ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ໃນໄລຍະ 6 ເດືອນຕົ້ນປີ 2019

ພາບປະກອບ

ມູນຄ່າການສົ່ງອອກ ຂອງ ສປປ ລາວ ນັບແຕ່ ເດືອນມັງກອນ ເຖິງ ເດືອນມິຖຸນາ 2019 ບັນລຸໄດ້ປະມານ 2,849 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າປະມານ 2,726 ລ້ານໂດລາສະຫະລັດ ດຸນການຄ້າປະມານ 123 ລ້ານໂດລາສະຫາລັດ. ໃນນັ້ນ ຄູ່ຮ່ວມການຄ້າທັງນໍາເຂົ້າ ແລະ ສົ່ງອອກ ມີຫລາຍກ່ວາ 19 ປະເທດ, ເຊິ່ງມີ 5 ປະເທດຫລັກ ທີ່ເປັນຄູ່ການຄ້າທີ່ມີຊາຍແດນຕິດຈອດກັນ. ໃນນັ້ນມີມູນຄ່າໃນການນໍາເຂົ້າ ແລະ ສົ່ງອອກ ຫລາຍສຸດແມ່ນ ປະເທດ ໄທ, ຈີນ ແລະ ຫວຽດນາມ.

ພາບປະກອບ

ມູນຄ່າການສົ່ງອອກ ຂອງ ສປປ ລາວ ນັບແຕ່ ເດືອນມັງກອນ ເຖິງ ເດືອນມິຖຸນາ 2019 ບັນລຸໄດ້ປະມານ 2,849 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າປະມານ 2,726 ລ້ານໂດລາສະຫະລັດ ດຸນການຄ້າປະມານ 123 ລ້ານໂດລາສະຫາລັດ. ໃນນັ້ນ ຄູ່ຮ່ວມການຄ້າທັງນໍາເຂົ້າ ແລະ ສົ່ງອອກ ມີຫລາຍກ່ວາ 19 ປະເທດ, ເຊິ່ງມີ 5 ປະເທດຫລັກ ທີ່ເປັນຄູ່ການຄ້າທີ່ຊາຍແດນຕິດຈອດກັນ. ໃນນັ້ນມີມູນຄ່າໃນການນໍາເຂົ້າ ແລະ ສົ່ງອອກ ຫລາຍສຸດແມ່ນ ປະເທດ ໄທ, ຈີນ ແລະ ຫວຽດນາມ.

ໝວດສິນຄ້າສົ່ງອອກຫຼັກ (ຫົວໜ່ວຍ ໂດລາສະຫາລັດ)

ໝວດສີນຄ້າສົ່ງອອກຫລັກທີ່ມີມູນຄ່າສູງ ໃນຈໍານວນ 6 ເດືືອນຕົ້ນປີ 2019 ແມ່ນ ໄຟຟ້າ 646 ລ້ານໂດລາສະຫະລັດ, ແຮ່ທອງ 324 ລ້ານໂດລາສະຫະລັດ ແລະ ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 244 ລ້ານໂດລາສະຫະລັດ. ລາຍລະອຽດເພີ່ມເຕີບ ຕາຕະລາງ 1 ແມ່ນມູນຄ່າຂອງໝວດສີນຄ້າສົ່ງອອກ.

ໝວດສິນຄ້ານໍາເຂົ້າຫຼັກ (ຫົວໜ່ວຍ ໂດລາສະຫາລັດ)

ໝວດສີນຄ້ານໍາເຂົ້າທີ່ມີມູນຄ່າສູງ ໃນຈໍານວນ 6 ເດືືອນຕົ້ນປີ 2019 ແມ່ນ ນ້ຳມັນກາຊວນ 324 ລ້ານໂດລາສະຫະລັດ, ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ 240 ລ້ານໂດລາສະຫະລັດ ແລະ ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 218 ລ້ານໂດລາສະຫະລັດ. ລາຍລະອຽດເພີ່ມເຕີບແມ່ນ ຕາຕະລາງ 2 ແມ່ນມູນຄ່າຂອງໝວດສີນຄ້ານໍາເຂົ້າ.

ແຫຼ່ງຂໍ້ມູນ: ກົມການນໍາເຂົ້າແລະສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.