ທ້າວ ສຸລະສິດ ຄຳວົງສາ ທັບນັກກິລາເປຕັງທີມຊາດລາວ ທັງຄູສອນກິລາ ຈາກໂຮງຮຽນພອນສະຫວັນກິລາ-ກາຍະກຳ (ຮພກ) ແລະ ທັງເປັນເຈົ້າຂອງຫຼຽນຄຳ ງານກິລາຊີເກມ 5 ສະໄໝ ແລະ ອະດີດແຊ໋ມຫຼຽນຄຳ ງານກິລາເປຕັງ ຊີງແຊ໋ມອາຊີປາຊີຟິກ ຄັ້ງທີ Vll ທີ່ນະຄອນຫຼວງ ບາງກອກ ປີ 2003.
ໄດ້ຮັບກຽດຢ່າງສູງ ຕາງໜ້າທັບນັກກິລາລາວຖືທຸງຊາດລາວ ເປັນຄັ້ງທີ 2 ນຳໜ້າຂະບວນທັບນັກກິລາລາວ ເດີນສວນສະໜາມໃນພິທີເປີດງານມະຫາກຳກິລາຊີເກມ ຄັ້ງທີ XXX ທີ່ປະເທດຟິລິບປິນ ຮັບກຽດເປັນເຈົ້າພາບ ທີ່ຈະເປີດສາກຂຶ້ນ ໃນວັນທີ 30 ພະຈິກນີ້.
ທ້າວ ສຸລະສິດ ຄຳວົງສາ ໃຫ້ສຳພາດວ່າ: ໃນທັດສະນະສ່ວນຕົວແລ້ວນ້ອງມີຄວາມຮູ້ສືກພາກພູມໃຈເປັນຢ່າງສູງ ທີ່ໄດ້ຮັບກຽດຖືທຸງຊາດ ຄັ້ງນີ້ ເປັນຄັ້ງທີ 2 ຖັດຈາກທີ່ເຄີຍໄດ້ຮັບກຽດຖືທຸງຊາດ ໃນງານກິລາຊີເກມ ຄັ້ງທີ XXVll ເມື່ອ ປີ2013 ທີ່ສະຫະພາບ ມຽນມາ ເປັນເຈົ້າພາບ ຜ່ານມາ
ແລະ ຂໍໃຫ້ສັນຍາວ່າ ຈະຂໍເຮັດໜ້າທີ່ນີ້ໃຫ້ດີທີ່ສຸດ ໃຫ້ສົມກຽດສັກສີທີ່ທາງລັດຖະບານໄວ້ເນື້ອເຊື່ອໃຈ ແລະ ມອບໝາຍຄວາມຮັບຜິດຊອບທີ່ມີກຽດອັນສະຫງ່າລາສີນີ້ໃຫ້ປະສົບຜົນສຳເລັດຕາມການມອບໝາຍ ພ້ອມທັງຈະສືບຕໍ່ນ້ຳໃຈຮັກຊາດນຳພາທັບນັກກິລາເປຕັງທີມຊາດລາວ ຍາດເອົາໄຊຊະນະລ່າຫຼຽນຄຳ ໃນງານກິລາຊີເກມ ປີນີ້ ໃຫ້ພໍ່ແມ່ປະຊາຊົນຊາວລາວມີພາກພູມໃຈໃນທົ່ວປະເທດ.

ສຳລັບຜົນງານຂອງ ທ້າວ ສຸລະສິດ ຄຳວົງສາ ສາມາດສ້າງຜົນງານຄວ້າຫຼຽນຄຳງານກິລາຊີເກມ ເຖິງ 5 ສະໄໝ ກໍຄື ງານກິລາຊີເກມ ຄັ້ງທີ XXl ທີ່ປະເທດມາເລເຊຍ ປີ 2001, ງານກິລາ ຊີເກມ ຄັ້ງທີ XXll ທີ່ ສສ ຫວຽດນາມ ເມືອປີ 2003, ງານກິລາ ຊີເກມ ຄັ້ງທີ XXlV ທີ່ປະເທດໄທ ເມື່ອປີ 2007, ງານກິລາ ຊີເກມ ຄັ້ງທີ XXV ຫຼື ວຽງຈັນ ເກມ ປີ 2009 ທີ່ສປປ ລາວ ເປັນເຈົ້າພາບ ແລະ ງານກິລາ ຊີເກມ ຄັ້ງທີ XXVll ທີ່ສະຫະພາຍບມຽນມາ ເມື່ອປີ 2013 ແລະ ປີ 2013
ສຸລະສິດ ຄຳວົງສາ ກໍຍັງນຳພາທັບນັກກິລາເປຕັງລາວ ສາມາດກວາດໄດ້ເຖິງ 4 ຫຼຽນຄຳ, ໃນນັ້ນ 1 ຫຼຽນຄຳ ໄດ້ຈາກປະເພດທີມຊຸດຊາຍ, 1 ຫຼຽນຄຳ ຊຸດຕີ້ງ ທີມປະສົມ, 1 ຫຼຽນຄຳ ຊາຍ 2 ຍິງ 1 ແລະ 1 ຫຼຽນຄຳ ຈາກປະເພດທີມຊຸດ ຍິງ 1 ຊາຍ 2 ເປັນເຈົ້າຫຼຽນຄຳ ສ່ວນ ທີ 2 ແມ່ນໄທ. ນອກຈາກນັ້ນ, ສຸລະສິດ ຄຳວົງສາ ກໍຍັງຄວ້າຫຼຽນຄຳ ງານກິລາເປຕັງ ຊີງແຊ໋ມອາຊີປາຊີຟິກ ຄັ້ງທີ Vll ທີ່ນະຄອນຫຼວງ ບາງກອກ ປີ 2003 ອີກດ້ວຍ.
ແຫຼ່ງຂໍ້ມູນ: ໂດຍ ປາກກາດຳ Lao su su ລາວ ສູ້ ສູ້