເປັນຕົ້ນແມ່ນ ອັດຕາເຂົ້າຮຽນຂອງເດັກໃນເກນອາຍຸ 5 ປີ ບັນລຸ 71,2% ທຽບໃສ່ສົກຮຽນຜ່ານມາ ເພີ່ມຂຶ້ນ 4,8% ຈຳນວນເມືອງທີ່ມີອັນຕາເຂົ້າຮຽນຂອງເດັກ 5 ປີ ສູງກວ່າ 60% ຈາກ 10 ເມືອງ ໃນປີຜ່ານມາ ໄດ້ 12 ເມືອງ ລື່ນຄາດໝາຍທີ່ສະພາແຂວງມອບໃຫ້ 11 ເມືອງ.

ອັດຕາເຂົ້າຮຽນໃໝ່ສຸດທິຂອງຊັ້ນປະຖົມ ບັນລຸ 98,9 % ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນປາຍ ປະຕິບັດໄດ້ 42% ທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 2% ຈຳນວນເມືອງທີ່ບັນລຸອັດຕາເຂົ້າຮຽນໃໝ່ ຊັ້ນ ປ5 ສູງກວ່າ 95% ປະຕິບັດໄດ້ 13 ເມືອງ ເຊັ່ນດຽວກັບຈຳນວນເມືອງທີ່ມີອັດຕາເຂົ້າຮຽນລວມຊັ້ນ ມ4 ຂອງນັກຮຽນຍິງສູງກວ່າ 70% ແລະ ຈຳນວນນັກຮຽນຈົບຊັ້ນ ມ ຕົ້ນ ໄດ້ຮຽນຕໍ່ສາຍອາຊີວະສຶກສາ ບັນລຸ 4,57% ລື່ນຄາດໝາຍ 0,57% ຈຳນວນເມືອງທີ່ປະກາດຈົບຊັ້ນ ມ ຕົ້ນບຳລຸງໄດ້ແລ້ວ 12 ເມືອງ 1 ນະຄອນ ຍັງອີກ 2 ເມືອງຄືເມືອງພີນ ແລະ ເຊໂປນ.

ຈະສູ້ຊົນໃຫ້ໄດ້ປະກາດໃນຕົ້ນປີ 2020 ສ່ວນຄາດໝາຍທີ່ປະຕິບັດໄດ້ດີຂຶ້ນເມື່ອທຽບໃສ່ສົກຮຽນ 2017-2018 ມີ 1 ຄາດໝາຍຄື ອັດຕາເຂົ້າຮຽນລວມຊັ້ນ ມ ຕົ້ນ ປະຕິບັດໄດ້ 68,7% ເພີ່ມຂຶ້ນ 0,2% ແຕ່ຍັງຫຼຸດຄາດໝາຍທີ່ສະພາກຳນົດໃຫ້ 1,9% ຈຳນວນເມືອງທີ່ມີອັດຕາຄ້າງຫ້ອງ ປ1 ຕ່ຳກວ່າ14%ຈາກ10ເມືອງໃນສົກຮຽນ 2017-2018 ເພີ່ມຂຶ້ນ 11 ເມືອງໃນປີ 2019 ຍັງເຫຼືອ 4 ເມືອງ ຄື ເມືອງອຸມຸມພອນ ເມືອງນອງ ເຊໂປນ ແລະ ພະລານໄຊ).

ແນວໃດກໍ່ຕາມ ຍັງມີຂໍ້ຄົງຄ້າງ ແລະ ບາງຄາດໝາຍທີຍັງບໍ່ສາມາດປະຕິບັດໄດ້ດີ ເປັນຕົ້ນແມ່ນ ອັດຕາປະລະຊັ້ນ ປ 1 ຍັງສູງ 8,5% ສູງກວ່າໝູ່ແມ່ນເມືອງເຊໂປນ 21,7% ແລະ ເມືອງພະລານໄຊ 16,5% ອັດຕາຄ້າງຊັ້ນຫ້ອງ ປ1 12,4% ສູງກວ່າໝູ່ແມ່ນເມືອງນອງ 38,8% ແລະ ເມືອງເຊໂປນ 22,8% ທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 2,2% ເຮັດໃຫ້ອັດຕາການລອດເຫຼືອຂອງນັກຮຽນຊັ້ນປະຖົມຍັງຕຳ່ ບັນລຸໄດ້ພຽງແຕ່ 72,1% ຖືວ່າໃນໄລຍະຊຸມປີຜ່ານມານີ້ ຍັງບໍ່ທັນດີເທົ່າທີ່ຄວນ.

ແຫຼ່ງຂໍ້ມູນ: ພາບຂ່າວ: ຫຼ້າ ສາຍນ້ຳພຽງ ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...