Monday, February 17, 2025

ທີມເຕັ້ນເຊຍລີດດິງ ຈາກ ມຊ ຍາດໄດ້ອັນດັບ 4 ຈາກການແຂ່ງຂັນເຕັ້ນເຊຍລີດດິງ ຄອນເທດ ຄັ້ງທີ 8 ປະຈໍາປີ 2019

ການແຂ່ງຂັນເຕັ້ນເຊຍລີດດິງ ຄອນເທດ ຄັ້ງທີ 8 ປະຈໍາປີ 2019 ຮອບຊີງຊະນະເລີດຊີງຂັນປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ຈັດຂຶ້ນທີ່ສູນການຄ້າໄອເຕັກມໍ (ຊັ້ນ 7) ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມພິທີຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ,ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ມີທ່ານ ຄໍາແສນ ສຸດທະວົງ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ,ມີຜູ້ຕາງໜ້າຈາກບໍລິສັດເບຍລາວ, ບັນດາແຂກທີ່ຖືກເຊີນ, ຄະນະກໍາມະການຕັດສິນ, ພະນັກງານ, ຄູ-ອາຈານ, ຄູຝຶກ ແລະຜູ້ເຂົ້າແຂ່ງຂັນ 18ທີມ ພ້ອມດ້ວຍກອງເຊຍແຕ່ລະທີມເຂົ້າຮ່ວມຢ່າງຄຶກຄື້ນ.

ກ່ອນເລີ່ມການແຂ່ງຂັນ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວກ່າວວ່າ:

ການແຂ່ງຂັນເຊຍລີດດິງ ຄອນເທດຄັ້ງທີ8 ປະຈໍາປີ 2019 ເປັນກິດຈະກໍາໜຶ່ງທີ່ມີຄວາມໝາຍສໍາຄັນ ແລະເປັນກິດຈະກໍາທີ່ສົ່ງເສີມ ສະໜັບສະໜູນໃຫ້ນັກຮຽນ-ນັກສຶກສາໄດ້ສະແດງຄວາມສາມາດຂອງຕົນເອງອອກສູ່ສາຍຕາມະຫາຊົນ

ພ້ອມທັງເປັນກິດຈະກໍາທີ່ພັດທະນາກີລາມວນຊົນທີ່ສອດຄ່ອງກັບ 3 ລັກສະນະ 5 ຫຼັກມູນຂອງການສຶກສາ ແລະຍຸດທະສາດຂອງການພັດທະນາກີລາລາວ, ເຮັດໃຫ້ນັບມື້ນັບກວ້າງຂວາງ ແລະຕິດພັນກັບການພັດທະນາຊັບພະຍາກອນມະນຸດ ສ້າງໃຫ້ນັກຮຽນ-ນັກສຶກສາມີຄວາມສາມາດກ້າສະແດງອອກໃນເວທີຕ່າງໆ ແລະມີຄວາມເສຍສະຫຼະ, ຮູ້ຈັກຊ່ວຍເຫຼືອເຊິ່ງກັນ ແລະກັນ ໃຫ້ມີຈິດໃຈກວ້າງຂວາງ ແລະສາມັກຄີກັນພາຍໃນຢ່າງເລິກເຊິ່ງ.

ການແຂ່ງຂັນເຕັ້ນເຊຍລີດດິງຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ບໍລິສັດເບຍລາວ. ສໍາລັບປີນີ້ມີ 18ທີມ ຈາກສະຖາບັນການສຶກສາຈາກພາກລັດ ແລະເອກະຊົນເຂົ້າຮ່ວມແຂ່ງຂັນ.

ເຊິ່ງປະກອບມີ 2 ລາຍການ ການແຂ່ງຂັນຄື: ເຕັ້ນເຊຍແດ້ນ (ຮຸ່ນມັດທະຍົມປາຍ) ແລະເຕັ້ນຕໍ່ໂຕ (ຮຸ່ນວິທະຍາໄລ-ມະຫາວິທະຍາໄລ). ຜ່ານການແຂ່ງຂັນປະເພດເຕັ້ນຕໍ່ໂຕ (ຮຸ່ນວິທະຍາໄລ-ມະຫາວິທະຍາໄລ) ຊະນະເລີດໄດ້ແກ່ ວິທະຍາໄລຣັດຕະນະບໍລິຫານທຸລະກິດ ໄດ້ຮັບເງິນລາງວັນ 25 ລ້ານກີບ ພ້ອມຂັນລາງວັນ, 

ຮອງຊະນະເລີດໄດ້ແກ່ສະຖາບັນການທະນາຄານ ໄດ້ຮັບເງິນລາງວັນ 18 ລ້ານກີບ ພ້ອມໂລ້ລາງວັນ, ທີ 3 ໄດ້ແກ່ທິມບຣີງ ໄດ້ຮັບເງິນລາງວັນ 14 ລ້ານກີບພ້ອມໂລ້ລາງວັນ ແລະທີ 4 ໄດ້ແກ່ ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບເງິນລາງວັນ 12 ລ້ານກີບ ພ້ອມໂລ້ລາງວັນ.

ສ່ວນປະເພດເຕັ້ນເຊຍແດ້ນ(ຮຸ່ນມັດທະຍົມປາຍ) ທີມທີ່ຊະນະເລີດໄດ້ແກ່ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ໄດ້ຮັບເງິນລາງວັນ 12ລ້ານກີບ ພ້ອມຂັນລາງວັນ, ຮອງຊະນະເລີດໄດ້ແກ່ທິມໂຮງຮຽນ ມສ. ສາລະຄໍາ ໄດ້ຮັບເງິນລາງວັນ 10ລ້ານກີບພ້ອມດ້ວຍໂລ້ລາງວັນ, ທີ 3 ໄດ້ແກ່ໂຮງຮຽນ ມສ. ວຽງຈັນ ໄດ້ຮັບເງິນລາງວັນ 8ລ້ານກີບພ້ອມໂລ້ລາງວັນ ແລະທີ 4 ໄດ້ແກ່ໂຮງຮຽນສິລະປະດົນຕີແຫ່ງຊາດ ໄດ້ຮັບເງິນລາງວັນ6ລ້ານກີບພ້ອມດ້ວຍໂລລາງວັນ.

ເຊິ່ງກອງເຊຍດີເດັ່ນປີນີ້ ໄດ້ແກ່ກອງເຊຍຈາກທີມໂຮງຮຽນມັດທະຍົມສຶກສາສົມບູນສາທິດ,ໂຮງຮຽນມັດທະຍົມສຶກສາສົມບູນພັນໝັ້ນ ແລະກອງເຊຍຈາກວິທະຍາໄລສິລະປະສຶກສາ ເຊິ່ງໄດ້ຮັບລາງວັນຜະລິດຕະພັນມິລິນດາ 20ແກັດ ຈາກບໍລິສັດເບຍລາວ.

ແຫຼ່ງຂໍ້ມູນ: ເວບໄຊ ມະຫາວິທະຍາໄລແຫ່ງຊາດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.