ຄຶກຄັກ! ນັກທ່ອງທ່ຽວຈາກ 66 ສັນຊາດ ແຈ້ງເຂົ້າຜ່ານດ່ານພູເກືອ

ໃນຜ່ານມາກຳລັງ ຕມ ໄດ້ເອົາໃຈໃສ່ເຮັດໜ້າທີ່ໃນການອຳນວຍຄວາມສະດວກໃຫ້ແກ່ການເຂົ້າ-ອອກຂອງຊາວຕ່າງປະເທດກໍຄືນັກທ່ອງທ່ຽວ, ຜູ້ໂດຍສານຜ່ານປະຕູດ່ານສາກົນພູເກືອຊຶ່ງໄດ້ມີການຈັດຕັ້ງປະຕິບັດຕາມກົດໝາຍຄຸ້ມຄອງຂອງຄົນເຂົ້າ-ອອກເມືອງສາມາດຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະມີຄວາມປອດໄພໃນການເຂົ້າ-ອອກເປັນປົກກະຕິ ແລະຕໍ່ເນື່ອງໃນລະດັບທີ່ແນ່ນອນ.

ທ່ານ ພັຕ ຕຸນຄຳ ສຸດທະວົງ ຫົວໜ້າກຳລັງ ຕມ ດ່ານສາກົນພູເກືອ ແຂວງອັດຕະປືຊີ້ແຈ້ງໃຫ້ຮູ້ວ່າ:

ໃນ 9 ເດືອນ ປີ 2019 ຕົວເລກຄົນແຈ້ງເຂົ້າເມືອງມີ 66 ສັນ ຊາດ, ເທົ່າກັບ 55 ພັນກວ່າຄົນ, ຍິງ 12,8 ພັນຄົນ, ມີເດັກ 1.177 ຄົນ, ມີຄົນແຈ້ງ ອອກເມືອງມີ 72 ສັນຊາດ ເທົ່າກັບ 58 ພັນກວ່າຄົນ, ຍິງ 12,1 ພັນຄົນ, ມີເດັກ 811 ຄົນ; ມີພາຫະນະເຂົ້າເມືອງ 14.09 ພັນຖ້ຽວລວມມີ 2 ສັນຊາດ, ພາຫະນະອອກເມືອງ ມີ 12,09 ພັນຖ້ຽວ ມີ 2 ສັນຊາດ.

ທ່ານໃຫ້ຮູ້ຕື່ມອີກວ່າ:

ຂໍ້ສະດວກທາງດ້ານການຈັດຕັ້ງປະຕິບັດດ້ານວິຊາສະເພາະໄດ້ຮັບປະສິດທິຜົນຍ້ອນທາງຄະນະພັກຄະນະກອງບັນຊາການກໍຄືຫ້ອງສັນຕິບານໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ ແລະ ກົມວິຊາສະເພາະໄດ້ມີການຊຸກຍູ້ຊ່ວຍເຫຼືອດ້ານເຄື່ອງອຸປະກອນທີ່ທັນສະໄໝເຂົ້າໃນການກວດການເອກະສານ, ມີການປະສານສົມທົບແລກປ່ຽນຂໍ້ມູນຂ່າວສານຮ່ວມກັນເປັນປະຈຳກັບດ່ານສາກົນ ເບີອີ ສສ ຫວຽດນາມ ເພື່ອແກ້ໄຂ ບັນຫາທີ່ເກີດຂຶ້ນທັງສອງປະຕູດ່ານໃຫ້ທັນກັບສະພາບການ.

ແຕ່ແນວໃດກໍຕາມດ້ານວິຊາສະເພາະຂອງເຈົ້າໜ້າທີ່ປະຈຳຢູ່ໃນດ່ານສາກົນພູເກືອຍັງຂາດອຸປະກອນກວດກາພາຫະນະ, ວັດຖຸເຄື່ອງຂອງຜູ້ໂດຍສານເຂົ້າອອກທີ່ທັນ ສະໄໝຊຶ່ງບໍ່ສາມາດກວດດ້ວຍຕາເປົ່າໄດ້ອີກປະເດັນອັນສຳຄັນດ່ານຍັງຕັ້ງຢູ່ຫ່າງໄກຈາກຕົວເມືອງເຂດບໍລິເວນດ່ານຍັງມີປ່າດົງຕືບໜາບາງຄັ້ງຄາວເຮັດໃຫ້ມີຊ່ອງວ່າງຂອງກຸ່ມຄົນບໍ່ດີຍັງມີປາກົດການເຂົ້າ-ອອກ ໂດຍບໍ່ຜ່ານປະຕູດ່ານຢູ່.

ສຳລັບແຜນການສືບຕໍ່ໃນຕໍ່ໜ້າທາງເຈົ້າໜ້າ ຕມ ດ່ານສາກົນພູເກືອຈະໄດ້ເອົາໃຈໃສ່ເຮັດໜ້າທີ່ວຽກງານການເມືອງແນວຄິດພາຍໃນກຳລັງທີ່ປະຈຳໃນດ່ານໃຫ້ສູງຂຶ້ນ, ເພີ່ມທະວີຄວາມເອົາໃຈໃສ່ໃນການເຮັດໜ້າທີ່ວິຊາສະເພາະດ້ານການບໍລິການ, ດ້ານການຮັບໃຊ້ໃຫ້ແກ່ບັນດານັກທ່ອງທ່ຽວຜູ້ໂດຍສານໃຫ້ມີຄວາມວ່ອງໄວທັນກັບສະພາບ ການຕາມລະບຽບກົດໝາຍໃນການຄຸ້ມຄອງຄົນເຂົ້າ-ອອກເມືອງໃຫ້ຮັບປະກັນໃນລະດັບທີ່ດີຂຶ້ນ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...