Saturday, April 26, 2025
Kbank Laos โอน รับ จ่าย

ໂອກາດ ແລະ ສິ່ງທ້າທາຍ ການໝູນໃຊ້ລະບົບດີຈິຕອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ

ກະຊວງແຜນການ ແລະ ການລົງທຶນ ສົມທົບກັບກະຊວງໄປສະນີ, ໂທລະ ຄົມມະນາຄົມ ແລະ ການສື່ສານ ແລະ  ທະນາ ຄານໂລກ ໄດ້ຮ່ວມກັນຈັດກອງປະຊຸມສຳມະນາຂື້ນທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ໂອກາດ ດີຈີຕອນເພື່ອເພີ່ມ  ການແຂ່ງຂັນໃນອະນາຄົດ” ໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ປອ ກິແກ້ວ ຈັນທະບູຣິ, ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ທ່ານ ທອງໄຊ ສານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະມະນາຄົມ ແລະ ການສື່ສານ ແລະ ທ່ານ ນາງ ວຽງສະໄໝ ສິຣິທິລາດ ຮັກສາການຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ. 

ໃນກອງປະຊຸມ ມີຜູ້ເຂົ້າຮ່ວມທີ່ມາຈາກພາກສ່ວນຕ່າງໆຂອງລັດຖະບານ, ຜູ້ຕາງໜ້າ ພາກເອກະຊົນ ແລະ ຊ່ຽວຊານສາກົນ ລວມທັງໝົດປະມານ 100 ທ່ານ.

ກອງປະຊຸມໄດ້ສົນທະນາວິທີການຕ່າໆ ເພື່ອຮີບເລັ່ງການຫັນປ່ຽນທາງດີຈີຕອນໃນ ສປປ ລາວ ເພື່ອນຳໃຊ້ທ່າແຮງຂອງໂອ ກາດການເຊື່ອມຕໍ່ ທາງດີຈີຕອນ. “ເຕັກໂນໂລຊີ – ດີຈີຕອນ ແມ່ນປັດໄຈຫຼັກສໍາຄັນອັນໜຶ່ງ ຕໍ່ການພັດທະນາເສດຖະກິດ – ສັງຄົມ, ສ້າງທ່າແຮງ ແລະ ໂອກາດໃໝ່ໆ ໃຫ້ກັບຫຼາຍໆປະເທດ ໃນທົ່ວໂລກ ແລະ ສປປ ລາວ.

ໃນປະຈຸບັນ ແມ່ນມີສິ່ງທ້າທາຍຫຼາຍຢ່າງ   ທີ່ເຮັດໃຫ້ພວກເຮົາ ຍັງບໍ່ທັນສາມາດນຳໃຊ້ໄດ້ຢ່າງເຕັມສ່ວນ ບັນດານະວັດ ຕະກຳໃໝ່ໆທາງດີຈີຕອນ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ, ເປັນຕົ້ນແມ່ນ ບັນຫາການເຂົ້າເຖິງ ຄຸນນະພາບ ແລະ ລາຄາ ທີ່ເໝາະສົມ ຂອງການ ບໍລິການນຳໃຊ້ອິນເຕີເນັດ.

ພວກເຮົາຕ້ອງໄດ້ເອົາໃຈໃສ່ປັບປຸງ, ສ້າງສະພາບແວດລ້ອມ ແລະ ລະບຽບການ ທີ່ເອື້ອອຳນວຍ ເພື່ອໃຫ້ທຸກຄົນໃນ ທົ່ວທຸກ ບ່ອນໄດ້ຮັບຜົນປະໂຫຍດຈາກການນຳໃຊ້ເຕັກໂນໂລຊີນີ້ ທັງພາກລັດ ແລະ ເອກະຊົນ” ກ່າວໂດຍ ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ.  

