ລາວໄດ້ຮັບທຶນ 235 ຕື້ກວ່າກີບ ຈາກກອງທຶນສີ­ຂຽວດ້ານການປ່ຽນ­ແປງດິນຟ້າອາ­ກາດສາ­ກົນ (Green Climate Fund)

ກອງທຶນສີ­ຂຽວດ້ານການປ່ຽນ­ແປງດິນຟ້າອາ­ກາດສາ­ກົນ (Green Climate Fund) ອະ­ນຸ­ມັດທຶນສະໜັບສະໜູນ ສປປ ລາວ 2 ໂຄງ­ການ ມູນຄ່າ 26,6 ລ້ານໂດລາສະ­ຫະ­ລັດ ຫຼື ປະ­ມານ 235,25 ຕື້ກີບ ໃນວາ­ລະກອງປະ­ຊຸມສະ­ພາບໍ­ລິ­ຫານກອງທຶນ ຄັ້ງທີ 24 ວັນທີ 12-14 ພະ­ຈິກ 2019 ຢູ່ຫ້ອງ­ການ Green Climate Fund ເມືອງຊອງໂດ ສ ເກົາ­ຫຼີ.

ສຳ­ລັບໂຄງ­ການທີ 1 ເປັນການສ້າງຄວາມທົນທານ ເພື່ອແກ້ໄຂບັນ­ຫາການປ່ຽນ­ແປງດິນຟ້າອາ­ກາດ ໂດຍການຄຸ້ມຄອງລະ­ບົບນິ­ເວດຢູ່ຕົວເມືອງນະ­ຄອນ­ຫຼວງວຽງຈັນ ເມືອງປາກຊັນ ນະ­ຄອນໄກ­ສອນ ພົມ­ວິ­ຫານ ແລະ ນະ­ຄອນປາກເຊ ມູນຄ່າ 10 ລ້ານໂດລາສະ­ຫະ­ລັດ ຫຼື ປະ­ມານ 88,45 ຕື້ກີບ (Building resilience of urban populations with ecosystem-based solution in Lao PDR) ໂຄງ­ການທີ 2 ເປັນການ ຈັດຕັ້ງປະ­ຕິ­ບັດການຫຼຸດ­ຜ່ອນ

ການປ່ອຍທາດອາຍເຮືອນແກ້ວຈາກການທຳ­ລາຍປ່າ­ໄມ້ ແລະ ການເສື່ອມໂຊມຂອງປ່າ­ໄມ້ ເຊິ່ງເປັນການ­ຈັດ­ຕັ້ງປະ­ຕິ­ບັດໄລ­ຍະທຳອິດຢູ່ແຂວງ ຫົວ­ພັນ ແຂວງ ໄຊຍະບູລີ ແຂວງ ຫຼວງພະບາງມູນຄ່າ 16,6 ລ້ານໂດລາສະ­ຫະ­ລັດ ຫຼື ປະ­ມານ 146,86 ຕື້ກີບ(Implementation of the Lao PDR Emissions Reduction Programme through improve governance and sustainable forest landscape management).

Green Climate Fund ເປັນກອງທຶນສາ­ກົນ ສ້າງ­ຕັ້ງຂຶ້ນພາຍໃຕ້ສົນ­ທິ­ສັນ­ຍາສະ­ຫະປະ­ຊາຊາດ ວ່າດ້ວຍການປ່ຽນ­ແປງດິນຟ້າອາ­ກາດ (UNFCCC) ໃນປີ 2010 ແລະ ເລີ່ມຈັດຕັ້ງປະ­ຕິ­ບັດການສະ­ໜອງທຶນ ໃນປີ 2015 ເປັນ­ຕົ້ນມາ ເພື່ອເປັນກົນໄກການສະ­ໜອງທຶນໃຫ້ປະ­ເທດດ້ອຍພັດ­ທະ­ນາ ແລະ ກຳ­ລັງພັດທະນາ ນຳໃຊ້ທຶນໃນການ­ຈັດ­ຕັ້ງປະ­ຕິ­ບັດວຽກງານການປ່ຽນ­ແປງດິນຟ້າອາ­ກາດ.

ແຫຼ່ງຂໍ້ມູນ: ນສພ ວຽງຈັນໃຫ່ມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...