ເອກອັກຄະລັດຖະທູດໄທ ກ່າວເປີດງານບັນຍາຍດ້ານເຂດເສດຖະກິດພິເສດໃນ ສປປ.ລາວ.

ທ່ານກຽດຕິຄຸນ ຊາດປະເສີດ ເອກອັກຄະລັດຖະທູດໄທ ປະຈຳນະຄອນຫຼວງວຽງຈັນ ເປັນປະທານກ່າວເປີດງານບັນຍາຍເລື່ອງການລົງທຶນ ແລະເຂດເສດຖະກິດພິເສດໃນ ສປປ.ລາວ ແລະການເຊື່ອມໂຍງທາງດ້ານການຄ້າ, ການລົງທຶນ ລະຫວ່າງລາວ-ໄທ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ຈັດໂດຍ ສະພາທຸລະກິດໄທ-ລາວ ແລະສະມາຄົມນັກທຸລະກິດໄທ ໃນ ສປປ.ລາວ

ການຈັດງານບັນຍາຍໃນຄັ້ງນີ້, ເປັນສ່ວນໜຶ່ງຂອງກິດຈະກຳສ້າງຄວາມສຳພັນ ລະຫວ່າງນັກທຸລະກິດໄທແລະລາວ ແລະຖືເປັນຄວາມພະຍາຍາມທີ່ຈະຊ່ວຍກັນສົ່ງເສີມ ດ້ານການຄ້າການລົງທຶນລະຫວ່າງກັນ. ອີກທັງຍັງໄດ້ຮັບກຽດຈາກຜູ້ຊົງຄຸນນະວຸດ ຈາກກະຊວງແຜນການ ແລະການລົງທຶນ ແລະສະພາອຸດສາຫະກຳແລະການຄ້າ ສປປ.ລາວ ມາໃຫ້ຂໍ້ມູນກ່ຽວກັບເຂດເສດຖະກິດພິເສດໃນ ສປປ.ລາວ ອີກດ້ວຍ.

“ຖ້າເຮົາສອງຝ່າຍຊ່ວຍກັນສົ່ງເສີມ ແລະອຳນວຍຄວາມສະດວກໃນການໃຫ້ຂໍ້ມູນທີ່ຖືກຕ້ອງ, ຊັດເຈນ ໃນການແກ້ໄຂບັນຫາອຸປະສັກດ້ານການຄ້າການລົງທຶນ; ການລົງທຶນຂອງຄົນໄທໃນ ສປປ.ລາວ ກໍ່ສ້າງອາດຈະມີປະລິມານ ແລະມີມູນຄ່າສູງຂຶ້ນ ທັງນີ້ທັງນັ້ນ ເຮົາໄດ້ເວົ້າກັນມາຕະຫຼອດວ່າ ການເຊີນຊວນໃຫ້ນັກທຸລະກິດທີ່ເຂົ້າມາໃນລາວ ມາດຳເນີນການ ບໍ່ວ່າຈະເປັນເລື່ອງການລົງທຶນກໍດີ ຫຼືການຄ້າກໍດີ ເຮົາຕ້ອງມຸ່ງເນັ້ນໃນສິ່ງທີ່ເປັນປະໂຫຍດຮ່ວມກັນທັງສອງຝ່າຍ ແບບ win-win ເຊິ່ງຂ້າພະເຈົ້າ ຈະເປັນການຮ່ວມໄມ້ຮ່ວມມືທີ່ໝັ້ນຄົງ ແລະມີຄວາມຢັ່ງຢືນ” ທ່ານ ກຽດຕິຄຸນ ກ່າວ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...