Monday, March 17, 2025

ດ່ານນໍ້າໂສຍ ເມືອງວຽງໄຊ ລາຍຮັບເພີ່ມຂຶ້ນ 10 ເດືອນ ເກັບໄດ້ກາຍແຜນປີເກືອບ 30%

ການຈັດຕັ້ງປະຕິບັດວຽກງານຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງດ່ານພາສີສາກົນນໍ້າໂສຍ ທີ່ຕັ້ງຢູ່ເມືອງວຽງໄຊ ແຂວງຫົວພັນ, ໃນ 10 ເດືອນປີ 2019 ສາມາດປະຕິບັດລາຍຮັບໄດ້ 28,32 ຕື້ກີບ ເທົ່າກັບ 128,17% ຂອງແຜນການປີຫຼື ລື່ນແຜນການປີແລ້ວ 28,17% ຄິດເປັນເງິນລື່ນແຜນການປີ 6,22 ຕື້ກີບ.

ທ່ານ ລຳພອນ ວິລໍວົງ ຮອງຫົວໜ້າດ່ານພາສີສາກົນນໍ້າໂສຍໃຫ້ສຳພາດວ່າ:

ດ່ານພາສີສາກົນນໍ້າໂສຍມີຄະນະ 3 ສະຫາຍ, ມີພະນັກງານ-ເຈົ້າໜ້າພາສີທັງໝົດ 18 ສະຫາຍ,ປະກອບມີ 5 ຈຸງານ, ມີ 3 ດ່ານພາສີທ້ອງຖິ່ນຂຶ້ນກັບ, ຕັ້ງຢູ່ຫ່າງຈາກເມືອງຊໍາເໜືອ ແຂວງຫົວພັນປະມານ 82 ກິໂລແມັດ, ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານແຫ່ງລັດມີທັງເງື່ອນໄຂຂໍ້ສະດວກ ແລະ ສິ່ງທ້າທ້າຍເປັນຕົ້ນ: ເສັ້ນທາງໄປມາເຮັດໃຫການຂົນສົ່ງສິນຄ້າມີຄວາມຫຍຸ້ງຍາກ, ແຂວງຫົວພັນເປັນແຂວງທີ່ມີດ່ານທ້ອງຖິ່ນ ແລະ ດ່ານປະເພນີຫຼາຍການສົ່ງອອກ-ນໍ້າເຂົ້າສິນຄ້າ, ເຄື່ອງຂອງບາງດ່ານປະເພນີເພີ່ມຂຶ້ນ, ການຄຸ້ມຄອງ, ການເກັບລາຍຮັບຍັງບໍ່ທັນເຂັ້ມງວດ ແລະບໍ່ທັນຖືກຕ້ອງຕາມລະບຽບຫຼັກການ.

ເຖິງຢ່າງໃດກໍຕາມຍ້ອນພະນັກງານ-ເຈົ້່າໜ້າທີ່ພາສີມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິບັດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ເຊື່ອໝັ້ນ ຕໍ່ການນຳພາຂອງພັກ, ມີຄວາມສາມັກ ຄີ, ຫ້າວຫັນຕໍ່ການຈັດຕັ້ງປະຕິບັດໜ້າທີ່ ວຽກງານຄວາມດ້ວຍຮັບຜິດຊອບສູງ.

ຄຽງຄູ່ກັນນີ້, ການໂຄສະນາເຜີຍແຜ່ລະບຽບກົດໝາຍພາສີ, ລະບຽບການອື່ນໆ ທີ່ກ່ຽວຂ້ອງ, ການບໍລິການພາຍໃນດ່ານວ່ອງໄວ, ໂປ່ງໃສ, ບົນພື້ນຖານຖືກຕ້ອງຕາມລະບຽບກົດ ໝາຍ, ປະສານສົມທົບ ແລກປ່ຽນບົດຮຽນຊຶ່ງກັນ ແລະກັນກັບດ່ານພາສີສາກົນກັບ ສສ ຫວຽດນາມ ແລະອື່ນໆ.