ທ່ານ ທອງໃສ ຊານໄຊຍະ, ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ ກ່າວວ່າ ປັດຈຸບັນໃນ ຂະ ບວນການຫັນ ເປັນດິຈິຕອນຢ່າງຟົດຟື້ນ ໃນທຸກຂະແໜງການ ເປັນຕົ້ນເຕັກໂນໂລຍີການສື່ສານແບບ 5G ແລະ ການເຊື່ອມ ຕໍ່ກັບລະບົບຄອມພິວເຕີ ແມ່ນຖືກນຳໃຊ້ໂດຍ ຜູ້ໃຫ້ບໍລີການ ແອັບພລີເຄຊັນ, ​ອົງການຂະໜາດນອ້ຍ-ໃຫຍ່ ທັງພາກລັດ ແລະ ເອກະຊົນ ເນື່ອງຈາກປະຫຍັດ ແລະ ສະດວກໃນການບໍລິຫານຈັດການ ແລະ ໄປຍັງ ການນຳໃຊ້ຂໍ້ມູນໃນນະວັດຕະກຳອື່ນໆ ເຊັ່ນ: ລະບົບຂໍ້ມູນໃຫຍ່ (Big Data),​ ແລະ ປັນຍາປະດິດ ຫຼື AI ອີກດ້ວຍ.

ພ້ອມນັ້ນເພີ່ນກໍ່ຍັງ ເນັ້ນຕື່ມວ່າ ການຈະເຮັດໃຫ້ດິຈິຕອນ ສາມາດຈັດຫາກາລະໂອກາດ ໃຫ້ແກ່ການ ເສີມຂະຫຍາຍຄວາມອາດສາມາດຂອງການແຂ່ງຂັນ ຂອງທຸກຂະແໜງການຂອງສັງຄົມໄດ້ ກ່ອນອື່ນພວກເຮົາຕ້ອງ ໄດ້ຈັດຫາກາລະໂອກາດ ໃຫ້ມີຄວາມສາມາດຂອງການແຂ່ງຂັນ ທາງ ດ້ານດິຈິຕອນ ຢູ່ ສປປ ລາວ ເຊິ່ງເຫັນໄດ້ຈາກການເປີດກ້ວາງຕະຫຼາດ, ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ການຊຸກຍູ້ການກຳເນີດ ແລະ ຂະຫຍາຍຕົວຂອງຜູ້ປະກອບການ ພາຍໃນປະເທດ ໂດຍສະເພາະ ສະຕາດອັບ ພ້ອມນັ້ນກໍພະຍາຍາມ ປັບປຸງສະພາບແວດລ້ອມຂອງການແຂ່ງຂັນ ບົນພຶ້ນຖານ ຄວາມສະເໝີພາບ ແລະ ເປັນທຳ ຮັບປະກັນຜົນປະໂຫຍດ ຂອງປະເທດຊາດ ແລະ ປົກປ້ອງສິດຂອງຜູ້ຊົມໃຊ້.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ສົນທະນາກ່ຽວກັບສີ່ງທ້າທາຍສຳຄັນຕ່າງໆດ້ານດີຈີຕອນພາຍໃນປະເທດໃນນັ້ນລວມທັງປະເດັນການຊົມໃຊ້ ອິນເຕີເນັດທີ່ຍັງຊ້າຢູ່ ແລະ ຄວາມໄວສູງທີ່ຍັງບໍ່ທັນຄົງທີ່ ແລະ ບັນຫາກ່ຽວກັບຄວາມສາມາດໃນການຈ່າຍຄ່າບໍລິການ.

ໄດ້ມີການສະເໜີຫລາຍ ຂໍ້ທີ່ສຳຄັນເພື່ອປັບປຸງການເຊື່ອມຕໍ່ອິນເຕີເນັດ, ຮູບແບບການບໍລິການເພື່ອໃຫ້ປະຊາ ຊົນສາມາດຈ່າຍໄດ້ ແລະ ການເຮັດໃຫ້ການບໍລິການ ເປັນທີ່ໄວ້ວາງໃຈໄດ້ ແລະ ຊອກຫາວິທີການເພື່ອໃຫ້ປະຊາຊົນຈຳນວນຫລາຍກວ່າເກົ່າ, ພາກສ່ວນ ທຸລະກິດ ແລະ ພາກສ່ວນລັດຖະບານ ທີ່ສາມາດຊົມໃຊ້ອິນເຕີເນັດຄວາມໄວສູງຫລາຍຂຶ້ນ, ຕົວຢ່າງ ໂດຍໃຊ້ຮູບແບບການຮ່ວມ ມື ລະຫວ່າງພາກລັດ ແລະ ເອກະຊົນ. 

