ກອງປະຊຸມກອງເລຂານຸການຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທໄທ-ລາວ ຄັ້ງທີ 26

ກອງປະຊຸມກອງເລຂານຸ ການຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ຄັ້ງທີ 26 ໄດ້ຈັດຂຶ້ນຢູ່ທີ່ ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ສປປ ລາວ.

ໂດຍການເປັນປະທານ ຮ່ວມຝ່າຍລາວນຳໂດຍທ່ານພົນ ຈັດຕະວາ ສີພັນ ພຸດທະວົງ ຫົວ ໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ, ເລຂານຸການຄະນະກຳມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ຫົວໜ້າປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ຝ່າຍໄທ ນຳໂດຍທ່ານ ພົນໂທ ໄພໂຣດ ວິໄລສັກ ເຈົ້າກົມກິດຈະການຊາຍແດນທະຫານກອງບັນຊາການສູງສຸດກອງທັບໄທ, ເລຂານຸການຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ໄທ-ລາວ ຫົວໜ້າປະຕິບັດງານ ເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນໄທ-ລາວ, ມີບັນດາແຂກທີ່ຖືກເຊີນ.

ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງ ສອງຝ່າຍເຂົ້າຮ່ວມ.

ການຈັດກອງປະຊຸມໃນຄັ້ງ ນີ້ກໍເພື່ອເປັນການປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນ, ຮ່າງບົດບັນທຶກກອງປະຊຸມ GBC ລາວ-ໄທຄັ້ງທີ 26 ຕາມເນື້ອໃນບົດບັນທຶກກອງປະຊຸມ GBC ລາວ-ໄທ ຄັ້ງທີ 25 ທີ່ຈັດຢູ່ ໃນນະຄອນ ຫຼວງບາງກອກຣາຊະອະນາຈັກໄທ ລະຫວ່າງ ວັນທີ 4-7 ທັນວາ 2018 ທີ່ຜ່ານມາ

ແລະ ພິຈາລະນາວາງທິດທາງ ແຜນການການຮ່ວມມືດ້ານ ຄວາມໝັ້ນຄົງ ແລະ ຄວາມສະຫງົບຮຽບຮ້ອຍຕາມບໍລິເວນ ຊາຍແດນ ລາວ-ໄທ ລວມທັງເປັນການກະກຽມຄວາມພ້ອມ, ປຶກສາຫາລືຮອບດ້ານໃຫ້ແກ່ໃນການຈັດກອງປະຊຸມຄະນະກຳມະການຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ຄັ້ງທີ 26 ໂດຍຝ່າຍ ລາວຮັບກຽດເປັນເຈົ້າພາບ ແລະ ຈະຈັດຢູ່ທີ່ນະຄອນຫຼວງວຽງ ຈັນ ສປປ ລາວ. ເຊິ່ງຜ່ານການປຶກສາຫາລືໃນຄັ້ງນີ້ພື້ນຖານ ສອງຝ່າຍເຫັນດີເປັນເອກະພາບ ຮ່າງເນື້ອໃນເພື່ອນຳໄປສະເໜີໃຫ້ ຂັ້ນເທິງຂອງຕົນຮັບຮອງ.

ປະທານທັງສອງຝ່າຍຍັງໄດ້ ເຊັນບົດບັນທຶກກອງປະຊຸມຮັບ ຮອງເອົາເນື້ອໃນຄວາມເຂົ້າໃຈ ໃນບັນດາໜ້າວຽກຕ່າງໆ ພ້ອມ ນຳໄປຜັນຂະຫຍາຍ ແລະ ປະຕິບັດ ໃຫ້ມີໝາກຜົນ.

ໂດຍ: ຈິດ ເພັດພູທອງ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...