ຊາວໜຸ່ມນະຄອນຫຼວງຈັດແຂ່ງຂັນຕີກອງດຸລິຍາງ ທົ່ວ ນະຄອນຫຼວງວຽງຈັນ

ເພື່ອເປັນການສ້າງຂະບວນການຂໍ່ານັບຊົມເຊີຍ ວັນຊາດທີ 2 ທັນວາ ຄົບຮອບ 44 ປີ ວັນສ້າງຕັ້ງກອງເຍົາວະ ຊົນທັນວາ ຄົບຮອບ 64 ປີ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ ຕິດພັນກັບການກະກຽມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວນະຄອນຫຼວງວຽງຈັນ ຄັ້ງທີ VIII ແລະ ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VII ໃຫ້ເປັນຂະບວນຟົດຟື້ນ.

ຄະນະຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກໍາແຂ່ງຂັນຕີກອງດຸລິຍາງເຍົາວະຊົນທັນວາແປຕົວອັກສອນ ທົ່ວນະຄອນຫຼວງວຽງຈັນ ປະຈຳປີ 2019 ຂືຶ້ນຢູ່ທີ່ສູນການຄ້າລາວ-ໄອເຕັກ ໂດຍເປັນປະທານຂອງສະຫາຍ ນາງ ສຸມາລີ ທໍາມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ມີສະຫາຍ ບຸນທ່ຽງ ຂຸນສີ ຄະນະປະຈໍາພັກປະທານອົງການແນວລາວສ້າງຊາດ ນະຄອນ ຫຼວງວຽງຈັນ (ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ) ມີບັນດາຄະນະຊາວໜຸ່ມເມືອງ ຄູ-ອາຈານ ແລະ ສະມາຊິກຊາວໜຸ່ມ-ເຍົາວະຊົນທັນວາເຂົ້າຮ່ວມ.

ສະຫາຍ ນາງ ສຸມາລີ ທໍາມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ການຈັດກິດຈະກໍາແຂ່ງຂັນຕີກອງດຸລິຍາງ ປະຈໍາປີ 2019 ຄັ້ງນີ້ ກໍ່ເພື່ອເປັນການສົ່ງເສີມບົດບາດຂອງການຈັດຕັ້ງເຍົາວະຊົນທັນວາໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ແບບແຜນວິ ທີນໍາພາ ໃຫ້ສອດຄ່ອງກັບສະພາບຄວາມເປັນຈີ່ງໃນແຕ່ລະໄລຍະ ພ້ອມທັງເປັນການກະຕຸກຊຸກຍູ້ຊາວໜຸ່ມຄູ-ອາຈານ ຜູ້ຮັບຜິດຊອບວຽກງານເຍົາວະຊົນທັນວາ ໃນທົ່ວນະຄອນຫຼວງວຽງຈັນ ໄດ້ມີການພົບປະແລກ ປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໃນວຽກງານກອງດຸລິຍາງ

ນອກຈາກນັ້ນແລ້ວ ສະມາຊີກເຍົາວະຊົນທັນວາແຕ່ລະໂຮງຮຽນ ຍັງໄດ້ມີໂອກາດເຄື່ອນໄຫວກິດຈະກໍາຮ່ວມກັນ ມີການແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ສ້າງໄດ້ຄວາມສາມັກຄີ ຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າໃຫ້ສົມກັບຄໍາເວົ້າທີ່ວ່າ:

“ເພື່ອພາລະກິດຂອງຊາດເຍົາວະຊົນກຽມພ້ອມ” ການແຂ່ງຂັນຕີກອງດຸລິຍາງເຍົາະຊົນທັນວາແປຕົວອັກສອນໃນຄັ້ງນນີ້ ມີຜູ້ເຂົ້າຮ່ວມແຂ່ງຂັ້ນທີ່ເປັນຕົວແທນມາຈາກ 8 ຕົວເມືອງ ແລະ 2 ໂຮງຮຽນເອກລາດ ລວມທັງໝົດ 11 ທີມ ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 132 ນ້ອງ ທີ່ເປັນຕົວແທນໃຫ້ແກ່ບັນດາເມືອງຂອງນະຄອນຫຼວງວຽງຈັນ ຜ່ານການແຂ່ງຂັນປະກົດວ່າ:

ທີມຊະນະເລີດອັນດັບທີ 1 ໄດ້ແກ່ທີມຈາກເມືອງຈັນທະບູລີ ເຊິ່ງມາຈາກໂຮງຮຽນ ມສ ສິນໄຊ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 1.000.000 ກີບ ຊະນະເລີດອັນດັບທີ 2 ທີມຈາກເມືອງສີໂຄດຕະບອງ ໂຮງຮຽນ ມຕ ຊ້າງນ້ອຍ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 800.000 ກີບ ຊະນະເລີດອັນດັບ 3 ທີມຈາກເມືອງໄຊທານີ ໂຮງຮຽນ ມຕ ຈິດຕິສັກ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 600.000 ກີບ

ແລະ ສໍາລັບພາກສ່ວນທີ່ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ແຕ່ລະທິມຍັງໄດ້ຮັບລາງວັນຊົມເຊີຍທີມລະ 300.000 ກີບ ພ້ອມດ້ວຍອຸປະ ກອນການຮຽນຈໍານວນໜຶ່ງ.

ແຫຼ່ງຂໍ້ມູນ: ຄະນະຊາວໜຸ່ມ ນະຄອນຫຼວງວຽງຈັນ Vientiane Capital Youth Union

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...