5 ບ້ານກຸ່ມນໍ້າແທ້ ເມືອງຄໍາ ແຂວງຊຽງຂວາງ ໄດ້ຖືກຮັບຮອງເປັນຄອບຄົວ ແລະ ບ້ານສາມັກຄີປອງດອງ

ຢູ່ທີ່ສະໂມສອນບ້ານນໍ້າທຸ່ມ ເມືອງຄໍາ ແຂວງຊຽງຂວາງ ໄດ້ຈັດພິທີປະກາດຮັບຮອງເອົາ 5 ບ້ານ ເມືອງຄຳຄື: ບ້ານໂພນຂາມ, ບ້ານ ໂພນແຈ້ງ, ບ້ານ ນ້ຳທຸ່ມ, ບ້ານ ຜາຫານ ແລະ ບ້ານໂພນໂຮມ ເປັນບ້ານສາມັກຄີປອງດອງຂື້ນຢ່າງເປັນທາງການ.

ພາຍໃຕ້ການເປັນປະທານຂອງທ່ານ ຈົ່ງກູ້ຍ່າ ເລຂາພັກບ້ານນໍໍ້າທຸ່ມ ເປັນກຽດເຂົ້າຮ່ວມພິທີມີ ທ່ານ ດໍາດີ ນັນທະວົງ ກຳມະການພັກແຂວງ ປະທານແນວລາວສ້າງຊາດແຂວງ, ທ່ານ ພົມມາ ເທບທິລາດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ຄະນະກຸ່ມ, ເລຂາພັກບ້ານ 5 ບ້ານ, ຜູ້ຊົງຄຸນວຸດທິ, ເຈົ້າກົກ-ເຈົ້າເຫຼົ່າ, ເຖົ້າແກ່ແນວໂຮມຕະຫຼອດຮອດພໍ່ແມ່ປະຊາຊົນ 5 ບ້ານຂ້າງເຂົ້າຮ່ວມ.

ໃນພິທີທ່ານ ຈືຈໍລໍ່ ເລຂາພັກບ້ານໂພນແຈ້ງ ຂື້ນກ່າວເປີດພິທີຢ່າງເປັນທາງການ, ຈາກນັ້ນທ່ານທັງຕາງໜ້າໃຫ້ຄະນະຮັບຜິດຊອບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງ 5 ບ້ານຂຶ້ນຜ່ານບົດສະຫຼູບການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.

ໃນນີ້ທ່ານໄດ້ຍົກໃຫ້ເຫັນເຖີງໃນ ໄລຍະຜ່ານມາ, ຄະນະພັກ-ອຳນາດການປົກຄອງບ້ານທັງ5ບ້ານ ໄດ້ເອົາໃຈເຊື່ອມຊືມບັນດາແນວລາທາງນະໂຍບາຍຂອງພັກ-ລັດ,ເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງການປ່ຽນແປງໃໝ່ເປັນຕົ້ນແມ່ນ ຂະບວນການຮັກຊາດ ແລະ ພັດທະນາ, ປຸກລະດົມປະຊາຊົນບັນດາເຜົ່າ, ສຶກສາອົບຮົມການເມືອງແນວຄິດ ໃຫ້ພໍ່ແມ່ປະຊາຊົນມີຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ຮັກສາມູນເຊື້ອຮີດຄອງປະເພນີອັນດີງາມຂອງເຜົ່າ ເຮັດໃຫ້ບັນດາໜ້າວຽກໄດ້ຮັບຜົນສຳເລັດໃນຫຼາຍໆດ້ານ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຢ່າງເປັນຂະບວນການຝົດຝື້ນ.

ຈາກນັ້ນ, ໃນພິທີໄດ້ມອບຮັບໃບຢັ້ງຢືນຄອບຄົວ ແລະ ບ້ານສາມັກຄີປອງດອງ ໃຫ້ແກ່ອຳນາດການປົກຄອງບ້ານ 5 ບ້ານ ແລະຄອບຄົວຜ່ານການຮັບຮອງ. ໂດຍການເປັນກຽດຂຶ້ນມອບໂດຍທ່ານ ທ່ານ ພົມມາ ເທບທິລາດ ແລະ ທ່ານ ດຳດີ ນັນທະວົງ.

ແຫຼ່ງຂໍ້ມູນ: ພາບ-ຂ່າວ: ທ ເບ່ຕ່າ ໄຊປັນຍາ( ແນວລາວສ້າງຊາດແຂວງຊຽງຂວາງ), ລົງຂ່າວ: ສົມພອນ ເທບທິລາດ, Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...