ໜື່ງວາລະ ຂອງກອງປະຊຸມໄດ້ສຸມໃສ່ຄວາມສຳຄັນຂອງການປັບປຸງດ້ານນິຕິກຳ ສຳລັບການ ຊຳລະທາງດີຈີຕອນ, ລາຍເຊັນເອເລັກໂຕຣນິກ, ຄວາມປອດ ໄພຂອງຂໍ້ມູນ ແລະ ການປົກປ້ອງຜູ້ຊົມໃຊ້ ເພື່ອສ້າງຄວາມ ໝັ້ນໃຈໃນ ການເຮັດທຸລະກຳທາງອອນລາຍ.

“ປະມານ 90 ເປີເຊັນຂອງຄົນລາວມີການເຊື່ອມຕໍ່ທາງດີຈີຕອນຜ່ານໂທລະສັບມືຖື ແຕ່ວ່າ ພາກທຸລະກິດ ແລະ ພາກລັດຖະບານ ຍັງ ມີໂອກາດ ປັບປຸງວິທີການຕ່າງໆທີ່ໃຊ້ລະບົບດີຈີຕອນເພື່ອເພີ່ມປະສິດທິຜົນຂອງການບໍລິການຂອງພາກລັດ ແລະ ເອກະຊົນ.  ພວກເຮົາຈະສະໜັບ ສະໜູນລັດຖະບານ ສປປ ລາວ ເພື່ອເຮັດໃຫ້ການນຳໃຊ້ເຕັກໂນໂລຢີທາງດີຈີຕອນມີປະສິດທິຜົນສູງຂຶ້ນ ເພື່ອ ເລັ່ງການເຕີບໂຕທາງເສດຖະກິດ ແລະ ການແຂ່ງຂັນ, ແລະ ສີ່ງທີ່ສຳຄັນກວ່າໝູ່ແມ່ນ ເພື່ອປັບປຸງຄຸນນະພາບຊີວິດ ແລະ ຮັບປະກັນຜົນ ປະໂຫຍດຂອງປະຊາຊົນລາວ,”  ນີ້ແມ່ນຄໍາເວົ້າຂອງ ທ່ານ ນາງ ວຽງສະໄໝ ສຣິດທິຣາດ, ຮັກສາການ ຫົວໜ້າ ຫ້ອງການທະນາຄານໂລກ ປະຈຳ ສປປລາວ.

ປີກາຍນີ້ ທະນາຄານໂລກ ໄດ້ເຮັດການປະເມີນແບບໄວກ່ຽວກັບການພັດທະນາທາງດີຈີຕອນໃນ ສປປ ລາວ. ເອກະສານ ຈາກການ ປະເມີນນີ້ ເປັນຂໍ້ມູນຫຍໍ້ກ່ຽວກັບການພັດທະນາທາງດີຈີຕອນພາຍໃນປະເທດ ແລະ ຂົງເຂດວຽກທີ່ຕ້ອງປັບປຸງ ໂດຍສະເພາະແມ່ນ ການເຊື່ອມຕໍ່ ທາງດີຈີຕອນ ແລະ ດ້ານນິຕິກຳ. 

ເອກະສານການປະ ເມີນດັ່ງກ່າວຍັງກ່າວເຖິງສະພາບລວມ ໃນການຫັນເປັນລະບົບ ດີຈີຕອນ ຂອງວຽກງານ ຂອງລັດຖະບານໂດຍອີງຕາມບັນທັດຖານຕ່າງໆຂອງສາກົນ.

ແຫຼ່ງຂໍ້ມູນ: ກົມການນໍາເຂົ້າແລະສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.