Tuesday, May 26, 2026
Kbank Laos โอน รับ จ่าย
-->

ລັດຖະບານ ຈະສຸມໃສ່ພັດທະນາກະສິກຳໃຫ້ເປັນທັນສະໄໝ ສົດ ສະອາດ ແລະ ປອດສານພິດ

ກະຊວງກະສິກຳ ແລະ ປ່າໄມ້ ຈະໄດ້ສຸມໃສ່ການພັດທະນາຂົງເຂດກະສິກຳ ໃຫ້ເປັນທັນສະໄໝ ແລະ ເນັ້ນຜະລິດຕະພັນທີ່ສົດ, ສະອາດ, ປອດສານພິດ ເພື່ອສົ່ງອອກຕ່າງປະເທດ, ສົ່ງອອກກັບທີ່ ແລະ ບໍລິໂພກພາຍໃນ. ທັງນີ້, ກໍເພື່ອຈັດຕັ້ງຜັນຂະຫຍາຍທິດທາງ ແລະ ມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ ແລະ ຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະ ມາຊິກສະພາແຫ່ງຊາດ ໃນວາລະການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 13 ພະຈິກ 2019 ວ່າ:

ວຽກງານທີ່ເລັ່ງດ່ວນ ແມ່ນຈະໄດ້ດຳເນີນການສຳຫລວດທ່າແຮງບົ່ມຊ້ອນດ້ານຊັບພະຍາກອນດິນ ໃນທົ່ວປະເທດ, ດຶງດູດ ແລະ ສົ່ງເສີມໃຫ້ຄອບຄົວ, ທຸລະກິດຂະໜາດນ້ອຍ ແລະ ກາງພາຍໃນ, ເພີ່ມທຶນຮອນເຂົ້າໃນການຄົ້ນຄວ້າວິທະຍາສາດດ້ານກະສິກຳ ແລະ ປ່າໄມ້ໃຫ້ເປັນລະບົບ ແລະ ຕໍ່ເນື່ອງ, ຊຸກຍູ້ສົ່ງເສີມການຜະລິດຂອງຄອບຄົວປະຊາຊົນເຂົ້າເປັນກຸ່ມ, ຕື່ນຕົວຈັດຕັ້ງເປັນສະຫະກອນ ແລະ ເປັນຟາມ, ລວມທັງ ພັດທະນາຊັບພະຍາກອນມະນຸດ ຂອງຂະແໜງ ກະສິກຳ ແລະ ປ່າໄມ້.

ໃນຂະນະດຽວກັນ, ກໍຈະໄດ້ສະໜອງດ້ານທຶນໃຫ້ແກ່ຜູ້ຜະລິດ ດ້ວຍການປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ກອງທຶນບ້ານ ໂດຍຕ້ອງເຮັດໃຫ້ນະໂຍບາຍດ້ານສິນເຊື່ອ ຂອງທະນາຄານສົ່ງເສີມກະສິກຳ, ທະນາຄານນະໂຍ ບາຍ ແລະ ການເງິນຈຸລະພາກ ໄປສົ່ງເສີມເປົ້າໝາຍດຽວກັນ, ໄປພ້ອມໆກັບການຝຶກອົບຮົມໃຫ້ກຸ່ມ, ໃຫ້ຄອບ ຄົວ ເພື່ອໃຫ້ເຂົ້າໃຈການບໍລິຫານເສດຖະກິດກະສິກຳຕົນເອງ ເປັນຕົ້ນແມ່ນ ການເຂົ້າຫາແຫລ່ງທຶນ, ການຕະ ຫລາດ, ຂໍ້ມູນ ແລະ ຮູ້ນໍາໃຊ້ເຕັກນິກທີ່ທັນສະໄໝ ເພື່ອຍົກສະມັດຕະພາບການຜະລິດໃຫ້ສູງຂຶ້ນ.

ພາບປະກອບ

ພ້ອມດຽວກັນ, ກໍຈັດຕັ້ງກຸ່ມການຜະລິດໃຫ້ເຂັ້ມແຂງ ເປັນຕົ້ນແມ່ນກຸ່ມກະສິກໍາສະອາດ, ກຸ່ມກະ ສິກຳອິນຊີ ກ້າວໄປເຖິງຈັດຕັ້ງສະຫະກອນ, ສະມາຄົມ ໂດຍເອົາສູນກະສິກຳສະອາດເປັນໃຈກາງ ແລະ ຈັດຕັ້ງຕະຫລາດຂາຍຍົກໃຫ້ແກ່ຊາວກະສິກອນ

ໂດຍແມ່່ນລັດສະໜັບສະໜູນດ້ານທຶນຮອນສ່ວນໜຶ່ງ ແລະ ການບໍລິຫານຈັດການດ້ວຍການປະຕິບັດ ຊື້ແພງຂາຍຖືກ ເພື່ອຫລຸດຜ່ອນບົດບາດຂອງພໍ່ຄ້າມືກາງ. ນອກ ຈາກນັ້ນ ກໍພັດທະນາຊັບພະຍາກອນມະນຸດໃນຂະແໜງກະສິກຳ ແລະ ປ່າໄມ້ ເພື່ອສ້າງຜູ້ພາປູກ-ພາລ້ຽງໃຫ້ພຽບພໍ, ລວມທັງເອົາໃຈໃສ່ການຄົ້ນຄວ້າວິທະນາສາດ ເພື່ອພັດທະນາແນວພັນພືດ, ແນວພັນສັດ ໃຫ້ມີຄຸນນະພາບສູງ. 

ແຫຼ່ງຂໍ້ມູນ: ຮູບພາບ ຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