ສະເຫຼີມສະຫຼອງວັນສ້າງຕ້ັງໂຮງຮຽນສິລະປະສຶກສາ ຄົບຮອບ 37 ປີ

ທີ່ວິທະຍາໄລສິລະປະສຶກສາ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕ້ັງໂຮງຮຽນສິລະປະສຶກສາ ຄົບຮອບ 37 ປີ , ວັນສ້າງຕັ້ງໂຮງຮຽນສ້າງຄູສິລະປະສຶກສາ ຄົບຮອບ 31ປີ ແລະ ຄົບຮອບການປະກາດເປັນວິທະຍາໄລ ສິລະປະສຶກສາ ຄົບຮອບ 10 ປີພໍດີ.

ໂດຍງານໄດ້ສຳເລັດລົງຢ່າງຈົບງາມເປັນທີ່ຮຽບຮ້ອຍ ພາຍໃຕ້ການໄດ້ຮັບກຽດເປັນປະທານໂດຍ ທ່ານນາງ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ ເປັນກຽດເຂົ້າຮ່ວມມີທ່ານເອກອັກຄະລັດຖະທູດ ແຫ່ງຣາຊະອານາຈັກໄທ ປະຈຳສປປ.ລາວ ທ່ານວິຣະວັນ ບຸນສຸຂໄທ ຮັກສາການກົມພະລະແລະສິລະປະ ທ່ານຜູ້ຕາງຫນ້າຂອງມະຫາໄລແຮກສ່ຽວຈາກ ສສ.ຫວຽດນາມ ທ່ານຜູ້ຕາງຫນ້າວິທະຍາໄລນາດຕະສິນຮ້ອຍເອັດ

ທ່ານນາງ ຂັນທະລີ ສິລິພົງພັນ

ພ້ອມນັ້ນຍັງມີຕົວແທນສະຖາບັນແລະວິທະຍາໄລແຮກສ່ຽວອ້ອມຂ້າງ ມີແຂກທີ່ຖືກເຊີນ ສິດເກົ່າ ແລະ ນ້ອງນັກສຶກສາເຂົ້າຮ່ວມຢ່າງໜາແໜ້ນເຕັມໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ຟົດຟື້ນມ່ວນຊື່ນຫລາຍ
ເຊິ່ງພາຍໃນງານໄດ້ມີກິດຈະກຳຫລາຍຢ່າງເຊັ່ນ:

ຊົມການສະແດງສິລະປະວັດທະນະທຳທີ່ສື່ເຖິງເນື້ອໃນຂອງງານ ຮັບຟັງການເລົ່າຄືນມູນເຊື້ອຂອງວິທະຍາໄລສິລະປະສຶກສາ ຕະຫຼອດ 37 ປີ ຜ່ານມານັບຕັ້ງແຕ່ມີການເປີດການຮຽນ-ການສອນ ຮັບຟັງການສະແດງຄວາມຮູ້ສຶກຈາກຕົວແທນສິດເກົ່າ ຈາກນັ້ນໄດ້ມີການຜ່ານຂໍ້ຕົກລົງມອບຫຼຽນໄຊແຮງງານ ແລະ ໃບຍ້ອງຍໍລັດຖະບານໃຫ້ແກ່ວິທະຍາໄລພ້ອມພະນັກງານຄູອາຈານແຕ່ອະດີດຮອດປັດຈຸບັນແກ່ຜູ້ມີຜົນງານ.

ນອກນັ້ນຍັງມີການເປີດງານວາງສະແດງຜົນງານສິລະປະກຳຂອງຄູອາຈານພ້ອມນັກສຶກສາ ວາງສະແດງຜົນງານທາງວິຊາການຂອງວິທະຍາໄລ ຮັບຊົມການຈັດວາງສະແດງຫ້ອງມູນເຊື້ອທີ່ເປັນຜົນງານການເຄື່ອນໄຫວນັບແຕ່ມື້ສ້າງຕັ້ງ ພ້ອມວາງສະແດງອຸປະກອນການຮຽນ-ການສອນໃນອະດີດ ແລະ ປັດຈຸບັນ ຕໍ່ຈາກນັ້ນແມ່ນຮັບຊົມການຈັດວາງສະແດງຫ້ອງປະຕິບັດການຮຽນກາສອນ ວິຊາພາບພິມ ກັບຫ້ອງເຄື່ອງປັ້ນດິນເຜົາ…

ຫລັງຈາກນັ້ນແມ່ນຮ່ວມຮັບປະທານອາຫານທ່ຽງຮ່ວມກັນລະຫວ່າງແຂກທີ່ຖືກເຊີນພ້ອມຄູອາຈານ ແລະ ສິດເກົ່າທີ່ມາຮ່ວມສະແດງຄວາມຍິນດີ (ພາຍໃຕ້ຂໍ້ປະຕິບັດໂຮງຮຽນປອດສິ່ງເສບຕິດ ຄືປອດສານມຶນເມົາ) ໂດຍມີຜາມອາຫານຕ່າງໆທີ່ຄອຍໃຫ້ບໍລິການແຂກມາຮ່ວມງານ ຈາກນ້ອງໆນັກສຶກສາທຸກຊັ້ນຮຽນ ພ້ອມກັນນັ້ນກໍ່ໄດ້ຈັດການມອບໃບອຸປະກາລະຄຸນແກ່ຜູ້ສະຫນັບສະຫນຸນງານ ແລະ ຮັບຂອງທີ່ລະນຶກຈາກສິດເກົ່າແຕ່ລະລຸ້ນທີ່ມາຮ່ວມ ໆລໆ

ກິດຈະກຳສຸດທ້າຍໃນຊ່ວງບ່າຍ ເວລາ 15:00 ໂມງໄດ້ຈັດການຫລີ້ນ
ກິລາເຕະບານສາມັກຄີລະຫວ່າງ ຄູອາຈານ ກັບແຂກແລະສິດເກົ່າທີ່ ເດິ່ນເຕະບານ ວັນມະໂນ.

ແຫຼ່ງຂໍ້ມູນ: Photo & Report by : @ Douangdeth Chanthamaly , ວິທະຍາໄລ ສິລະປະສຶກສາ. ວສປ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...