ພາບປະກອບ

ຊຶ່ງມັນສະແດງອອກໃນປີ 2019 ດ່ານພາສີສາກົນນໍ້າໂສຍໄດ້ຮັບຕົວເລກແຜນການທັງໝົດຈໍານວນ 22,10 ຕື້ກີບ ລວມທັງດ່ານພາສີທ້ອງຖິ່ນ, ຜ່ານການຈັດຕັ້ງປະຕິບັດໃນ 10 ເດືອນປີ 2019 ສາມາດປະຕິບັດລາຍຮັບໄດ້ 28,32 ຕື້ກີບເທົ່າກັບ128,17% ຂອງແຜນການປີ, ລື່ນແຜນການປີແລ້ວ 28,17% ຄິດເປັນເງິນລື່ນແຜນການປີ 6,22 ຕື້ກີບ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ 54,24%.

ໃນນັ້ນ, ສະເພາະດ່ານພາສີສາກົນນ້ຳໂສຍໄດ້ຮັບຕົວເລກແຜນການປີ 19,8 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດໃນ 10 ເດືອນປີ 2019 ສາມາດປະຕິບັດລາຍຮັບໄດ້ 25,6 ຕື້ກີບ ເທົ່າກັບ 129,42% ຂອງແຜນການປີ, ລື່ນແຜນການປີແລ້ວ 29,42% ຄິດເປັນເງິນລື່ນແຜນການປີ 5,8 ຕື້ກີບ, ຖ້າທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາແມ່ນເພີ່ມຂຶ້ນ 189,49% ຊຶ່ງລາຍຮັບສ່ວນໃຫຍ່ໄດ້ມາຈາກຄ່າຊັກພິເສດ, ນໍ້າມັນເຊື້ອໄຟ, ພາຫະນະ, ສິ້ນສ່ວນອາໄຫຼ່, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ຄ່າທຳນຽມພາຫະນະເຂົ້າ-ອອກ, ຄ່າທຳນຽມຄົນເຂົ້າ-ອອກ, ຄ່າປັບໃໝ ແລະຄັງແຮນໍ້າມັນເຊື້ອໄຟ.

ແນວໃດກໍຕາມເຖິງແມ່ນວ່າການປະຕິບັດລາຍຮັບບັນລຸຕາມແຜນການປີ, ແຕ່ໃນ 2 ເດືອນທ້າຍປີ 2019 ຄະນະດ່ານໄດ້ວາງຄາດໝາຍສູ້ຊົນເກັບລາຍຮັບເຂົ້າງົບປະ ມານໃຫ້ໄດ້ທັງໝົດ 30 ຕື້ກີບ ທຽບໃສ່ແຜນການປີເທົ່າກັບ 137% ຄິດເປັນເງິນລື່ນແຜນການປະມານ 7-8 ຕື້ກີບ.

ນອກນີ້, ເພີ່ມຄວາມເຂັ້ມງວດເອົາໃຈໃສ່ໃນການກວດກາ, ເລັ່ງໃສ່ສະກັດກັ້ນການລັກລອບສິນຄ້າໜີພາສີຕາມດ່ານຊາຍແດນ, ຊຸກຍູ້, ຕິດຕາມ, ຄຸ້ມຄອງການສົ່ງອອກນຳເຂົ້າສິນຄ້າ, ເຄື່ອງຂອງຜ່ານດ່ານຊາຍແດນ ແລະຫັນວຽກງານພາສີເປັນທັນສະໄໝໂດຍນໍາໃຊ້ລະບົບຄຸ້ມຄອງແຜນຫັກລົບເຂົ້າຊ່ວຍໃນການຈັດຕັ້ງປະຕິບັດວຽກງານເພື່ອໃຫ້ມີຄວາມສະດວກ, ວ່ອງໄວ,ທັນສະໄໝ, ໂປ່ງໃສ ແລະສາມາດກວດສອບໄດ້.

ແຫຼ່ງຂໍ້ມູນ: ຂຽນໂດຍ: ກະຊວງການເງິນ, ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.