ປກສ ສະຫວັນນະເຂດ ເຂັ້ມງວດປ້ອງກັນໃນງານບຸນພະທາດອີງຮັງ

ເພື່ອເຮັດໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະປອດໄພ 100% ດັ່ງນັ້ນມາໃນວັນທີ 5 ທັນວາ 2019 ນີ້, ກອງບັນຊາການ ປກສ ແຂວງສະ ຫວັນນະເຂດໄດ້ຈັດກອງປະຊຸມກຽມແຜນປ້ອງກັນງານບຸນນະມັດສະການພະທາດອີງຮັງທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-11 ທັນວາ 2019 ໂດຍເປັນປະທານຂອງທ່ານ ພັທ ຈັນທາ ແສງສຸລິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ກອງບັນຊາການ ປກສ ນະຄອນ, ພະແນກການກ່ຽວຂ້ອງ ແລະພະນັກງານ-ນັກ ຮົບເຂົ້າຮ່ວມ.

ທ່ານ ພັຕ ລໍາສາຍ ສົມພັດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ໄດ້ຂຶ້ນຜ່ານແຜນປ້ອງກັນທີ່ບັນຈຸສັບຊ້ອນກຳລັງເຮັດໜ້າທີ່ປ້ອງກັນຄວາມສະຫງົບປະຈຳການປະຕິບັດໜ້າທີ່ຢູ່ໃນແຕ່ລະຈຸດເພື່ອເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະໃນຕິດຕາມກຳແໜ້ນສະພາບຮອບດ້ານຢູ່ຈຸດສຳຄັນຕ່າງໆ,

ບັນຫາຫຼິ້ນກິນມ່ວນຊື່ນເກີນຂອບເຂດກຳນົດຢູ່ຕາມງານບຸນດັ່ງກ່າວ, ຈຸດຫຼິ້ນມ່ວນຊື່ນຕ່າງໆ, ບັນຫາຊີງຊັບ-ແຫກກະເປ໋ົາ, ບັນຫາຂີ້ລັກງັດແງະ, ຄ້າຂາຍ-ເສບຢາເສບຕິດ, ຕິດ ຕາມແຂກພາຍໃນ ແລະຕ່າງປະເທດທີ່ມາທ່ຽວງານບຸນໃນຄັ້ງນີ້ເພື່ອເຮັດໃຫ້ງານບຸນນະມັດສະການພະທາດອີງຮັງປີນີ້ມີຄວາມປອດໄພ ແລະມີຄວາມເປັນລະບຽບຮຽບ ຮ້ອຍເຮັດໃຫ້ມ່ວນຊົນທີ່ມາທ່ອງທ່ຽວໃນງານບຸນໄດ້ຮັບຄວາມເຊື່ອໝັ້ນ ແລະສະດວກສະບາຍໃນການສັນຈອນໄປມາຕາມທ້ອງຖະໜົນຫຼວງທັງຫຼີກລ່ຽງບັນຫາອຸບັດຕິ ເຫດເຮັດໃຫ້ສະພາບພາຍໃນນະຄອນໄກສອນພົມວິຫານໄດ້ຮັບການແກ້ໄຂ ແລະສະກັດກັ້ນທັນເວລາມີຄວາມສະຫງົບໂດຍພື້ນຖານ.

ທ່ານ ພັທ ຈັນທາ ແສນສຸລິວົງ ໄດ້ເນັ້ນໃຫ້ພະນັກງານນັກຮົບທຸກສະຫາຍທີ່ຖືກແຕ່ງຕັ້ງ ແລະປະຕິບັດໜ້າທີ່ລົງປະຈຳການຢູ່ໃນແຕ່ລະຈຸດຈົ່ງພ້ອມກັນເອົາໃຈໃສ່ເຮັດໜ້າທີ່ໃນເທື່ອນີ້ຢ່າງຕັ້ງໜ້າກຳໄດ້ທຸກສະພາບການໃນເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີ, ເປົ້າໝາຍທີ່ຈະເຂົ້າມາກໍ່ຄວາມບໍ່ສະຫງົບໃນງານບຸນ ດັ່ງກ່າວເພື່ອຮັບປະກັນໄດ້ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ກຽມຄວາມພ້ອມເພື່ອແກ້ໄຂຫາກມີເຫດການທີ່ກໍ່ຄວາມບໍ່ສະຫງົບເກີດຂຶ້ນ, ບໍ່ໃຫ້ເກີດມີສຽງແຕກ, ອຸບັດຕິເຫດທາງຖະໜົນ, ດື່ມສິ່ງມືນເມົາແລ້ວອາລະວາດຕີກັນ,

ເມື່ອພົບເຫັນສະພາບບໍ່ປົກກະຕິໃຫ້ຮີບຮ້ອນລາຍງານຕໍ່ການຈັດຕັ້ງຂອງຕົນເພື່ອມີວິທີແກ້ໄຂທັນເວລາຮັບປະກັນໃຫ້ການທ່ອງທ່ຽວຫຼິ້ນບຸນມັດສະການໃນປີນີ້ໃຫ້ມີແຕ່ບັນຍາການເບີກບານມື່ນຊື່ນຮັກສາໄດ້ຮີດຄອງປະເພ ນີ, ຄວາມສາມັກຄີອັນດີງາມ ແລະ ທ່ຽວງານບຸນນະມັດສະການພະທາດອີງຮັງປະຈໍາປີ ພສ 2562 ສະດວກສະບາຍມີຄວາມສະຫງົບປອດໄພ100%.

ແຫຼ່ງຂໍ້ມູນ: ພາບ ແລະ ຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...