9 ເດືອນປີນີ້ ແຂວງຄຳມ່ວນສົ່ງອອກສິນຄ້າລວມມູນຄ່າ 1,8 ພັນຕື້ກີບ

ພາບປະກອບ

ສຳລັບມູນຄ່າການສົ່ງອອກສິນຄ້າໃນ 9 ເດືອນປີ 2019 ປະຕິບັດໄດ້ 206,93 ລ້ານໂດລາ ຫຼືປະມານ 1.820 ຕື້ກີບ ທຽບໃສ່ແຜນການໝົດປີປະຕິບັດໄດ້ 63% ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 11,46% ຊຶ່ງສິນຄ້າທີ່ສົ່ງອອກສ່ວນໃຫຍ່ແມ່ນປະເພດສິນຄ້າອຸດສາຫະກຳ (ແຮ່ທາດ), ສິນຄ້າກະສິກຳ, ໄມ້ ແລະ ຜະລິດຕະພັນໄມ້, ມູນຄ່າການນຳເຂົ້າສິນຄ້າປະຕິບັດໄດ້ 155,39 ລ້ານໂດລາ ທຽບໃສ່ແຜນການປະຕິບບັດໄດ້ 93% ແລະທຽບໃສ່ໄລຍະດຽວກັນຂອງປີຜ່ານ

ມາເພີ່ມຂຶ້ນ 74,80%, ສິນຄ້າທີ່ນຳເຂົ້າສ່ວນໃຫຍ່ແມ່ນນໍ້າມັນເຊື້ອໄຟ, ວັດສະດຸກໍ່ສ້າງ, ເຄື່ອງໃຊ້ສອຍປະຈຳວັນ ແລະ ອື່ນໆ, ມູນຄ່າສິນຄ້າຜ່ານແດນປະຕິ ບັດໄດ້ 484,94 ລ້ານໂດລາ ທຽບໃສ່ປີຜ່ານມາຫຼຸດລົງ 10,60%, ມູນຄ່າຈຳໜ່າຍຜະລິດຕະພັນອຸດສາຫະກຳ 1.164 ຕື້ກີບ ເພີ່ມຂຶ້ນ 61,77% ແລະ ມູນຄ່າການຈໍ ລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍ 586 ຕື້ກີບ ເພີ່ມຂຶ້ນ 44,47% ຊຶ່ງສ່ວນໃຫຍ່ແມ່ນນໍ້າມັນເຊື້ອໄຟ, ເຄື່ອງກໍ່ສ້າງ ແລະສິນຄ້າປະເພດສະບຽງອາຫານ.

ຕາມການລາຍງານຂອງທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າປະຈຳແຂວງຄຳມ່ວນໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 15 ສະໄໝ ທີ IX ທີ່ຈັດຂຶ້ນວ່າ:

ແຫຼ່ງຂໍ້ມູນ: ພາບຂ່າວ: ຂຽນໂດຍ: ກອງຄຳ, ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...